Ad

Ad

2 November 2016

ວົງ​ການ​ກິລາ​ລາວ​ໃກ້​ຈະ​ເປັນ​ອຳມະພາດ

ໂດຍ: ຄຳ​ເຜີຍ ສີ​ຊະນະ​ມຸງຄຸນ
              ເມື່ອເອີ່ຍເຖິງວົງການກິລາລາວມີຫລາຍຄົນກໍມີຫລາຍຄຳເຫັນ ແລະ ມີຫລາຍຄົນກໍໃຫ້ທັດສະນະທີ່ຫລາກຫລາຍຕ່າງໆນາໆ. ຜູ້ຂຽນຂໍນຳເອົາບັນດາທັດສະນະ ແລະ ຄຳເຫັນຕ່າງໆທີ່ໄດ້ຍິນ, ໄດ້ຟັງມາ ສະຫລຸບເປັນຄຳຖາມ, ຄຳຕອບ ເພື່ອພວກເຮົາພ້ອມກັນຄົ້ນຄວ້າ, ຄົ້ນຄິດ ແລະ ເຂົ້າໃຈເຖິງຂະບວນວິວັດຂອງວົງການກິລາບ້ານເຮົາ. ເມື່ອມີຄຳຖາມຕັ້ງຂຶ້ນວ່າ: ວົງການກິລາລາວເຮົາປັດ ຈຸບັນມັນເດີນໜ້າ ຫລືວ່າ ຖອຍຫລັງ ? ຄຳຕອບຂອງຄົນສ່ວນຫລາຍໃຜກໍວ່າ: ຖອຍຫລັງ ຖ້າບໍ່ມີການປັບປຸງແກ້ໄຂແມ່ນຈະພາກັນເປັນອຳມະພາດ”.
ຍົກຕົວຢ່າງບາງປະເພດ ຄືກິລາເປຕັງ (ໝາກ ບູນ) ແຕ່ກ່ອນດັງບໍ່ໃຫ້ເວົ້າ; ການແຂ່ງຂັນບາງຄັ້ງສາມາດຍາດໄດ້ອັນດັບໜຶ່ງໃນລະດັບອາຊຽນ ຫລື ສາກົນ. ຕົກມາດຽວນີ້ມີແຕ່ໄດ້ທີ ໂຫລ້ຍ. ມວຍລາຍລາວ ເຊິ່ງເຄີຍມີຕຳນານຊື່ສຽງກໍປາກົດວ່າສີອືດໆ. ວູຊູປັນຈະສີລັດກໍຄືສິມິດໆ. ກິລາບານເຕະໃນໄລຍະສິບປີຊາວປີຄືນຫລັງຊະນະກຳປູເຈຍ, ບຣູໄນ ແລະ ຕີມໍເປັນໂຫລ, ແຕ່ມາດຽວນີ້ ກຳປູເຈຍກູ້ເອົາຄືນໄດ້ໝົດແລ້ວ. ສ່ວນບຣູໄນກັບຕີມໍນັ້ນຖືວ່າກວ່າຈະຊະນະແລ່ນຈົນບີແຄ່ງປັ້ນ, ເຫື່ອໄຫລໄຄຍ້ອຍ ຫລື ເຜີໆມາແມ່ນເຂົາເອົາປະຕູໄປກ່ອນ. ຈາກສາເຫດທີ່ໄດ້ກ່າວມາຂ້າງເທິງຈຶ່ງພໍສະຫລຸບໄດ້ວ່າ: ວົງການກິລາລາວໃນປັດຈຸບັນບໍ່ພຽງແຕ່ຈະຢ້ຳເທົ້າ, ແຕ່ມັນຍັງຖອຍຫລັງຄືລຳວົງສາລະວັນ.
              ເມື່ອຖາມວ່າ ເປັນຫຍັງວົງການກິລາລາວມັນຈຶ່ງມີລັກສະນະຖອຍຫລັງ ? ໃນຖານະຜູ້ຂຽນເປັນຄົນຂອງສື່ ແລະ ກໍມັກຊົມ, ມັກເຊຍກິລາມາຕະຫລອດຂໍຕອບຢ່າງເຕັມໃຈ ແລະ ຂໍເວົ້າຄວາມຈິງເຖິງສາເຫດຂອງມັນຄືແນວນີ້: ອັນທີໜຶ່ງແມ່ນຍ້ອນໄປໂຮມເຂົ້າກັນເປັນໝົກໃຫຍ່ (ກະຊວງສຶກສາທິການ + ກິລາ) ກາຍເປັນກະຊວງສຶກສາທິການ ແລະ ກິລາ. ອັນທີສອງແມ່ນຍ້ອນຂາດປັດໄຈໂຕສຳຄັນ ເຊິ່ງພາໃຫ້ຄົ້ນລຸກປຸກຕື່ນຄື (ງ.