Ad

Ad

24 October 2016

ລັດຖະບານເນັ້ນໃຫ້ທຸກຂະແໜງເພີ່ມທະວີຕ້ານການຟູມເຟືອຍ

  ຄະນະລັດຖະບານໄດ້ຕົກລົງເຫັນດີເປັນເອກະພາບໃນການປັບປຸງຫັນປ່ຽນນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍແຫ່ງຊາດໃຫ້ເປັນຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ພ້ອມທັງແນະນໍາໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ, ຮີບຮ້ອນແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາຂັ້ນຕ່າງໆຂຶ້ນໂດຍໄວ ເພື່ອກວດກາການຈັດຕັ້ງປະຕິບັດນິຕິກໍາດັ່ງກ່າວໃຫ້ມີປະສິດພິຜົນໃນຕໍ່ໜ້າ.
  ການເຫັນດີປັບປຸງນິຕິກໍາດັ່ງກ່າວມີຂຶ້ນຢູ່ກອງປະຊຸມລັດຖະ ບານສະໄໝສາມັນປະຈໍາເດືອນຕຸລານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ຊຶ່ງກອງປະຊຸມໄດ້ຕີລາຄາວ່າ:ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ
ເອົາໃຈໃສ່ຊີ້ນໍາໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມມີການປະຢັດມັດທະຍັດ, ທັງໄດ້ອອກນິຕິກໍາຕ່າງໆເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ ແລະ ມີການເຜີຍແຜ່ຢ່າງກວ້າງຂວາງໃຫ້ບັນດາກະຊວງ, ອົງການ ແລະ ທ້ອງ ຖິ່ນຕ່າງໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນລະບຽບການຂອງແຕ່ລະຂະແໜງການ ເປັນຕົ້ນ: ລະບຽບການໃຊ້ຈ່າຍ, ການນໍາໃຊ້ພາຫະນະ, ລົງຮາກຖານ, ການຈັດກອງປະຊຸມ-ສໍາມະນາ, ການຕ້ອນຮັບແຂກ, ການປະມູນໂຄງການ, ຊໍາລະສະສາງ ແລະ ອື່ນໆ. ແຕ່ຜ່ານການຕິດຕາມກວດກາການປະຕິບັດນິຕິກໍາດັ່ງກ່າວຕົວຈິງເຫັນວ່າໃນບາງຂະແໜງການ, ບາງຂົງເຂດຍັງບໍ່ທັນເຮັດໄດ້ດີ, ບໍ່ເປັນຮູບປະທໍາ, ບໍ່ເລິກເຊິ່ງທົ່ວເຖິງ ແລະ ຕໍ່ເນື່ອງເທົ່າທີ່ຄວນ, ຈຶ່ງເຮັດໃຫ້ຄວາມເປັນເອກະພາບທາງດ້ານແນວຄິດ ແລະ ສະຕິຕື່ນຕົວບໍ່ທັນສູງ, ເນື່ອງຈາກຕິດພັນກັບຜົນປະໂຫຍດ, ຊຶ່ງສະແດງອອກໃນການນໍາໃຊ້ງົບປະມານບ້ວງເງິນບໍລິຫານ,ດັດສົມ, ເງິນລົງທຶນຂອງລັດມີລັກສະນະຟູມເຟືອຍ, ຄຸນນະພາບ ແລະ ປະສິດທິຜົນຂອງວຽກງານຕໍ່າ, ສັງຄົມຍັງມີການຊ່ວງເສັງອວດອ້າງຄວາມຮັ່ງມີຫລາຍຂຶ້ນ ແລະ ແຂ່ງຂັນກັນຫລີ້ນກິນຟູມເຟືອຍ. ດັ່ງນັ້ນຕໍ່ສະພາບດັ່ງກ່າວ, ລັດຖະບານເຫັນວ່າຕ້ອງໄດ້ປັບປຸງຫັນປ່ຽນນະໂຍບາຍດັ່ງກ່າວເປັນຄໍາສັ່ງນາຍົກລັດຖະມົນຕີ ເພື່ອເພີ່ມຄວາມສັກສິດເຂັ້ມງວດໃນການຈັດຕັ້ງປະຕິບັດເປັນເອກະພາບນັບແຕ່ສູນກາງຮອດທ້ອງຖິ່ນຢ່າງເຂັ້ມງວດ, ໂດຍສະເພາະແມ່ນການນໍາໃຊ້ງົບປະມານ, ຕ້ອນຮັບແຂກ, ການໃຊ້ພາຫະນະ, ການໄປຕ່າງປະເທດ, ການປະມູນ, ຊໍາລະສະສາງໂຄງການລົງທຶນຕ່າງໆ, ລວມເຖິງການກວດກາຕໍາແໜ່ງງານ ແລະ ບັນຫາອື່ນໆທີ່ພົວພັນກັບງົບປະມານ ແລະ ເສດຖະກິດ. ພ້ອມທັງໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາການປະຕິບັດຄໍາສັ່ງດັ່ງກ່າວໃນຂະແໜງການຂອງຕົນ, ໂດຍໃຫ້ບັນດາທ່ານລັດຖະມົນຕີເປັນຫົວໜ້າຄະນະກໍາມະການດັ່ງກ່າວແລ້ວສະເໜີຕໍ່ກອງປະຊຸມກໍາມະການກົມການເມືອງສູນກາງພັກພິຈາລະນາຮັບຮອງ.  


No comments:

Post a Comment