Ad

Ad

12 July 2016

ຈັບໄດ້ແລ້ວຜູ້ຕ້ອງຫາຕຳສອງແມ່ລູກເສຍຊີວິດ

          ເຊົ້າວັນທີ 11 ກໍລະກົດນີ້, ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ, ໄດ້ຈັດຖະແຫລງຂ່າວກ່ຽວກັບການນຳຈັບກຸມຜູ້ຕ້ອງຫາທີ່ກໍ່ເຫດຂັບລົດໄປຕຳເອົາທ້າຍລົດຈັກທີ່ຂີ່ມາທິດທາງດຽວກັນ ຢູ່ບ້ານໂພນປາເປົ້າ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເມື່ອອາທິດຜ່ານມານີ້, ຈົນເສຍຊີວິດແລ້ວເອົາຕົວຫລົບໜີ.

          ຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງເກີດເຫດ  ເຈົ້າໜ້າທີ່ກ່ຽວຂ້ອງໄດ້ອອກຕິດຕາມລົງຊອກຫາຜູ້ກະທຳຜິດ, ໂດຍການເບິ່ງຈາກກ້ອງວົງຈອນປິດຕາມສາຍທາງ ແລະ ການບອກເລົ່າຂອງຜູ້ເຫັນເຫດການ, ຈຶ່ງຮູ້ວ່າລົດຄັນດັ່ງກ່າວເປັນລົດກະບະ ຍີ່ຫໍ້ແດຮັນ ສີຂາວ ໝາຍເລກທະບຽນ ກຍ 7780 ອອກຊື່ທ້າວ ວິລະຫວັດ ອຸທາວົງ ອາຍຸ 27 ປີ, ອາຊີບຂັບລົດ ຢູ່ບ້ານຫ້ວຍຫົງ, ໜ່ວຍ 8 ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ຈາກນັ້ນ ເຈົ້າໜ້າທີ່ ໄດ້ລົງສົມທົບກັບການຈັດຕັ້ງບ້ານດັ່ງກ່າວ ເພື່ອເຂົ້າ
ຄວບຄຸມຕົວຜູ້ຕ້ອງຫາພ້ອມລົດຄັນກໍ່ເຫດມາສືບສວນ-ສອບສວນ ແລະ ຜ່ານການກວດກາລົດຄັນດັ່ງກ່າວ ມີຮ່ອງຮອຍການກະທົບຢູ່ບໍລິເວນກັນຊົນໜ້າຂ້າງກ້ຳຂວາ ແລະ ກະຈົກແວ່ນທາງໜ້າລົດມີຮອຍແຕກລ້າວ ແລະ ຜູ້ກ່ຽວຮັບສາລະພາບວ່າ: ກ່ອນເກີດເຫດໄດ້ຂັບຂີ່ລົດມາແຕ່ທາງໜອງໄຮ ຈະໄປຮັບກຳມະກອນຢູ່ບ້ານຫ້ວຍເຕີຍ ເມືອງໄຊທານີ, ດ້ວຍຄວາມໄວ 70-80 ກິໂລແມັດ/ຊົ່ວໂມງ, ໂດຍນຳໃຊ້ເສັ້ນທາງຖະໜົນ T4 (ກຳແພງເມືອງ), ຊຶ່ງໃນເວລານັ້ນ ມີສະພາບຝົນຕົກໜັກ ແລະ ສະພາບການສັນຈອນກໍ່ເບົາບາງ, ພໍໃກ້ຈະຮອດສາມແຍກໄຟແດງໂພນປາເປົ້າ ຜູ້ກ່ຽວແມ່ນບໍ່ໄດ້ສັງເກດເບິ່ງໄຟອຳນາດ ແລະ ບໍ່ເຫັນລົດຈັກທີ່ຈອດຖ້າໄຟແດງຢູ່, ແຕ່ພໍໄກ້ຈະຮອດປະມານ 1-2 ແມັດຈຶ່ງເຫັນ ແຕ່ກໍບໍ່ສາມາດຢຸດລົດຂອງຕົນ, ຈຶ່ງໄດ້ຕຳເອົາທ້າຍລົດຈັກຄັນດັ່ງກ່າວຢ່າງຮຸນແຮງ, ຍ້ອນຄວາມຕົກໃຈ ຈຶ່ງໄດ້ເລັ່ງລົດໄວຂຶ້ນຕື່ມ, ໂດຍບໍ່ຮູ້ວ່າມີຄົນຕິດຢູ່ກ້ອງລົດ ແລະ ກໍໄດ້ຂັບລົດຫລົບໜີໄປທາງໄຟແດງທາດຫລວງ ເພື່ອໄປຮັບກຳມະກອນໄປສົ່ງຢູ່ໂຮງງານແຫ່ງໜຶ່ງທີ່ບ້ານໜອງທາ. ຫລັງຈາກນັ້ນ ກໍນຳລົດໄປເຂົ້າຈອດໄວ້ເຮືອນຕາມປົກກະຕິ. ພໍຕົກມາຮອດວັນທີ 8 ກໍລະກົດ ເຈົ້າໜ້າທີ່ຈຶ່ງສາມາດຈັບຕົວໄດ້. ປັດຈຸບັນຖືກຝາກຂັງໄວ້ຢູ່ຫ້ອງຄຸມຂັງ ນະຄອນບານ ຊົ່ວຄາວເພື່ອລໍຖ້າການດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment