Ad

Ad

5 July 2016

ການພັດທະນາຊົນນະບົດ ແລະ ກະສິກຳຕ້ອງໄປຄຽງຄູ່ກັນ

            ເມື່ອບໍ່ດົນມານີ້ລັດຖະບານໄດ້ມີການຍົກຍ້າຍຫຼາຍໜ້າວຽກໃຫ້ມາຂື້ນກັບຄວາມຮັບຜິດຊອບຂອງກະຊວງທີ່ກ່ຽວຂ້ອງ ແລະ ໜຶ່ງໃນນັ້ນກໍແມ່ນຄະນະພັດທະນາຊົນນະບົນ ແລະ ລືບລ້າງຄວາມ ທຸກຍາກໄດ້ຖືກຍົກຍ້າຍໃຫ້ຂື້ນກັບກະຊວງກະສິ ກຳ ແລະ ປ່າມໄມ້, ຫຼັງຈາກທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້,ໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງຂະແໜງການດັ່ງກ່າວເພື່ອ, ເປັນເສນາທິການຊ່ວຍກົມກາງເມືອງສູນການພັກ ແລະ ລັດຖະບານໃນການຄົ້ນຄ້ວານະໂຍບາຍ ແລະ ແຜນການເພື່ອການພັດທະ ນາຊົນນະບົດ ແລະ ສືບລ້າງຄວາມທຸກຍາກ, ວຽກງານຈັດສັນພູມລຳເນົາຄົງທີ່, ບ່ອນທຳມາຫາກິນ ແລະ ອາຊີບທີ່ໝັ້ນຄົງອື່ນໆໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ ແລະ ໃຫ້ທິດ ແນະນຳວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາ ຊົນ ແລະ ວຽກງານພັດທະນາກະສິກຳຕ້ອງໄປຄຽງຄູ່ກັນ, ເພື່ອເພື່ອໃຫ້ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກມີວຽກເຮັດງານທຳ, ມີຊີວິດການເປັນຢູ່ທີ່ດີຂື້ນ ແລະ ສາມາດຫຼຸດຜ່ອນອັດຕາການເຂົ້າມາເຮັດວຽກຢູ່ເມືອງໃຫຍ່ຂອງຊາວຊົນນະບົດ.  

No comments:

Post a Comment