Ad

Ad

26 August 2016

ຄອບຄົວມີຢູ່ມີກິນຍ້ອນລ້ຽງນັກກະທາ

ໂດຍ: ບຸນໂຮມ.
ທ່ານ ແສງເງິນ ມະຫາໃຈ, ພະນັກງານບໍານານ, ປັດຈຸບັນຢູ່ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໄດ້ຫັນມາທົດລອງລ້ຽງນົກກະທາ  ເຊິ່ງໃນເບື້ອງຕົ້ນໄດ້ຊື້ນົກມາລ້ຽງພຽງແຕ່ 30 ໂຕເທົ່ານັ້ນ,ຫຼັງຈາກລ້ຽງມາໄດ້ ປະມານໜຶ່ງປີຈິ່ງເຫັນວ່າກິດຈະການໄປໄດ້ດີຈິ່ງໄດ້ຂະ ຫຍາຍຄອກ ແລະ ສັ່ງຊື້ນົກເຂົ້າມາລ້ຽງຕື່ມຈຳນວນເກືອບ2ພັນໂຕເຮັດໃຫ້ມີລາຍຮັບຈາກການຂາຍໂຕນັກ ແລະ ໄຂ່ນົກໄດ້ມື້ລະປະມານ 2-3 ແສນກີບ.
     ທ່ານ ແສງເງິນ ມະຫາໃຈ ເລ່ົາສູ່ນັກຂ່າວພວກເຮົາຟັງວ່າ : ເມື່ອກ່ອນ ຕົນເອງເຮັດວຽກນຳລັດຮອດປີ 2002 ຈຶ່ງໄດ້ອອກບໍານານ. ຍ້ອນມີແນວຄິດຢາກເຮັດທຸລະກິດໃດໜຶ່ງຂອງຄອບຄົວໃນບັ້ນປາຍຊີວິດ, ທັງນີ້ກໍເພື່ອຢາກເຮັດໃຫ້ມີບັນຍາກາດ, ມີຊີວິດຊີວາ ແລະ ພໍບໍ່ໃຫ້ຫງ່ວມເຫງົາພາຍໃນຄອບຄົວ ໃຫ້ມີວຽກເຮັດ
ປະຈຳວັນ ແລະ ທັງເປັນການອອກກຳລັງກາຍໄປໃນຕົວ, ຕົກມາຮອດປີ 2007 ຈຶ່ງຕັດສິນໃຈຫັນມາທົດລອງລຽ້ງນົກກະທາ, ເຊິ່ງໃນເບື້ອງຕົ້ນແມ່ນໄດ້ລົງທຶນເຮັດຄອກນົກແບບປະຖົມປະຖານໂດຍບໍ່ໄດ້ນໍາໃຊ້ທຶນຫຼາຍ ມີຈຳນວນ ຫົກຄອກຊື້ນົກມາລ້ຽງພຽງ30ໂຕເທົ່ານັ້ນ. ການລ້ຽງນົກກໍດໍາເນີນມາໄດ້ປະມານໜຶ່ງປີເຫັນວ່າກິດຈະການດັ່ງກ່າວພໍເປັນໄປໄດ້, ຍ້ອນວ່າໃນແຕ່ລະມື້ແມ່ນໄດ້ນໍາໃຊ້ຊີວິດຢູ່ກັບຄອກນົກເຮັດໃຫ້ຈິດໃຈມີຄວາມຜູກພັນ ແລະ ເພີດເພີນຢູ່ກັບນົກກະທາຈິ່ງໄດ້ຕັດສິນໃຈຂະຫຍາຍຄອກອອກຕື່ມເປັນຈຳນວນ12ຄອກ ແລະ ສັ່ງຊື້ນົກກະທາມາລ້ຽງເພີ່ມຂຶ້ນເຖິງ 1.400ໂຕ, ໃນລາຄາໂຕລະ 3.500 ກີບ, ໂດຍຄິດໄລ່ໃສ່ຄອກລະ 110-120ໂຕ. ການເອົານົກມາລ້ຽງແມ່ນເລີ່ມແຕ່ອາຍຸນົກໄດ້25ມື້ ແລະ ລ້ຽງໄດ້ປະມານ 2ອາທິດ, ນົກແຕ່ລະໂຕກໍເລີ່ມໄຂ່ໄປເລື້ອຍໆ ແລະ ກໍໄຂ່ທຸກໆມື້ ຈົນຮອດ ເດືອນ11 ຈຶ່ງເລີ່ມເຊົາໄຂ່ ແລ້ວກໍຂາຍອອກໃຫ້ໝົດໃຫ້ແມ່ຄ້າຢູ່ຕະຫຼາດໃນລາຄາສະເລັ່ຍໂຕລະ 4.800ກີບ. ຈາກນັ້ນຈຶ່ງໄປຊື້ມາລ້ຽງໃໝ່ອີກ.

       ທ່ານ ແສງເງິນ ໃຫ້ຮູ້ວ່າ: ໃນແຕ່ລະມື້ແມ່ນໄດ້ເກັບໄຂ່ນົກໄດ້ປະມານ 900-1000ໜ່ວຍ ແລະ ໄດ້ສົ່ງໄປຂາຍໃຫ້ລູກຄ້າຂາປະຈຳຢູ່ຕະຫຼາດໃນລາຄາ 100ໜ່ວຍ/30.000ກີບ. ຖ້າວ່າຫັກຄ່າຫົວອາຫານອອກມື້ລະ 180.000ກີບຈະໄດ້ກຳໄລ 120.000ກີບ/ວັນ ແລະ ພາຍໃນເດືອນໜຶ່ງຈະໄດ້ລາຍຮັບຈາກການຂາຍໄຂ່ນົກປະມານ 3.500.000-4.000.000 ກີບ. ນອກຈາກລ້ຽງນົກກະທາແລ້ວຍັງໄດ້ລ້ຽງປານິນ, ປາໃນອີກ ສອງໜອງຢູ່ຫຼັງບ້ານ ເພື່ອຮັບໃຊ້ຊີວິດການເປັນຢູ່ພາຍໃນຄອບ ຄົວ. ມາຮອດປັດຈຸບັນນີ້ຖ້າຈະເວົ້າເຖິງສະພາບເສດຖະກິດຂອງຄອບຄົວຖືວ່າຢູ່ໃນລະດັບທີ່ດີ, ບໍ່ຂາດເຂີນ ພໍຢູ່ພໍກິນ, ເຖິງຈະເປັນພະນັກງານບໍານານຫຼາຍປີແລ້ວແຕ່ເຫື່ອແຮງຍັງພໍເຮັດໄດ້ ແລະ ຈິດໃຈກໍຍັງເຂັ້ມແຂງພໍສູ້ວຽກສູ້ງານແບບຄອບຄົວໄດ້ຕາມປົກະຕິດີເພາະວ່າຢ່າງໜ້ອຍກໍຍັງມີຜູ້ໃຫ້ກຳລັງໃຈກໍຄືພັນລະຍາທີ່ເປັນແກ້ວຕາດວງໃຈເຄີຍສູ້ຊີວິດນຳກັນມາເປັນເວລາຫຼາຍສິບປີ ແລະ ມາຮອດປັດຈຸບັນກໍຍັງເຮັດວຽກຄູ່ກັນໄປຢ່າງຄຽງບ່າຄຽງໄລ່, ເພື່ອເປັນຮົ່ມໂພຮົມໄຊໃຫ້ລູກຫຼານຕະຫຼອດໄປ.

No comments:

Post a Comment