Ad

Ad

27 October 2016

ອຸຕຸເຕືອນ !!! ທ້າຍເດືອນນີ້ອາກາດຈະເຢັນລົງ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 27-30 ຕຸລານີ້, ບໍລິເວນ ຄວາມກົດດັນສູງຂອງອາກາດຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງລາວ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ ແຕ່ລະພາກ. ສຳລັບພາກເໜືອດ້ານຕາເວັນອອກ: ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 24-26 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງ, ພ້ອມມີໝອກ
ບາງປົກຫຸ້ມຢູ່ທົ່ວໄປ ຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 30-32 ອົງສາ; ນະຄອນ ຫລວງວຽງຈັນ: ອາກາດເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກກາງ: ອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານ ກາງ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງ ສຸດ 31-33 ອົງສາ; ພາກໃຕ້: ອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຫາປານ ກາງ ພ້ອມມີລົມພັດແຮງເປັນບາງໂອກາດ, ໂດຍສະເພາະແຂວງເຊກອງ ແລະ ອັດຕະປື, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ.

No comments:

Post a Comment