Ad

Ad

2 November 2016

ຜົນສຳເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງ ໄອຟີຢູ ຄັ້ງທີ 135 ຂອງຄະນະຜູ້ແທນສະພາແຫ່ງຊາດລາວທີ່ນະຄອນເຊີແນວ

             ຄະນະຜູ້ແທນສະພາແຫ່ງຊາດນຳໂດຍທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ, ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງສະຫະພັນລັດຖະສະພາສາກົນ ຫລື ໄອຟີຢູ (Inter-Parliamentary Union ຫລື IPU) ຄັ້ງທີ 135 ຊື່ງໄດ້ຈັດຂື້ນແຕ່ວັນທີ 23-27 ຕຸລາ 2016 ທີ່ນະຄອນເຊີແນວ, ປະເທດສະວິດ ດ້ວຍຜົນສໍາເລັດອັນຈົບງາມ.
            ກອງປະຊຸມມີຈຸດປະສົງເພື່ອພິຈະລະນາ, ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕໍ່ຫລາຍບັນ ຫາທີ່ພົວພັນເຖີງການຈັດຕັ້ງຂອງສະຫະພັນລັດຖະສະພາສາກົນ, ບັນຫາທີ່ຮີບດ່ວນຂອງແຕ່ລະປະເທດສະມາຊິກທີ່ພົວພັນເຖີງປະຊາທິປະໄຕ ແລະ ສິດທິມະນຸດ, ການປະຕິບັດພາລະບົດບາດ ແລະການ
ເຄື່ອນໄຫວຂອງອົງການໄອຟີຢູ, ວຽກງານຂອງສະຫະປະຊາຊາດ. ຄະນະຜູ້ແທນສະພາແຫ່ງຊາດລາວໃນຖານະເປັນສະມາຊິກຂອງອົງການ ໄອຟີຢູ ແລະ ໃນນາມຜູ້ແທນກອງປະຊຸມກໍໄດ້ປະ ກອບສ່ວນສະແດງທັດສະນະຈຸດຍືນຂອງຕົນ ແລະ ປະກອບຄຳຄິດເຫັນຢ່າງສ້າງສັນຕໍ່ກັບບັນຫາທີ່ກອງປະຊຸມຍົກຂື້ນ ໂດຍສະເພາະໄດ້ລາຍງານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII, ອັດຕາສ່ວນຂອງແມ່ຍິງໃນສະພາແຫ່ງຊາດ, ການສ້າງຕັ້ງສະພາປະຊາຊົນແຂວງ, ການປະຕິບັດເປົ້າໝາຍດ້ານການພັດທະນາແບບຍືນຍົງ. ຜ່ານການດຳເນີນກອງປະຊຸມຄັ້ງນີ້ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ຄະນະຜູ້ແທນໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄຳເຫັນຕາມຫົວຂໍ້ວາລະຂອງກອງປະຊຸມຈາກຜູ້ຕາງໜ້າກຸ່ມລັດຖະສະພາອາຊີ-ປາຊີຟິກ, ເອີຣົບ, ອາຟຣິກາ, ອາເມຣິກາ, ອາເມຣິກາລາຕິນ ແລະ ກຸ່ມອື່ນໆ, ພ້ອມທັງຕົກລົງຮັບຮອງເອົາບົດລາຍງານ ແລະ ມະຕິຈຳນວນໜື່ງຢ່າງເປັນເອກກະສັນ ເປັນຕົ້ນແມ່ນບົດລາຍງານຜົນການອະຟິບາຍທົ່ວໄປຂອງກອງປະຊຸມຄົບຄະນະ, ແຜນຍຸດທະສາດການເຄື່ອນໄຫວວຽກງານຂອງໄອຟິຢູ ປະຈຳສົກປີ 2017-2021, ມະຕິວ່າດ້ວຍສິດທິເສລິພາບຂອງແມ່ຍິງໃນການເຂົ້າຮ່ວມຂະບວນເຄື່ອນໄຫວທາງການເມືອງຢ່າງເຕັມສ່ວນ, ຢ່າງມີຄວາມປອດໄຟ ໂດຍປະສະຈາກການແຊກແຊງໃດໆ, ພ້ອມທັງສ້າງຄູ່ຮ່ວມມືລະຫວ່າງຜູ້ຊາຍ ແລະ ແມ່ຍິງແນໃສ່ບັນລຸຈຸດປະສົງເປົ້າໝາຍ, ມະຕິວ່າດ້ວຍການຮັບຮອງເອົາບັນຫາທີ່ຮິບດ່ວນກ່ຽວກັບສົງຄາມ ແລະ ສະພາບການດ້ານມະນຸດສະທຳໃນປະເທດຊີເຣຍ, ໂດຍສະເພາະໃນນະຄອນຫລວງເອລິບໂປ, ຊື່ງກອງປະຊຸມໄດ້ກ່າວປະນາມການກໍ່ສົງຄາມດັ່ງກ່າວ, ຊື່ງເປັນເຫດການທີ່ຮຸນແຮງສົ່ງຜົນໃຫ້ເກີດມີການຄາດຕະກຳບັນດາປະຊາຊົນພົນລະເມືອງສາມັນຊົນທຳມະດາ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍທີ່ມີສ່ວນກ່ຽວຂ້ອງຈົ່ງສະໜັບສະໜູນໃຫ້ຢຸດຕິສົງຄາມ ແລະ ຫັນໜ້າເຂົ້າກັນເພື່ອເຈລະຈາກັນຢ່າງຈິງຈັ່ງ ແນໃສ່ເຮັດໃຫ້ສະພາວະສົງຄາມສິ້ນສຸດລົງ, ສະພາບການດ້ານການເມືອງ ແລະຮັບປະຮັບຊີວິດຂອງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ມາສູ່ສະພາວະປົກກະຕິ. ພ້ອມນີ້, ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາລັດຖະສະພາ ແລະ ສະມາຊິກລັດຖະສະພາທີ່ເປັນສະມາຊິກຂອງ ໄອຟິຢູ ຈົ່ງປະຕິ ບັດບົດບາດຂອງຕົນໃນການຊ່ວຍຍຸດຕິສົງຄາມ ແລະ ນຳເອົາການຊ່ວຍເຫລືອດ້ານມະນຸດສະທຳມາສູ່ປະຊາຊົນໃນປະເທດນີ້ ແລະ ສຶບຕໍ່ປະຕິບັດເປົ້າໜາຍສະຫະສະວັດດ້ານການພັດທະນາແບບຍືນຍົງຕາມສະພາບຄວາມເປັນຈິງຂອງປະເທດໃຜມັນ.

            ກອງປະຊຸມຄັ້ງນີ້, ໄດ້ເຫັນດີຕົກລົງຢ່າງເປັນເອກະພາບໃຫ້ລັດຖະສະພາ ຂອງປະເທດບັງກາລາເທດຈັດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 136 ທີ່ນະຄອນຫລວງດາກ້າໃນລະຫວ່າງວັັນທີ 1-5 ເມສາ 2017 ແລະ ມອບໃຫ້ ລັດຖະສະພາຂອງສະຫະພັນລັດເຊຍຈັດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 137 ທີ່ນະຄອນປີເຕີສະເບີກໃນເດືອນຕຸລາປີ 2017.

No comments:

Post a Comment