Ad

Ad

30 August 2016

ສປປ ລາວ ມີຄວາມພ້ອມເຕັມຮ້ອຍແລ້ວຕໍ່ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ


           ໃນວັນທີ 29 ສິງຫານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຖະແຫລ່ງຕໍ່ສື່ມວນຊົນວ່າ: ສປປ ລາວ ມີຄວາມພ້ອມເຕັມຮ້ອຍແລ້ວຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດອາຊຽນຄັ້ງທີ 28,29 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ຈະຈັດຂຶ້ນນັບແຕ່ວັນທີ 6-8 ກັນຍານີ້ຢູ່ນະຄອນຫລວງວຽງຈັນ. ໂດຍຈະມີບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຫລາຍກວ່າ 20 ປະເທດເຂົ້າຮ່ວມ ແລະ ພິເສດຍັງມີທ່ານ ບາຣັກ ໂອບາມາ ເປັນປະທານາທິບໍດີສະ ຫະລັດອາເມລິກາ ຄົນທໍາອິດທີ່ຈະເດີນທາງມາຢ້ຽມຢາມ ສ ປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມຄັ້ງສໍາຄັນນີ້. 

          ທ່ານນາຍົກລັດຖະມົນຕີ ກ່າວວ່າ: ມາຮອດປັດຈຸບັນວຽກງານສໍາຄັນຕ່າງໆ ເປັນຕົ້ນ: ບຸກຄະລາກອນ, ເນື້ອໃນ, ສະຖານທີ່ປະຊຸມ, ທີ່ພັກ, ດ້ານພິທີການ ແລະ ການອໍານວຍຄວາສະດວກອື່ນໆ ເພື່ອຕ້ອນຮັບບັນດາປະມຸກລັດ  ແລະ ຫົວໜ້າລັດຖະບານທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງນີ້ແມ່ນມີຄວາມພ້ອມແລ້ວ100%. ດັ່ງນັ້ນຕາງໜ້າໃຫ້ພັກ ແລະ ລັດຖະບານ ຂໍເຊີນຊວນປະຊາຊົນບັນດາເຜົ່າໃນທົ່ວ
ປະເທດ, ໂດຍສະເພາະຊາວນະຄອນຫລວງວຽງຈັນ ຈົ່ງພ້ອມກັນຮ່ວມເປັນເຈົ້າພາບທີ່ດີ, ຕ້ອນຮັບແຂກດ້ວຍນໍ້າໃຈ, ດ້ວຍອັດທະຍາໃສມິດໄມຕີຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ທັງນີ້ ກໍເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງສໍາຄັນນີ້ມີຜົນສໍາເລັດຢ່າງຈົບງາມ. 

No comments:

Post a Comment