Ad

Ad

24 October 2016

ຂໍ້ຫ້າມໃໝ່ໆໃນກົດໝາຍຕ້ານການສໍ້ລາດບັງຫລວງຂອງ ສ.ເກົາຫລີ

#  ວິເສດ ສະແຫວງສຶກສາ

     ໃນຊຸມປີຫລັງໆມານີ້, ທາງການ ສ.ເກົາຫລີ ໄດ້ຈ້ອນແຂນເສື້ອ-ກໍ້ຂາໂສ້ງເຂົ້າສະໜາມຮົບຕ້ານການສໍ້ລາດບັງຫລວງ ໂດຍໄດ້ອອກຫລາຍຂໍ້ຫ້າມ. ທີ່ເປັນຂ່າວໃຫ້ຮູ້ ກໍຄືຂໍ້ຫ້າມພະນັກງານຂັ້ນສູງທີ່ຮັບຜິດຊອບເລື່ອງເງິນໆຄຳໆຮ່ວມຮັບປະທານອາຫານ ຫລື ຫລິ້ນກິລາຕີກ໊ອບກັບບັນດາອຳນວຍການ, ກຳມະການບໍລິຫານບັນດາບໍລິສັດຂະໜາດໃຫຍ່ໆຈຳນວນ 100 ຫົວໜ່ວຍໃນປະເທດ. ພະນັກງານລັດໃນຂົງເຂດຮັບຜິດຊອບວຽກເກັບພາສີທີ່ເປັນເປົ້າໝາຍຫ້າມດັ່ງກ່າວນັ້ນແມ່ນນັບແຕ່ຫົວໜ້າກົມຂຶ້ນໄປຫາລະດັບສູງສຸດ. ທີ່ຕ້ອງມີມາດຕະການເດັດຂາດຄືແນວນັ້ນ ກໍເພາະວ່າເມື່ອສອງສາມປີຜ່ານມາພະນັກງານຂັ້ນ
ສູງທີ່ຮັບຜິດຊອບວຽກເກັບພາສີເຂົ້າລາຍຮັບຂອງລັດໄດ້ເຮັດແນວແຕກປອກອອກທາງ ຄືຮັບສິນບົນຈາກບໍລິສັດເປັນວັດຖຸ-ເປັນເງິນ ຈົນເຖິງຂັ້ນຖືກໄລ່ອອກຈາກການຈຳນວນຫລາຍທ່ານ. ທາງການ ສ.ເກົາຫລີ ຖືວ່າການຮັບປະທານ ຫລື ຫລິ້ນກິລາຕີກ໊ອບຮ່ວມກັບເຫລົ່ານັກທຸລະກິດຂັ້ນຫົວໜ້ານັ້ນ ແມ່ນບ້ວງແຮ້ວເພື່ອຜູກມັດພະນັກງານລັດໃຫ້ຍອມປະຕິບັດຕາມຄວາມຕ້ອງການຂອງບັນດາບໍລິສັດຕ່າງໆທີ່ຕ້ອງການບູລິມະສິດໃນການຜ່ອນຜັນການຈ່າຍພັນທະພາສີ ແລະ ອື່ນໆ. ມາບັດນີ້ໄດ້ມີຂ່າວໃຫຍ່ອອກມາຈາກ ສ.ເກົາຫລີ ອີກວ່າ: ກົດໝາຍຕ້ານການສໍ້ລາດບັງຫລວງສະບັບຈີກຊອງອອກມາໃໝ່ໆໄດ້ຖືກປະກາດໃຊ້ຢ່າງເປັນທາງການໃນວັນທີ 28 ເດືອນກັນຍາປີນີ້. ກົດໝາຍນີ້ຄົນເກົາຫລີເອີ້ນວ່າ ກົດໝາຍ ກິມຢັງຣັນ” (Kim Young-ran) ຕາມຊື່ອະດີດປະທານສານສູງຜູ້ລິເລີ່ມຮ່າງກົດໝາຍສະບັບນີ້ດ້ວຍມືຂອງຕົນເອງ. ພໍຕ່ປະກາດໃຊ້ປຶບ ສຽງສະໜັບສະໜູນຈາກທົ່ວສັງຄົມກໍດັ່ງກ້ອງກັງວານປຸບ ຍ້ອນວ່າເປັນກົດໝາຍທີ່ຄົບຊຸດ, ລະອຽດລະອໍ, ກິກີກັບທຸກປາກົດການທີ່ເປັນການສໍ້ລາດບັງຫລວງ. ທ່ານ ຈຸງເຊຍກຸນ (Chung Sye-kyun) ປະທານສະພາແຫ່ງຊາດ ສ.