Ad

Ad

25 October 2016

ລົດເມວຽງຈັນ-ຄຸນມິງ ຕົກເຫວຢູ່ເຂດເມືອງນານ ມີຜູ້ ເສຍຊີວິດ 4 ຄົນ


        ເຈົ້າໜ້າທີ່ ຈະລາຈອນ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເວລາປະມານ 19:30 ໂມງຂອງວັນທີ 23 ຕຸລາຜ່ານມານີ້, ລົດໂດຍສານ ວຽງຈັນ-ຄຸນມິງ ທີ່ບັນຈຸຜູ້ໂດຍສານ 10 ຄົນ, ພໍມາຮອດເສັ້ນ ທາງຕັດໃໝ່ເມືອງກາສີ ແຂວງວຽງຈັນ ອອກໄປຫາເມືອງນານ ແຂວງຫລວງພະບາງ ໃນບໍລິເວນເຂດຜາແອນ, ບ້ານນາເມືອງ, ເມືອງນານ, ຊຶ່ງ ເປັນເຂດທາງຄ້ອຍຊັນ ແລະ ຄົດໂຄ້ງ ຈຶ່ງເຮັດໃຫ້ລົດດັ່ງກ່າວທີ່ແລ່ນມາດ້ວຍຄວາມໄວສົມຄວນ ເສຍຫລັກ ຕົກລົງເຫວເລິກຂ້າງທາງ, ສົ່ງຜົນໃຫ້ຜູ້ໂດຍ ສານ 4 ຄົນເສຍຊີວິດ, ໃນນັ້ນເປັນຍິງ 2  ແລະ ຊາຍ 2 ຄົນແມ່ນສັນຊາດຈີນຄື: ນາງ ຕາດຳ ມະນີ, ອາຍຸ 20 ປິ, ຢູ່ບ້ານຖ້ຳ ແລະ ນາງແອນຕີ່ ໄຊຍະວົງ ສີຫາລາດ, ອາຍຸ 21 ປີ, ຢູ່ບ້ານໂພນຄຳ, ທັງສອງບ້ານຂຶ້ນກັບເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ສ່ວນທ້າວ ຊ່າງຈ່າວ, ອາຍຸ 26 ປີ ແລະ ທ້າວ ລີວມານເລິນ, ອາຍຸ 53 ປີ, ທັງສອງຢູ່ແຂວງເຮີເປີຍ ປະເທດຈີນ.
          ເຈົ້າໜ້າທີ່ເຕືອນວ່າ: ເສັ້ນທາງດັ່ງກ່າວແມ່ນເສັ້ນທາງຕັດໃໝ່ ແລະ ມັກມີອຸປະຕິເຫດເກີດຂຶ້ນເລື້ອຍໆ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ທີ່ຜ່ານເສັ້ນທາງດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກ່ອນອອກເດີນທາງທຸກຄັ້ງ ຕ້ອງກວດກາຄວາມພ້ອມດ້ານເຕັກນິກຂອງລົດໃຫ້ດີ ເພື່ອຫລີກລ້ຽງການເກີດອຸປະຕິເຫດທີ່ບໍ່ເພີ່ງປາຖະໜາດັ່ງກ່າວ.
          ປັດຈຸບັນ ຜູ້ທີ່ເສຍຊີວິດທັງໝົດແມ່ນຍັງຢູ່ໂຮງໝໍແຂວງຫລວງພະບາງ ບໍ່ທັນມີຍາດ ພີ່ນ້ອງໄປຮັບເອົາສົບແຕ່ຢ່າງໃດ, ດັ່ງນັ້ນ ຈຶ່ງແຈ້ງໃຫ້ຍາດພີ່ນ້ອງ ຫລື ຜູ້ທີ່ຮູ້ຈັກແມ່ນໃຫ້ ຮີບຮ້ອນຕິດຕໍ່ຫາເຈົ້າໜ້າທີ່ແຂວງຄື: 020 23883088 ເພື່ອຄົ້ນຄວ້າເອົາສົບຂອງຜູ້ຕາຍ ໄປເຮັດພິທີທາງສາສະໜາ.


No comments:

Post a Comment