Ad

Ad

28 October 2016

ຮອງລັດຖະມົນຕີລົງຕິດຕາມ ການເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານພາສີສາກົນຂົວມິດຕະພາບ 1

          ໃນວັນທີ 26 ຕຸລານີ້, ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ລົງຕິດກວດກາຄວາມພ້ອມ, ການເກັບອາກອນມູນຄ່າເພີ່ມ 10% ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານທີ່ເດີນທາງເຂົ້າ-ອອກດ່ານພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ວຽງຈັນ-ໜອງຄາຍ, ພາຍຫຼັງກະຊວງການເງິນ ໄດ້ອອກຂໍ້ກຳນົດສະບັບເລກທີ 2834/ກງລົງວັນທີ 30/8/2016 ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງ ເຊິ່ງແນ່ໃສ່ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດທີດໍາລົງຊີວິດຢູ່
ສປປ ລາວ ໄດ້ຊື້ເຄື່ອງຂອງມາຮັບໃຊ້ໃນຄົວເຮືອນ, ໂດຍບໍ່ເປັນລັກສະນະການຄ້າ, ບໍ່ມີບມູນຄ່າສູງແມ່ນໄດ້ຮັບການຍົກເວັ້ນໃນມູນຄ່າບໍ່ເກີນ 50 ໂດລາສະຫະລັດ ຫຼືປະມານ 4 ແສນກີບ, ສ່ວນມູນຄ່າທີ່ເກີນຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມໃນອັດຕາ 10% ແລະ ໂດຍພາຍການຊີ້ນໍາຂອງກະຊວງການເງິນ ດ່ານພາສີສາກົນຂົວມິດຕະພາບ ໄດ້ສົມກັບພາກສ່ວນກ່ຽວຂ້ອງໂດຍສະເພາະທາງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ພັດທະນາລະບົບຊໍາລະອາກອນ (SmartVat) ໃຫ້ບໍລິການການແຈ້ງຊໍາລະປະກອບມີ 3 ຂັ້ນຕອນຄື: ຜ່ານລະບົບມືຖື, ຜ່ານລະບົບ BCEL One, ຜ່ານຟອມໃບແຈ້ງ, ມາຮອດປະຈຸບັນການຈັດເກັບອາກອນມູນຄ່າເພີ່ມມີຄວາມພ້ອມເກືອບ 100% ເຊັ່ນ: ດ້ານພື້ນຖານໂຄງລ່າງໄດ້ປັບປຸງ, ຂະຫຍາຍຊ່ອງເລນລົດສ່ວນຕົວຂາເຂົ້າຈາກ 5 ຊ່ອງເປັນ 8 ຊ່ອງ, ພັດທະນາລະບົບເອເລັກໂຕຣນິກ ຮ່ວມກັບທະນາຄານການຕ່າງປະເທດ ເພື່ອໃຊ້ໃນການແຈ້ງຂໍ້ມູນເຄື່ອງຂອງທີ່ນຳເຂົ້າເພື່ອການຊຳລະຄ່າອາກອນດ້ວຍບັດ SmartVat, ສ້າງຄູ່ມືໃຫ້ຄຳແນະນຳໃນການແຈ້ງເສຍອາກອນມູນຄ່າເພີ່ມ 10% ເຄື່ອງຂອງຕິດຕົວຜູ້ໂດຍສານພ້ອມທັງຝຶກອົບຮົມເຈົ້າໜ້າທີ່ພາສີຜູ້ປະຕິບັດງານຕົວຈິງໃຫ້ມີຄວາມຊຳນິຊຳນານງານ ແລະໃນວັນທີ 1 ພະຈິກ 2016 ຈະໄດ້ເລີ່ມຈັດຕັ້ງປະຕິບັດເປັນທາງການສຳລັບການເກັບອາກອນມູນຄ່າເພີ່ມ 10% ທີ່ດ່ານພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ວຽງຈັນ, ໜອງຄາຍ ລາຊະອານາຈັກໄທ.
          ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ພະ ນັກງານພາສີ, ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ການໃຫ້ຄຳແນະນຳແກ່ປະຊາຊົນໃນການແຈ້ງອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ຮັບປະກັນຄວາມປອດໄພ, ວ່ອງໄວທັນການ, ການລະບາຍລົດບໍ່ໃຫ້ແອອັດໂດຍສະເພາະວັນເສົາ-ອາທິດ ຈຳນວນຜູ້ໂດຍສານ ແລະພາຫະນະຂອງ ສປປ ລາວ ທີ່ເດີນທາງຜ່ານດ່ານຂົວມິດຕະພາບຫຼາຍຮ້ອຍຄັນຕໍ່ວັນ.

          ສະນັ້ນ, ຈິ່ງຮຽກຮ້ອງມາຍັງທຸກຄົນທີ່ເດີນທາງອອກ-ເຂົ້າຜ່ານດ່ານຂົວມິດຕະພາບ 1 ຈົ່ງຍົກສູງສະຕິໃນການປະຕິບັດກົດໝາຍ ແລະລະບຽບການຂອງສປປ ລາວ, ໃຫ້ການຮ່ວມມືກັບເຈົ້າໜ້າທີ່ປະຈຳດ່ານໃນການແຈ້ງຂໍ້ມູນເຄື່ອງຂອງທີ່ນໍາເຂົ້າມາໃຫ້ຖືກຕ້ອງຄົບຖ້ວນຕາມຕົວຈິງ, ແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍສູງຂຶ້ນ, ພ້ອມທັງເປັນການສົ່ງເສີມການລົງທຶນ, ການຈັບຈ່າຍຊື້ຂາຍສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ແລະ ການຈັດເກັບແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ມີປະສິດທິຜົນ.

No comments:

Post a Comment