ເກົາຫລີ ມີຄຳເຫັນກ່ຽວກັບກົດໝາຍສະບັບນີ້ວ່າ: ກົດໝາຍຈະຍູ້ນິໃສເກົ່າໆຕາຍຍາກສູ່ຈຸດຈົບ. ຄົງມີຫລາຍຄົນຈະຮູ້ສຶກອຶດອັດໃຈກັບກົດໝາຍສະບັບນີ້ ແຕ່ຕ້ອງເຂົ້າໃຈວ່າ ຢາປົວພະຍາດທີ່ດີມີຄຸນນະພາບນັ້ນຍ່ອມມີລົດຂົມຢູ່ສະເໝີ”. ກົດໝາຍຕ້ານການສໍ້ລາດບັງຫລວງ ສ.ເກົາຫລີ ໄດ້ມີຂໍ້ກຳນົດ ຫ້າມໃໝ່ໆຫລາຍຢ່າງ. ຕົວຢ່າງ: ຫ້າມຄູ-ອາຈານຮັບສິນບົນຈາກພໍ່ແມ່ນັກຮຽນ-ນັກສຶກສາ ເພື່ອແລກກັບຄະແນນດີໆ, ຫ້າມນັກຂ່າວນັກໜັງສືພິມຮັບຄ່າຈ້າງ ເພື່ອແລກກັບການຂຽນຂ່າວໂຄສະນາເຂົ້າຂ້າງ ຫລື ເປັນປະໂຫຍດແກ່ຜູ້ຊື້ຈ້າງ, ຫ້າມພະນັກງານຂາຍໂຕແລກກັບການເອື້ອອຳນວຍຄວາມສະດວກທີ່ຜິດກົດໝາຍໃຫ້ບັນດານັກທຸລະກິດ. ນອກນັ້ນ ກໍຍັງຫ້າມແພດໝໍໃຫ້ບູລິມະສິດໃນການປິ່ນປົວຕໍ່ຄົນລຶ້ງເຄີຍ, ຄົນຮັກໄຄ່ ຫລື ຜູ້ມີຜົນປະໂຫຍດຮ່ວມກັນ. ພຍໃຕ້ກົດໝາຍສະບັບນີ້, ພະນັກງານທີ່ຮັບຂອງຂວັນມູນຄ່າ 50.000 ວອນຂຶ້ນໄປ (ປະມານ 50 ໂດລາສະຫະລັດ) ຫລື ຮັບປະທານອາຫານມູນຄ່າ 30.000 ວອນ ໂດຍແມ່ນນັກທຸລະກິດເປັນຄົນຈ່າຍໃຫ້ນັ້ນ ຈະໄດ້ຮັບໂທດປັບໄໝຢ່າງໜັກ ຫລື ຮັບໂທດຕິດຄຸກ. ນີ້ເປັນພຽງຕົວຢ່າງນ້ອຍໆທີ່ກຳນົດຫ້າມໃນກົດໝາຍ. ຂ່າວບອກວ່າ: ກົດໝາຍສະບັບນີ້ເລັ່ງເປົ້າໝາຍຄວບຄຸມການປະພຶດຂອງລັດຖະກອນ ແລະ ພະນັກງານໃນຂົງເຂດການສຶກສາຈຳນວນປະມານ 4 ລ້ານຄົນ ໃນທົ່ວ ສ.ເກົາຫລີ. ສັງຄົມ ສ.ເກົາຫລີ ຝາກຄວາມຫວັງໄວ້ກັບກົດໝາຍສະບັບນີ້ວ່າຈະສາມາດເດັດພະຍາດສໍ້ລາດບັງຫລວງທີ່ດື້ຢາມາຫລາຍປີແລ້ວນັ້ນໃຫ້ຂາດຄາມືແທ້ໆ !.

No comments:

Post a Comment