Ad

Ad

14 July 2016

ນາຍົກລັດຖະມົນຕີເນັ້ນສື່ສະເໜີຂ່າວສູ່ສັງຄົມຢ່າງສ້າງສັນ

          ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານຫລັກແຫລ່ງຂອງກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໃນວັນທີ 13 ກໍລະກົດນີ້, ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍແນະນຳໃຫ້ບັນດານັກຮົບສື່ມວນຊົນໃນທຸກຂະແໜງການສ່ອງແສງສະຖານະການຕ່າງໆ ອອກສູ່ສັງຄົມໃຫ້ມີເນື້ອຫາສາລະທີ່ສ້າງສັນ ແລະ ເຄົາລົບລະບຽບກົດໝາຍບ້ານເມືອງ ເພື່ອຫລີກເວັ້ນບໍ່ໃຫ້ສ້າງຄວາມເຂົ້າໃຈຜິດ ຫລື ຄາດເຄື່ອນດ້ານຂໍ້ມູນ-ຂ່າວສານ ທັງພາຍໃນ ແລະ ຕ່າງປະເທດ ສິ່ງສຳຄັນການໃຊ້ພາສາແມ່ນໃຫ້ຖືກຕ້ອງຊັດເຈນ ເຮັດໃຫ້ຜູ້ອ່ານ-ຜູ້ຊົມມີຄວາມເຂົ້າໃຈເລິກເຊິ່ງ ແລະ ເພີດເພີນ.
          ຕະຫລອດໄລຍະຜ່ານມາ ບໍ່ວ່າສື່ສິ່ງພິມ, ສື່ເອເລັກໂຕຣນິກ ກໍຄືວິທະຍຸ, ໂທລະພາບ ກໍໄດ້ນຳສະເໜີຂ່າວແບບຫລາກຫລາຍ ແລະ ມີຄຸນນະພາບ ເຮັດໃຫ້ ສປປ ລາວ, ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີເຊິ່ງກັນ ແລະ ກັນ,
ພ້ອມກັນພັດທະນາປະເທດໃຫ້ມີຄວາມກ້າວໜ້າຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ຢ່າງໃດກໍຕາມ ສະເໜີໃຫ້ຜູ້ບໍລິຫານທຸກສື່ສືບຕໍ່ເອົາໃຈໃສ່ປັບປຸງການຂີດຂຽນ, ປັບປຸງລາຍການຕ່າງໆ ເພື່ອດຶງດູດຄວາມສົນໃຈຈາກສັງຄົມ ໃນການຊົມ ແລະ ການອ່ານ, ໃຫ້ເປັນລາຍການທີ່ມີລັກສະນະສຶກສາອົບຮົມ ແລະ ປຸກຈິດສຳນຶກໃຫ້ແກ່ໄວໜຸ່ມ-ເຍົາວະຊົນ ຜູ້ເປັນອະນາຄົດຂອງຊາດ ບໍ່ໃຫ້ມົ້ວສຸມກັບສິ່ງເສບຕິດ. ສ່ວນທາງດ້ານສື່ອອນລາຍທີ່ມີຄວາມກ້າວໜ້າວ່ອງໄວໃນທົ່ວສັງຄົມລາວ ເຊິ່ງເຫັນວ່າມີທັງຈຸດດີ ແລະ ຜົນກະທົບ, ສະນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງມີການຄຸ້ມຄອງເປັນຢ່າງດີ ເພາະເຕັກໂນໂລຊີດັ່ງກ່າວໄດ້ຝັງເລິກ ໃນສະໝອງເດັກນ້ອຍລາວ ເຖິງວ່າຈະເປັນການເພີ່ມຄວາມຮູ້ຄວາມສາມາດໃຫ້ເດັກ ແຕ່ກໍອາດເຮັດໃຫ້ເດັກເຊື່ອມເສຍໄດ້ ຫລື ທີ່ເອີ້ນວ່າສັງຄົມກົ້ມໜ້າ. ສື່ອອນລາຍ ບາງກໍສ້າງຄວາມເຂົ້າໃຈຜິດໃນສັງຄົມ, ສ່ອງແສງສິ່ງທີ່ບໍ່ແມ່ນຄວາມຈິງ ແລະ ອາດສ້າງຄວາມແຕກແຍກໄດ້ອີກ.
          ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ທາງດ້ານວຽກງານວັດທະນະທຳ ເຊິ່ງໝາຍເຖິງວັດທະນະທຳບອກຊາດ, ມາລະຍາດບອກຕະກຸນ ແລະ ເສຍວັດທະນະທຳຄືເສຍຊາດ ຈຶ່ງໃຫ້ພ້ອມກັນປົກປັກຮັກສາຮີດຄອງປະເພນີອັນດີງາມ ທີ່ເປັນເອກກະລາດຂອງແຕ່ລະເຜົ່າ ບໍ່ວ່າການນຸ່ງຖື, ປາກເວົ້າ, ການຮ້ອງເພງ, ການສະແດງສິລະປະວັນນະຄະດີ, ຕະຫລອດເຖິງການດຳລົງຊີວິດປະຈຳວັນ ທັງໝົດຕ້ອງເປັນເອກກະລັກຂອງຊາດ. ປັດຈຸບັນ ສປປ ລາວ ມີ 49 ເຜົ່າ ທີ່ມີເອກກະລັກທີ່ແຕກຕ່າງກັນ, ເຊິ່ງເປັນສິ່ງປະເສີດທີ່ສຸດ ແລະ ໂລກກໍຊື່ນຊົມອີກດ້ວຍ. ດັ່ງນັ້ນ ຈຶ່ງຕ້ອງຮັກສາໄວ້ໃຫ້ຍືນຍົງ ແນວໃດກໍດີ ສຳລັບງານປະເພນີສຳຄັນຂອງລາວ ເປັນຕົ້ນແມ່ນພິທີສູ່ຂວັນ, ງານແຕ່ງດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ ໃນປັດຈຸບັນມີຫລາຍເກີນໄປ ເຖິງວ່າຈະຖືກຮີດຄອງ ແຕ່ພາໃຫ້ເສຍເວລາ, ເສຍເງິນ-ຄຳ ແລະ ວັດຖຸຫລາຍຢ່າງ. ພ້ອມນັ້ນ ຍັງມີພິທີທາງສາສະໜາຕ່າງໆຢູ່ໃນວັດ ຕ້ອງໃຫ້ມີການປັບປຸງແກ້ໄຂ ຕັດຮ່ອນໃຫ້ມີຄວາມເໝາະສົມກວ່າເກົ່າ ເພື່ອເປັນການປະຢັດມັດທະຍັດ.

