Ad

Ad

26 October 2016

ລາວຈະເລີ່ມຈັດຕັ້ງປະຕິບັດແຜນງົບປະມານສົກປີ 2017 ຕາມປະຕິທິນເປັນປີທຳອິດ

          ມື້ທຳອິດຂອງວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃນນັ້ນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກຽ່ວກັບແຜນງົບປະ ມານແຫ່ງລັດປະຈຳສົກປີ 2017, ຊຶ່ງເປັນປີທຳອິດທີ່ເລີ່ມ ຈັດຕັ້ງປະຕິບັດຕາມປີປະຕິທິນຄື: ເລີ່ມແຕ່ວັນທີ 1 ມັງກອນຫາວັນທີ 31 ທັນວາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ), ຊຶ່ງຂະບວນການກະກຽມໃນການສ້າງແຜນດັ່ງ
ກ່າວເຫັນວ່າມີເວລາຈຳກັດພໍສົມຄວນ, ເນື່ອງຈາກກົດໝາຍງົບປະມານໄດ້ຮັບການຮັບຮອງໃນທ້າຍປີ 2015 ຜ່ານມາ, ເຊິ່ງການສ້າງແຜນງົບປະມານແຫ່ງລັດປີ 2017 ໃຫ້ມີລັກສະນະຕັ້ງໜ້າ ແລະ ຫັນປ່ຽນດີຂຶ້ນກວ່າເກົ່າ ດ້ວຍການສ້າງແຜນລາຍຮັບທີ່ມີຄວາມບຸກບືນ ແລະ ສູ້ຊົນສູງເຮັດໃຫ້ລາຍຮັບງົບປະມານເພີ່ມຂຶ້ນສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ, ອີງໃສ່ຄວາມອາດສາມາດຕົວຈິງ ຕາມຖານລາຍຮັບທີ່ຊັດເຈນ ແລະ ການຂຸດຄົ້ນທ່າແຮງບົ່ມຊ້ອນຂອງບັນດາຂະແໜງລາຍຮັບ, ຮັບປະກັນໃຫ້ສາມາດລະດົມທຸກແຫລ່ງລາຍຮັບເພື່ອຕອບສະໜອງໃຫ້ແກ່ແຜນລາຍຈ່າຍທີ່ຖືກຮັບຮອງ ແລະ ແກ້ໄຂສະພາບຝືດເຄືອງຂອງງົບປະມານ, ໃນການຈັດສັນແຜນລາຍຈ່າຍງົບປະມານແຫ່ງລັດ, ໂດຍອີງໃສ່ຄວາມອາດສາມາດໃນການເກັບລາຍຮັບງົບປະມານຕົວຈິງ ແລະ ທັງຮັບປະກັນສາມາດຕອບສະໜອງໃຫ້ແກ່ແຜນວຽກທີ່ສຳຄັນຂອງລັດຖະບານ ແລະ ຂອງແຕ່ລະຂະແໜງການໂດຍພື້ນຖານ, ບົນຈິດ ໃຈປະຢັດມັດທະຍັດ ແລະ ຫລຸດຜ່ອນການໃຊ້ຈ່າຍທີ່ຟູມເຟືອຍ, ພະຍາຍາມຫລຸດລາຍຈ່າຍລົງໃຫ້ສົມຄູ່ກັບລາຍຮັບ, ແຕ່ການປະຕິບັດຕົວຈິງ ກໍຍັງເປັນສິ່ງທ້າທາຍສົມຄວນ ເພາະບາງລາຍຈ່າຍແມ່ນໄດ້ມີເພດານກຳນົດໄວ້ແລ້ວ ແລະ ຍັງຈຳເປັນປະຕິບັດບັນດານະໂຍບາຍດ້ານລາຍຈ່າຍສຳຄັນຕ່າງໆທີ່ລັດ ຖະບານປະກາດໃຊ້ໄປແລ້ວ, ຊຶ່ງຈະເຮັດໃຫ້ການຂາດດຸນໃນປີ 2017ນີ້ ຍັງຈະສູງສົມຄວນ ແລະ ມີຄວາມຈຳເປັນທີ່ຈະຕ້ອງໄດ້ລະດົມແຫລ່ງດຸ່ນດ່ຽງຈາກການກູ້ຢືມ ແລະ ຈະເນັ້ນການລະດົມຈາກພາຍໃນເປັນຕົ້ນຕໍ ແລະ ຖ້າຈຳເປັນແມ່ນຕ້ອງໄດ້ລະດົມຈາກຕ່າງປະເທດເຂົ້າມາເພີ້ມຕື່ມ.

