Ad

Ad

15 July 2016

ປກສ ອຸດົມໄຊ ຈັບຂະບວນການຄ້າຢາເສບຕິດລາຍໃຫຍ່

ພາບ-ຂ່າວ : ຫນັງສືພິມ ປກສ
               ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າ ທີ່ຕົນສາມາດຈັບຂະບວນການຄ້າຢາເສບຕິດລາຍໃຫຍ່ ເຊິ່ງມີຜູ້ຕ້ອງຫາ ຄືທ້າວ ໃຈຢາງ ອາຍຸ 30 ປີ ແລະ ທ້າວ ໄຊເງິນ ວາງ ອາຍຸ 27 ປີ ທັງສອງຢູ່ບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ພ້ອມຂອງກາງຢາບ້າ 60 ພັນເມັດ.

             ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ໃນແຂວງຕົນ ຈຶ່ງໄດ້ຈັດກຳລັງເຈົ້າໜ້າທີ່ຕັ້ງດ່ານກວດຕາມເສັ້ນທາງເປົ້າໝາຍ ແລະ ຮອດເວລາປະມານ 16:00 ໂມງ ຂອງວັນທີ 6 ກໍລະກົດນີ້ ຈຶ່ງເຫັນລົດເປົ້າໝາຍກະບະວີໂກສີປອນ ໝາຍເລກທະບຽນ ກບ 7804 ກຳແພງນະຄອນ ຂັບຂີ່ຕາມເສັ້ນທາງແຕ່ເມືອງໄຊຫາເມືອງແບງ ຈຶ່ງໄດ້ສະ ກັດລົດເພື່ອກວດຄົ້ນ ແລະ ພົບເຫັນຢາບ້າຈຳນວນ 60 ພັນເມັດ ຊຸກເຊື່ອງໄວ້ໃນລົດດັ່ງກ່າວຈຶ່ງໄດ້ກັກຕົວຜູ້ຕ້ອງຫາທັງສອງ ແລະ ຍຶດຂອງກາງໄວ້ເປັນຫລັກຖານ ເພື່ອດຳເນີນຄະດີຕາມກົດໝາຍ, ພ້ອມທັງຍຶດ ລົດກະບະ, ເງິນ 6 ແສນກວ່າກີບ, 5.140 ບາດ (ສະກຸນເງິນໄທ), ໂທລະສັບ 3 ໜ່ວຍ ທີ່ໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດຄັ້ງນີ້ ແລະ ຄະດີຢາເສບຕິດລາຍນີ້ ເຈົ້າໜ້າທີ່ຍັງຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.

No comments:

Post a Comment