Ad

Ad

25 October 2016

ກອງປະຊຸມສະໄໜສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ໄຂຂື້ນຢ່າງເປັນທາງການ

          ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ຫໍສະພາແຫ່ງຊາດໃນນະຄອນ ຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮວ່ມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.
          ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວ ສູນທອນພົດໄຂກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມສະໄໜສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ນີ້ຈະໄດ້ພິຈາ ລະນາ
ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນ ຂອງຊາດເປັນຕົ້ນ ການພິຈະລະນາ ການດັດແກ້ບາງຄາດໝາຍທາງດ້ານເສດຖະກິດມະຫາພາກຂອງແຜນພັດທດະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 4 ປີ (2017-2020), ພິຈາ ລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກຽ່ວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ເງິນຕາສົກປີ 2015-2016 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແລະ ເງິນຕາ ປະຈຳປີ 2017, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການ ກວດສອບແຫ່ງລັດກຽ່ວກັບຜົນການກວດສອບບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປິ 2014-2015, ການຈັດຕັ້ງປະຕິບັດແຜນກວດສອບແຫ່ງລັດສົກ ປີ 2015-2016 ແລະ ທິດທາງແຜນການເຄື່ອນໄຫວກວດສອບປະຈໍາປີ 2017, ພິຈາ ລະນາ ແລະ ຮັບຮອງເອົາຜົນຕິດຕາມກວດກາການສ້າງນິຕິກຳກົດໝາຍຂອງລັດຖະ ບານ ແລະ ການນຳໃຊ້ສານເຄມີປົນເປື້ອນທີ່ເປັນພິດ ສົ່ງຜົນກະທົບຕໍ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງ ປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ນ້າ ແລະ ແຜນການປີ 2017 ຂອງສານປະຊາຊົນສູງສຸດ ແລະ ອົງ ການໄອຍະການປະຊາຊົນ ສູງສຸດ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກຽ່ວກັບການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2016 ແລະ ແຜນການປີ 2017 ຂອງສະພາແຫ່ງຊາດ, ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈຳ ນວນ 15 ສະບັບ, ໃນນັ້ນ ກົດໝາຍໃນຂົງເຂດເສດຖະກິດ-ການເມືອງ ມີ 7 ສະບັບ, ຂົງເຂດການປົກຄອງ 7 ສະບັບ ແລະ ຂົງເຂດວັດທະນະທຳ-ສັງຄົມ 1 ສະບັບ ແລະ ຮ່າງປະມວນກົດໝາຍອາຍາທີ່ນຳມາທາມທາບໃນກອງປະຊຸມ, ການສ້າງ ແລະ ປັບປຸງກົດ ໝາຍດັ່ງກ່າວ ລ້ວນແລ້ວແຕ່ເປັນບັນຫາພົ້ນເດັ່ນທີ່ມີຄວາມສົນໃຈເປັນຕົ້ນ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍຄຸ້ມຄອງເຄມີ.
          ພາຍຫລັງປະທານກອງປະຊຸມກ່າວສູນທອນພົດໄຂກອງປະຊຸມແລ້ວຄະນະຜູ້ແທນ ໄດ້ຮັບຟັງການພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຈໍານວນ 1 ທ່ານແທນຜູ້ເສຍຊີວິດ, ໂດຍທີ່ປະຊຸມໄດ້ເຫັນດີຮັບຮອງ ເອົາທ່ານພັນເອກ ອິນໂຮມ ຈັນສີມາ ເຂົ້າເປັນສະມາຊິກຄົນໃໝ່.














No comments:

Post a Comment