          ທ່ານຮອງນາຍົກລັດຖະມົນຕີ ກ່າວຕື່ມວ່າ: ຕົວເລກຄາດໝາຍລາຍຮັບໃນສົກປີ 2017 (ລວມລາຍຮັບຈາກການຊ່ວຍເຫລືອລ້າ) ຕ້ອງສູ້ຊົນໃຫ້ໄດ້ 23.801 ຕື້ກີບ, ເທົ່າກັບ 18,53% ຂອງ GDP, ສຳລັບລາຍຮັບພາຍໃນມີຈຳນວນ 21.323 ຕື້ກີບ ເທົ່າກັບ 16,44% ຂອງ GDP, ໃນນີ້ ລາຍຮັບປົກກະຕິ ມີ 18.892 ຕື້ກີບ ແລະ ຈົດຮັບ -ຈົດຈ່າຍ ຈຳນວນ 2.400 ຕື້ກີບຄື: ລາຍຮັບສ່ວຍສາອາກອນ 10.875 ຕື້ກີບ, ເພີ່ມ ຂຶ້ນ 11,98% ຈາກສົກປີ 2015-2016; ລາຍຮັບພາສີ 6.650 ຕື້ກີບ, ເພີ່ມຂຶ້ນ 4,46%; ລາຍຮັບວິສາຫະກິດລັດລົງທຶນ 1.350 ຕື້ກີບ, ຫລຸດລົງ -31,4%; ລາຍຮັບຄຸ້ມຄອງຊັບສິນຂອງລັດ 2.441 ຕື້ກີບ, ເພີ່ມຂຶ້ນ 23,5% ແລະ ລາຍຮັບອື່ນໆ 7,11 ຕື້ກີບ. ສ່ວນຕົວເລກຄາດໝາຍລາຍຈ່າຍງົບປະມານປີ 2017 ບໍ່ເກີນ 32.262 ຕື້ກີບ, ເທົ່າກັບ 24,88% ຂອງ GDP, ທຽບໃສ່ຄາດຄະເນປະຕິບັດສົກປີ 2015-2016 ເພີ່ມຂຶ້ນ 7% ຄື: ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ 10.500 ຕື້ກີບ, ເພີ່ມຂຶ້ນ 14,75% ຈາກສົກປີຜ່ານມາ; ເງິນນະໂຍບາຍ 1.700 ຕື້ກີບ, ເພີ່ມຂຶ້ນ 12,6%; ເງິນບໍລິຫານ ແລະ ຊື້ໃໝ່ 2.800 ຕື້ກີບ, ເພີ່ມຂຶ້ນ 1,52%; ເງິນດັດສົມ ແລະ ສົ່ງເສີມ 1.580 ຕື້ກີບ, ທຽບເທົ່າກັບປີຜ່ານມາ, ນອກນີ້ ຍັງມີລາຍຈ່າຍຊຳລະໜີ້ສິນ: 1.897 ຕື້ກີບ, ໃນນັ້ນ ຊຳລະໜີ້ສິນຕ່າງປະເທດ 1.320 ຕື້ກີບ; ຊຳລະໜີ້ສິນພາຍໃນ 561 ຕື້ກີບ; ລາຍຈ່າຍລົງທຶນພາຍໃນ: 5.323 ຕື້ກີບ, ໃນນັ້ນ ລົງທຶນປົກກະຕິ 3.300 ຕື້ກີບ; ລົງທຶນອື່ນໆ 2.023 ຕື້ກີບ (ໃນນີ້ມີທາງລົດໄຟລາວ-ຈີນ 543 ຕື້ກີບ) ແລະ ແຫລ່ງດຸນດ່ຽງທັງໝົດ 8.461 ຕື້ກີບ ເທົ່າກັບ 6,52% ຂອງ GDP (ອີງຕາມຕົວເລກຄາດຄະເນ GDP ຂອງກະຊວງແຜນການ ແລະ ການລົງທຶນ 129.683 ຕື້ກີບ).

No comments:

Post a Comment