Ad

Ad

21 October 2016

ເຫດສະຫຍອງຂວັນເກີດຂຶ້ນທີ່ແຂວງບໍລິຄຳໄຊ

             ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ເມື່ອກາງເດືອນກັນຍາຜ່ານມານີ້, ໄດ້ເກີດເຫດຄາດຕະກຳເພື່ອຊີງຊັບ ຍ້ອນບັນຫາໜີ້ສິນ. ເລື່ອງມີຢູ່ວ່າ: ເມື່ອປີ 2013, ທ້າວ ຂວັນໃຈ (ຄາດຕະກອນ) ຢູ່ບ້ານນາຂາມ ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ທ້າວ ບຸນທັນ (ຜູ້ເສຍຊີວິດ) ອາຍຸ 32 ປີ ຢູ່ບ້ານສົມສະໜຸກ ເມືອງປາກກະດິງ ແຂວງດັ່ງກ່າວ ໄດ້ຮ່ວມກັນຄ້າຂາຍໄມ້ຂະຍຸງ ແລະ ເຮັດໃຫ້ທ້າວ ຂວັນໃຈ ເກີດມີໜີ້ສິນແລ້ວຫາວິທີຄາດຕະກຳໝູ່ ເພື່ອຊີງຊັບມາໃຊ້ໜີ້. ຈົນມາຮອດວັນທີ 14 ກັນຍາ 2016, ຜູ້ກ່ຽວຈຶ່ງສາມາດລົງມືຄາດຕະກຳທ້າວ ບຸນທັນ ໄດ້ ຢູ່ບໍລິເວນເສັ້ນທາງ 13 ໃຕ້ ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ດ້ວຍ
ການເອົາມີດຂັດເຕີທີ່ກະກຽມໄວ້ປາດຄໍທ້າວ ບຸນທັນ ໃນຂະນະທີ່ກຳ ລັງຂັບລົດກັບຄືນມາເມືອງປາກຊັນ ແລ້ວທ້າວ ຂວັນໃຈ ໄດ້ນຳເອົາລົດດັ່ງກ່າວເປັນລົດກະບະວີໂກ ໝາຍເລກທະບຽນ ກມ 9589 ຂັບຂີ່ມາບ້ານຂອງຕົນ ເພື່ອຫວັງຂາຍໃຫ້ຜູ້ອື່ນໃນລາຄາ 5 ແສນບາດ (ສະກຸນເງິນໄທ) ແຕ່ຍັງບໍ່ທັນໄດ້ຂາຍ ເພາະແລງມື້ຕໍ່ມາ ວັນທີ 15 ກັນຍາ ເຈົ້າໜ້າທີ່ກໍສາມາດນຳຈັບຕົວຄາດຕະກອນມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment