Ad

Ad

2 November 2016

ຄອນເສີດການກຸສົນໂຕໂຍຕ້າຄລາສສິກ 2016 ຈັດຂື້ນຢູ່ນະຄອນຫຼວງວຽງຈັນ

            ວັນທີ 31 ຕຸລາຜ່ານມານີ້, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທຮ່ວມກັບບໍລິສັດ ໂຕໂຍຕ້າ ມໍເຕີ້ ອາຊີປາຊີຟິກ ຈຳກັດ ແລະ ຕົວແທນຈຳໜ່ວຍໂຕໂຍຕ້າໃນ ສ ປປ ລາວ, ໄດ້ຈັດຄອນເສີດການກຸສົນໂຕໂຍຕ້າຄຼາສສິກ 2016 (Toyota Classice Charity Concert 2016 In Lao PDR) ຂື້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ປ້າຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທູຕານຸທູດ
ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນຊາວນະຄອນ ຫຼວງວຽງຈັນເຂົ້າຮ່ວມເປັນຈຳນວນຫຼາຍ.
             ທ່ານ ວິຊຽນ ເອັມປະເສີດສຸກ ປະທານບໍລິຫານສຳນັກງານເຂດພູມິພາກບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ທັງເປັນຄະນະກຳມະການຈັດຄອນເສີດດັ່ງກ່າວ ໃຫ້ຮູ້ວ່າ: ຄອນເສີດການກຸສົນ ໂຕໂຍຕ້າຄຼາສສິກ ເປັນກິດຈະກຳທີ່ໂຕໂຍຕ້າເຮັດມາຢ່າງຕໍ່ເນື່ອງເປັນປີທີ 27 ແລ້ວໃນລະດັບພາກພື້ນ ແລະ ເປັນຄັ້ງທີ 2 ໃນ ສ ປປ ລາວ, ເປັນໜຶ່ງໃນໂຄງການດ້ານຄວາມຮັບຜິດຊອບຕໍ່ສັງຄົມ,ຊຶ່ງໂຕໂຍຕ້າມີຄວາມຕັ້ງໃຈທີ່ຈະຕອບແທນລູກຄ້າທີ່ໄດ້ມາສະໜັບສະໜູນບໍລິສັດໂຕໂຍຕ້າຕະຫຼອດມາ, ດ້ວຍການມອບເງິນທັງໝົດທີ່ໄດ້ຈາກກິດຈະກຳນີ້ເພື່ອຊ່ວຍເຫຼືອບຸກຄົນ ແລະ ຄອບຄົວທີ່ດ້ອຍໂອກາດໃນອາຊຽນໃຫ້ມີຊີວິດການເປັນຢູ່ດີຂື້ນ ແລະ ລາຍໄດ້ຄັ້ງນີ້ໂຕໂຍໂຕ້ຂໍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອສະໜັບສະໜູນໂຮງຮຽນສີລະປະດົນຕີ ສປປ ລາວ ຕໍ່ໄປ. ສຳລັບການສະແດງແມ່ນພວກເຮົາໄດ້ຮັບກຽດຈາກວົງ ເດີ ບອລຕິກ ນິໂອໂສສິສ ອໍເຄດສຕ້າ ແລະ ໂຄເວນການ ເດນໂຊໂລອິສ ປະເທດໂປແລນ, ຊຶ່ງເປັນວົງດົນຕີຄຼາສສິກລະດັບໂລກ ແລະ ຫວັງວ່າການຈັດຄອນເສີດຄັ້ງນີ້ຈະຊ່ວຍສົ່ງເສີມດ້ານສີລະປະດົນຕີໃນລາວໃຫ້ໄດ້ຮັບການພັດທະນາດີຂຶ້ນ. 

            ວົງດົນຕີດັ່ງກ່າວນອກຈາກສະແດງຢູ່ປະເທດລາວແລ້ວ, ກ່ອນໜ້ານີ້ໄດ້ໄປສະແດງຢູ່ປະເທດ ບູໄນ, ຟີລິບປິນ, ອິນໂດເນເຊຍ ແລະ ຈະສືບຕໍ່ໄປສະແດງຢູ່ປະເທດອື່ນໆໃນອາຊຽນເຊັ່ນ: ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ຫວຽດ ນາມເປັນຕົ້ນ ແລະ ໃນໂອກາດນີ້, ບໍລິສັດ ໂຕໂຍຕ້າ ມໍເຕີ ປະເທດໄທ ຍັງໄດ້ມອບເງິນຈາກການລວບລວມລາຍໄດ້ຈາກການຈັດຄອນເສີດຄັ້ງນີ້ຈຳນວນ 230 ລ້ານກີບໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວອີກດ້ວຍ.

No comments:

Post a Comment