          ສ່ວນວຽກງານການທ່ອງທ່ຽວ ເຫັນວ່າມີການພັດທະນາດີຂຶ້ນ ສາມາດດຶງດູດນັກທ່ອງທ່ຽວ ສ້າງລາຍຮັບເພີ່ມຂຶ້ນໃນແຕ່ລະປີ, ໃນຕໍ່ໜ້າໃຫ້ເອົາໃຈໃສ່ດ້ານການບໍລິການ ແລະ ຮັກສາຄວາມປອດໄພແກ່ນັກທ່ອງທ່ຽວ, ການພັດທະນາອຸດສາຫະກຳທ່ອງທ່ຽວ ຕ້ອງມີຜູ້ທີ່ມີຄວາມສາມາດ, ຜູ້ເປັນມືອາຊີບ ຫລື ຜູ້ຊ່ຽວຊານດ້ານການທ່ອງທ່ຽວ ເພື່ອຊ່ວຍຄົ້ນຄວ້າພັດທະນາແຫລ່ງທ່ອງທ່ຽວໃນທຸກດ້ານ. ປັດຈຸບັນລາວມີມໍລະດົກໂລກຈຳນວນ 2 ແຫ່ງ ຈົ່ງສືບຕໍປົກປັກຮັກສາໃຫ້ຍືນຍົງ, ສ່ວນການທີ່ຈະຂໍພິຈາລະນາມໍລະດົກໂລກແຫ່ງຕໍ່ໄປ ຕ້ອງໃຫ້ມີການປະສານງານ, ຄົ້ນຄວ້າ ແລະ ສຶກສາຂໍ້ມູນໃຫ້ລະອຽດ ເພື່ອເຮັດແຫລ່ງ ມໍລະດົກໂລກ ໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃນທິດທາງທີ່ດີຕໍ່ໄປ.

No comments:

Post a Comment