Ad

Ad

21 October 2016

ລາວເວີນສົ່ງເສີມການໃຊ້ລົດເມໄຟຟ້າສາທາລະນະ


           ບໍລິສັດ ລາວເວີນ ມະຫາຊົນ, ໄດ້ຕົກລົງສະໜອງລົດເມໄຟຟ້າຂະໜາດ 24 ບ່ອນນັ່ງຈໍານວນ 10 ຄັນໃຫ້ແກ່ລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ເພື່ອທົດລອງ ແລ່ນໃຫ້ບໍລິການໂດຍສານສາທາລະນະຢູ່ຕົວເມືອງໃນທ້າຍເດືອນຕຸລານີ້, ຊຶ່ງເບື້ອງຕົ້ນຈະໃຫ້ບໍລິການໂດຍສານໃນເສັ້ນທາງຈາກສູນການຄ້າລາວ-ໄອເຕັກຜ່ານທາດຫລວງ-ປະຕູໄຊ-ສະຖານີລົດເມແລ້ວລ້ຽວໄປຕາມເສັ້ນທາງແຄມຂອງແລ້ວລ້ຽວໄປທາງວິທະຍາໄລເຕັກນິກປາກປ່າສັກ ແລະ ແລ່ນໄປຕາມຖະໜົນເສດຖາທິລາດຜ່ານສະຖານີລົດເມແລ້ວກັບຄືນເສັ້ນທາງເກົ່າໃນລາຄາ 5 ພັນກີບຕໍ່ຖ້ຽວຕໍ່ຄົນ.  
            ການນໍາເອົາລົດປະເພດດັ່ງກ່າວມາບໍລິການໂດຍສານສາທາລະນະນີ້ແນໃສ່ສົ່ງເສີມການບໍລິການຂົນສົ່ງສາທາລະນະທີ່ນັບມື້ເພີ່ມຂຶ້ນ, ຫລຸດຜ່ອນຄວາມແອອັດຈາກການນໍາໃຊ້ລົດສ່ວນຕົວ, ປະຢັດລາຍຈ່າຍຄ່ານໍ້າມັນ, ຫລຸດຜ່ອນບັນຫາມົນລະພິດ ແລະ ສ້າງສິ່ງເປັນມິດກັບສະພາບແວດລ້ອມ. ທັງເປັນການສ້າງທາງເລືອກໃໝ່ທີ່ສະດວກສະບາຍໃຫ້ແກ່ມວນຊົນໃນການເດີນທາງໄປມາໃນຕົວເມືອງຫລວງ.
             ການລົງນາມຮ່ວມມືໂຄງການດັ່ງກ່າວໄດ້ມີຂຶ້ນໃນວັນທີ 19 ຕຸລານີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານຄໍາພູນ ເຕເມລາດ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫລວງ ແລະ ທ່ານ ວິສັນ ນະລົງສັກ ຮອງປະທານບໍລິສັດລາວເວີນມະຫາຊົນ. ໂດຍມີທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງເຂົ້າຮ່ວມນໍາດ້ວຍ. 


No comments:

Post a Comment