Ad

Ad

24 October 2016

ນຳສະເໜີທຶນການສຶກສາຂອງເອີຣົບ

            ເມື່ອທ້າຍອາທິດຜ່ານມານີ້, ສຳນັກງານຕາງໜ້າສະຫະພາບເອີຣົບປະຈຳລາວຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລສຸພານຸວົງ, ແຂວງຫລວງພະບາງ, ໄດ້ຈັດສຳມະນາໃນຫົວຂໍ້: ສຶກສາຕໍ່ທີ່ເອີຣົບໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາວິທະຍາໄລດັ່ງກ່າວໄດ້ຮັບຮູ້ເຂົ້າໃຈ ແລະ ກຽມຕົວໃຫ້ພ້ອມເພື່ອສະໝັກຂໍທຶນສຶກສາຕໍ່ຢູ່ປະເທດເອີຣົບ.
            ຊຸດສຳມະນານີ້, ແມ່ນສ່ວນໜຶ່ງຂອງການຜັນຂະຫຍາຍແຜນການຮ່ວມມືດ້ານການສຶກສາຊັ້ນສູງລະຫວ່າງສະຫະພາບເອີຣົບ ແລະ ລາວ ແລະ ຈະໄດ້ຈັດຂຶ້ນ ໃນມະຫາວິຍາໄລຕ່າງໆໃນທົ່ວປະເທດ, ເພື່ອສົ່ງເສີມການຮ່ວມມືລະຫວ່າງມະຫາວິທະຍາໄລໃນສະຫະພາບເອີຣົບ ແລະ ລາວ.

   ໃນການຂຶ້ນກ່າວຄໍາເຫັນຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຄຳຝາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ແລະ ທ່ານ ຮິວ ອີວານ ເອກອັກຄະລາຊະທູດອັງກິດປະຈໍາລາວ ຕ່າງກໍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການສຶກສາຕໍ່ການພັດທະນາ ເພື່ອນໍາພາປະເທດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ວຍພັດທະນາ ກໍຄືການກ້າວໄປສູ່ຫັນເປັນອຸດສະຫະກໍາທັນສະໄໝທີ່ຍືນຍົງ, ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຍຸດທະສາດ ແລະ ແຜນປະຕິບັດງານຂອງມະຫາວິທະຍາໄລສຸພານຸວົງ, ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງລາວ ແລະມະຫາ ວິທະຍາໄລໃນສະຫະພາບເອີຣົບ, ການໃຫ້ທຶນການສຶກສາ ແລະ ວິທີສະໝັກທຶນການສຶກສາຂອງລັດຖະບານປະເທດຝຣັ່ງ, ອັງກິດ ແລະ ສະຫະພາບເອີຣົບ.
            ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ກ່າວວ່າ: ຊັບພະຍາກອນມະນຸດແມ່ນປັດໃຈສຳຄັນຂອງການພັດທະນາທີ່ຍືນຍົງ ແລະ ເຮັດໃຫ້ເສດຖະກິດຂອງປະເທດມີການເຕີບໃຫຍ່ຂະຫຍາຍໂຕໄດ້ຢ່າງມີປະສິດທິຜົນດີ. ສະນັ້ນໜຶ່ງໃນບູລິມະສິດການຮ່ວມມືພັດທະນາຂອງສະ ຫະພາບເອີຣົບ ແລະ ສ ປປ ລາວ ນັບແຕ່ສົກ 2014-2020 ແມ່ນສຸມໃສ່ວຽກງານການສຶກສາ, ຊຶ່ງໃນໄລຍະຜ່ານມາສະຫະພາບເອີຣົບໄດ້ປະກອບສ່ວນຊ່ວຍສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ ສ ປປ ລາວແລ້ວຈໍານວນບໍ່ໜ້ອຍ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ. ສະນັ້ນຂໍໃຫ້ຜູ້ທີ່ສົນໃຈສະໝັກເອົາທຶນການສຶກສານີ້ຈົ່ງໄດ້ກະກຽມຄວາມພ້ອມຂອງຕົນໃຫ້ດີ, ໂດຍສະເພາະແມ່ນທັກສະດ້ານພາສາອັງກິດເພື່ອໃຫ້ຮັບປະກັນຜົນ
ສຳເລັດ.
           ນັບແຕ່ປີ 2004 ເປັນຕົ້ນມາ, ສະຫະພາບເອີຣົບໄດ້ສະໜອງທຶນການສຶກສາຫຼາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາວໃນລະດັບຕ່າງໆ ເຊັ່ນ: ການຝຶກອົບຮົມວິຊາສະເພາະ, ປະລິນຍາຕີ, ປະລີນຍາໂທ ແລະ ປະລີນຍາເອກໃນບັນດາປະເທດສະມາຊິກຂອງສະຫະພາບເອີຣົບ.
            ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບທຶນການສຶກສານີ້, ທ່ານສາມາດເບິ່ງໄດ້ທີ່ເວບ

ໄຊ: http://ec.europa.eu/programmes/erasmus-plus/Erasmus+ - European Commission EU programme for education, training, youth and sportec.europa.eu

No comments:

Post a Comment