Ad

Ad

14 July 2016

ທົ່ວປະເທດຮ່ວມປ່ອຍປາຢ່າງເປັນຂະບວນຟົດຟື້ນ

          
ວັນທີ 13 ກໍລະກົດນີ້, ຊຶ່ງເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ, ທີ່ລັດຖະ ບານເຮົາໄດ້ກຳນົດເອົາວັນດັ່ງກ່າວເປັນມື້ສິລິມຸງຄຸນ,ໃນໂອລະນຶກເຖິງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ກໍໃນມື້ນີ້ເອງທີ່ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຕ່າງກໍໄດ້ຮ່ວມກັນຈັດພິທີປ່ອຍປາລົງສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດດ້ວຍບັນຍາກາດຟົດຟື້ນ, ເພື່ອແນ່ໃສ່ຄືນຄວາມອຸດົມສົມບູນໃຫ້ທຳມະຊາດ ແລະ ຊີວະນາໆພັນໃຫ້ຍືນຍົງ, ສຳລັບຢູ່ນະຄອນຫຼວງວຽງຈັນໄດ້ປ່ອຍປາຫຼາຍກວ່າ 160 ພັນໂຕ (ນົກອີກຈຳນວນໜຶ່ງ) ລົງສູ່ວັງໜອງຫານ, ບ້ານນາຊອນ, ເມືອງປາກງື່ມ,ຊຶ່ງເປັນບ້ານສາມສ້າງຂອງນະຄອນຫຼວງວຽງຈັນ, ໂດຍມີອຳນາດການປົກຄອງເມືອງ ແລະ ປະຊາຊົນເມືອງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.

          ໃນພິທີທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ຊຶ່ງນອກຈາກຈະເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນແລ້ວ, ຍັງເປັນການຊຸກຍູ້ການລ້ຽງ, ການຂະຫຍາຍພັນ ແລະ ການນຳໃຊ້ປາ ແລະ ສັດນ້ຳໃຫ້ມີຄວາມຍືນຍົງ, ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳມະຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດການຫຼຸດລົງ ແລະ ການສູນພັນຂອງປາ ແລະ ສັດນ້ຳ, ພ້ອມທັງປຸກລະດົມໃຫ້ທົ່ວປວງຊົນເຫັນໄດ້ຄວາມສຳຄັນ, ເຊີດຊູຄວາມມີສະຕິ,ຫວງແຫນ ແລະ ເຂົ້າຮ່ວມໃນຂະບວນການອະນຸລັກ, ປົກປັກຮັກສາ , ພັດທະນາ ແລະ ນ້ຳໃຊ້ຊີວະນາໆພັນຍືນຍົງ, ແນ່ໃສ່ຮັບປະກັນຄວາມອຸດົມສົມບູນຂອງລະບົບນິເວດວິທະຍາ, ປະກອບສ່ວນຍົກລະດັບຊີວິດການເປັນຢູຸ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ, ເປັນທ່າແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ດັ່ງນັ້ນການຄຸ້ມຄອງ ແລະ ປົກປັກຮັກສາສັກນ້ຳ-ສັດ ປ່າແບບຍືນຍົງຈຶ່ງກາຍເປັນໜ້າທີ່ສຳຄັນ ແລະ ຮີບດ່ວນຂອງພວກເຮົາໝົດທຸກຄົນ, ເຊັ່ນດຽວກັບລັດຖະບານໄດ້ວາງມາດຕະການຢ່າງເຂັ້ມງວດເພື່ອຕ້ານການທຳລາຍປາ ແລະ ສັດນ້ຳອື່ນໆແບບດັບສູນ, ພ້ອມທັງໄດ້ວາງຄາດໝາຍສູ້ຊົນເພື່ອປົກປັກຮັກສາຄວາມອຸດົມສົມບູນ ແລະ ຮັ່ງມີຂອງແນວພັນປາ ແລະ ສັດນ້ຳອື່ນໆ, ເພື່ອປົກປ້ອງລະບົບນິເວນທາງທຳມະຊາດໃຫ້ອຸດົມສົມບູນັກ. ຊຶ່ງປີນີ້ກະຊວງກະສິກຳໄດ້ວາງຄາດໝາຍປ່ອຍປາລົງສູ່ວັງນ້ຳທຳມະຊາດໃຫ້ໄດ້ຢ່າງໜ້ອຍ 40 ລ້ານໂຕ, ເພີ່ມຂື້ນຈາກປີຜ່ານມາ 5 ລ້ານໂຕ.

No comments:

Post a Comment