Ad

Ad

5 July 2016

ການລ່າສັດນ້ຳໃນລະດູວາງໄຂຍັງປາກົດຢູ່ແຜ່ຫຼາຍ

ພາບປະກອບ
ປັດຈຸບັນນີ້, ເຖິງວ່າລັດຖະບານເຮົາໄດ້ມີມາດຕະການເຂັ້ມງວດເພື່ອຕ້ານການຫາປາ ແລະ ສັດນ້ຳແບບດັບສູນ, ໂດຍສະເພາະແມ່ນຫ້າມບໍ່ໃຫ້ຫາປາໃນລະດູແຜ່ພັນ ຫຼື ລະດູວາງໄຂ, ໃນລະຫວ່າງເດືອນກໍລະກົດ - ກັນຍາ ແລະ ຍັງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ, ແນ່ໃສ່ປົກປັກຮັກສາສັດນ້ຳ-ສັດປ່າທີ່ໃກ້ຈະສູນພັນ, ພ້ອມທັງເປັນການປຸກລະດົມໃຫ້ປະຊາຊົນມີຈິດສຳນຶກໃນການຮັກສາສິ່ງແວດລ້ອມ ແລະ ປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ, ພ້ອມໄດ້ອອກຂໍ້ຫ້າມຕ່າງໆເພື່ອຄຸ້ມຄອງ ແລະ ຍືດອາວຸດທີ່ໃຊ້ລ່າສັດແບບດັບສູນຢ່າງເຂັ້ມງວດ, ແຕ່ກໍຍັງປະກົດມີການລັກລອບລ່າສັດນ້ຳ-ສັດປ່າເກີນຂອບເຂດ ແລະ ຄ້າຂາຍສັດດັ່ງກ່າວທີ່ຜິດກົດໝາຍຍັງມີຢູ່ແຜ່ຫຼາຍ, ບໍ່ເວັ້ນແຕ່ໃນໄລດູຫ້າມ,ມັນສະແດງອອກປັດຈຸບັນຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ, ກໍຄືໃຂເຂດແຂວງອື່ນໆໃນທົ່ວປະເທດຍັງມີການວາງຂາຍປາ ແລະ ສັດນ້ຳຫາຍາກຢ່າງຫຼວງຫຼາຍ, ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ, ເຊັ່ນດຽວກັນກັບຢູ່ ເຂດຊານເມືອງຕ່າງໆມີການວາງຂາຍປາ ແລະ ສັດນ້ຳຂີດແດງດັ່ງກ່າວ, ຊຶ່ງປະຊາຊົນຈຳນວນໜຶ່ງຍັງເຫັນແກ່ຜົນປະໂຫຍດສ່ວນໂຕ, ໂດຍບໍ່ຄຳນຶງເຖິງຂໍຫ້າມ ແລະ ລະບຽບກົດໝາຍແຕ່
ຢ່າງໃດ. ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເພີ່ມທະວີການປະຕິບັດໜ້າທີ່ໃຫ້ເຂັ້ມງວດກວ່າເກົ່າ,ໂດຍສະເພາະມແມ່ນການກວດກາ, ດຳເນີນມາດຕະການຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ, ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳທີ່ສຳຄັນ,ເພື່ອຄວາມອຸດົມສົມບູນຂອງສັດນ້ຳ-ສັດປ່າ ແລະ ລະບົບນິເວນທາງທຳມະຊາດ, ກາຍເປັນທ່າ ແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສົມກັບຄຳເວົ້າທີ່ວ່າ: ເມືອງລາວເປັນເມືອງທີ່ວວຍງາມ ແລະ ອຸດົມສົມບູນໄປດ້ວຍຊີວະນາໆພັນ.

No comments:

Post a Comment