Ad

Ad

5 July 2016

ວົງດົນຕີ Dynamic ຍາດໄດ້ລາງວັນຊະນະເລີດຈາກການປະກວດວຽງຈັນເຊັນເຕີ ຊຸບເປີແບນ 2016


          ງານປະກວດວຽງຈັນເຊັນເຕີຊຸບເປີແບນ 2016, ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດຜ່ານມານີ້, ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫລວງວຽງຈັນ, ຊຶ່ງເປັນງານປະກວດດົນຕີຄັ້ງ ຍິ່ງໃຫຍ່ເພື່ອເປີດໂອກາດໃຫ້ໄວໜຸ່ມທີ່ມັກຫລີ້ນດົນຕີປະເພດຕ່າງໆໄດ້ໃຊ້ເວລາໃຫ້ເປັນປະໂຫຍດ, ຫັນມາຫລິ້ນດົນຕີ, ຫລິ້ນກິລາປະເພດຕ່າງໆເພື່ອຫລີກຫ່າງຈາກສິ່ງເສບຕິດ ແລະ  ສິ່ງທີ່ຜິດກົດໝາຍຕ່າງໆ, ການປະກວດຄັ້ງນີ້ ແມ່ນນັກດົນຕີປະເພດຕ່າງໆຕ້ອງມາລວມກຸ່ມກັນເປັນວົງ, ເພື່ອແຂ່ງຂັນກັນຊິງເອົາລາງວັນອັນຊົງກຽດຈາກສູນການຄ້າ ວຽງຈັນເຊັນເຕີ, ຮ້ານຄຳແມ່ບຸນ ເຕັມ, ຮ້ານຂາຍເສື້ອຜ້າເຈເຈ ແລະ ຫ້າງຮ້ານອື່ນໆຜູ້ໃຫ້ການສະໜັບສະໜູນ, ຊຶ່ງການປະກວດ ໄດ້ຄັດເລືອກເອົາ 40 ວົງໃຫ້ ເຫລືອພຽງ 20 ວົງ, ຫລັງຈາກ ນັ້ນກໍໄດ້ເປີດໂອກາດໃຫ້ມີການ ໂຫວດຈາກມວນຊົນ ໂດຍແມ່ນວົງ Normal ໄດ້ຮັບການໂຫວດສູງສຸດ ໄດ້ຮັບເງິນລາງວັນ 500.000 ກີບ. ສ່ວນລາງວັນຊະນະເລີດແມ່ນວົງ Dynamic ໄດ້ຮັບເງິນລາງວັນ 3,5 ລ້ານກີບ ພ້ອມຂັນລາງວັນ, ອັນດັບ 2 ແມ່ນວົງ Yes  ໄດ້ຮັບເງິນລາງວັນ 1,7 ລ້ານກີບ ພ້ອມຂັນລາງວັນ ແລະ ອັນດັບ 3 ແມ່ນວົງ Normal ໄດ້ຮັບເງິນ ລາງວັນ 1,2 ລ້ານກີບ ພ້ອມຂັນ ລາງວັນ ແລະ ຍັງມີອີກ 2 ວົງ ໄດ້ຮັບລາງວັນຊົມເຊີຍ ຮັບເງິນ ວົງລະ 500.000 ກີບ.

No comments:

Post a Comment