Ad

Ad

5 July 2016

ນະຄອນຫຼວງວຽງຈັນ-ໜອງຄາຍ ເພີ່ມທະວີການຮ່ວມມືວຽກງານ ສາທາລະນະສຸກ

            ພິທີລົງນາມຮ່ວມມືດ້ານວຽກງານສາທາລະນະສຸກລະຫວ່າງນະຄອນຫຼວງຽງຈັນ ແລະ ຈັງ ຫວັດໜອງຄາຍ ຣາຊະອານາຈັກໄທ ໄດ້ມີຂື້ນເມື່ອມໍ່ໆມານີ້, ທີ່ໜອງຄາຍ ລະຫວ່າງທ່ານ ພອນປະ ເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ແລະ ທ່ານ ນາຍແພດ ສົມຊາຍໂຊດ ປີຢະວັດເວລາ ຫົວໜ້າພະແນກສາທາລະນະສຸກຈັງຫວັດໜອງຄາຍ,ເພື່ອເພີ່ມທະວີການຮ່ວມມືໃນວຽກງານດັ່ງກ່າວ,ໂດຍສະເພາະແມ່ນວຽກງານເຝົ້າລະວັງ ແລະ ປ້ອງກັນພະຍາດຕາມຊາຍແດນລະຫວ່າງ 2 ເມືອງສອງຟາກແມ່ນ້ຳຂອງແລະ ການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງ ແລະ ຕອບໂຕ້ກັບພະຍາດຕິດຕໍ່ຕ່າງໆທີ່ອາດຈະເກີດຂື້ນ ແລະ ຮ່ວມກັນຈັດຕັ້ງປະຕິບັດວດ້ານອາຫານປອດໄພ, ການຄວບຄຸມສິນຄ້ານຳເຂົ້າ-ສົ່ງອອກລະຫວ່າງ 2 ແຂວງ ແລະ ການສົ່ງຄົນເຈັບຜ່ານດ່ານ, ການພັດທະນາບຸກຄະລາກອນ,ໂດຍການຈັດອົບຮົມ - ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນ, ການຮ່ວມມືດ້ານລະບົບການແພດສຸກເສີນ, ວຽກງານສຸຂະພາບແມ່ ແລະ ເດັກ , ພັດທະນາຄູ່ມືໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຊາຍແດນໃນແຕ່ລະດ້ານ ແລະ ວຽກງານອື່ນໆທີ່ນອນຢູ່ໃນກອບຂອງສາທາລະນະສຸກ.

No comments:

Post a Comment