ເງິນ) ເຊິ່ງປັດໄຈນີ້ມັນພາໃຫ້ເກີດແຮງຊັບ, ແຮງໃຈ ແລະ ແຮງກາຍ. ການພັດທະນາສ້າງສາບ້ານເມືອງເຮົາຈະເຮັດຫຍັງລົງໄປກໍຕ້ອງມີທຶນ, ມີຮອນບໍ່ຫລາຍກໍໜ້ອຍ. ໃນຜ່ານມາ ເຖິງວ່າພວກເຮົາມີງົບສ່ວນໃດສ່ວນໜຶ່ງ ແຕ່ກໍເຫັນວ່າຍັງບໍ່ທັນພຽງພໍອາໄສການສະໜັບສະໜູນຈາກມືໃຫຍ່ປັດຈຸບັນ ເຂົາກໍມີສະໂມສອນຂອງເພິ່ນໄປແລ້ວເຊັ່ນ: ໄຟຟ້າ, ໂຕໂຍຕ້າ ແລະ ໃນຂົງເຂດອື່ນໆ. ແຕ່ວ່າຖ້າການອຸປະຖຳໄປແລ້ວຖ້າບໍ່ມີອັນກ້າວໜ້າພັດທະນາທີ່ດີຂຶ້ນໃຜກໍອ່ອນກຳລັງໃຈ. ສ່ວນວ່າອັນທີສາມສຸດທ້າຍແມ່ນຄົນຜູ້ເປັນນັກກິລາຕ້ອງເປັນນັກກິລາທີ່ແທ້ຈິງ. ການແຂ່ງຂັນກິລາແຕ່ລະຄັ້ງບໍ່ວ່າຢູ່ພາຍໃນ ແລະ ຕ່າງປະເທດແມ່ນເພື່ອເອົາຊະນະບໍ່ແມ່ນເພື່ອເອົາບົດຮຽນ. ກິລາເປັນນັກການທູດບໍ່ແມ່ນເປັນນັກທ່ອງທ່ຽວ. ຄົນຜູ້ກ້ຽວກອດໃນວົງການກິລາຕ້ອງຢູ່ໃນກົດ, ບໍ່ພົວພັນຢາເສບຕິດ, ບໍ່ພົວພັນກັບສິ່ງມືນເມົາ. ນັກກິລາຕ້ອງຫັນເຂົ້າສູ່ອັນທັນສະໄໝທີ່ກ້າວໜ້າຂຶ້ນເທື່ອລະກ້າວດັ່ງປະເທດອື່ນເຂົາເຮັດ.
           ເວົ້າເຖິງວົງການກິລາລາວ ຜູ້ຂຽນຍັງຄິດເຫັນຕອນສະຫະພັນກິລາແຫ່ງຊາດລາວເປັນເອກະ ລາດ ເບິ່ງຕອນນັ້ນຄືສີຄືໆແດ່ປາກົດວ່າມີຂະບວນຟົດຟື້ນ. ຕົກມາເຖິງປັດຈຸບັນເບິ່ງຢ່າງໜຶ່ງຄືເຮັດພໍ ແລ້ວຮີດໄປແຂ່ງຢູ່ບ່ອນໃດບໍ່ວ່າແຕ່ຢູ່ພາຍໃນ ແລະ ຕ່າງປະເທດກໍກັບມາດ້ວຍຄວາມມິດງຽບຜິດຫວັງ. ຕາມເຮົາວ່າໃນອະນາຄົດ ຖ້າຫາກເປັນຄືແນວນີ້ຕະຫລອດໄປ ຕາຕະລາງບານເຕະອາດພາກັນໄປຢູ່ປາຍແຖວຂອງອາຊຽນ ຫລື ອາດເປັນທີ 10 ຫລື ທີ 11 ໃນກຸ່ມອາຊຽນ. ສ່ວນວ່າລະດັບອາຊີກັບລະດັບໂລກນັ້ນບໍ່ຕ້ອງເອື້ອມເຖິງ.
              ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າ: ໂອກາດຂອງວົງການກິລາລາວກ້າວສູ່ອະນາຄົດນັ້ນແມ່ນຍັງມີຄວາມຫວັງຢູ່ ຂໍພຽງແຕ່ວ່າເຮັດໃຫ້ອົງກອນດັ່ງກ່າວມີເອກະລາດສະເພາະ, ມີງົບສະເພາະ ແລະ ການເຄື່ອນໄຫວມັນກໍຈະມີການບັງຄັບໄປໃນຕົວ. ເຮົາວ່າບໍ່ວ່າແຕ່ບານເຕະກິລາປະເພດອື່ນໆມັນກໍຈະໄປນຳກັນເພືອບໆ. ກ່າວເຖິງສະໂມສອນທີ່ສ້າງຕັ້ງເປັນຂອງຕົນເອງແລ້ວມັນກໍຍິ່ງຈະບືນຕົວຂຶ້ນໃນລະດັບ ຊາດ ແລະ ສາກົນຂຶ້ນໄປເລື້ອຍໆ.
              ຊາຜູ້ຂຽນເຫັນສະພາບການເຄື່ອນໄຫວກິລາມວນຊົນຂອງບ້ານເຮົາໃນຜ່ານມາ ສ່ວນໜຶ່ງແມ່ນຕິດພັນກັບຄວາມເມົາກັບຄວາມມ່ວນ ເປັນຕົ້ນໃນເວລາແຂ່ງກໍເອົານ້ຳເຫລົ້າ, ເອົາເບຍມາຕຸບກັນໜັກກວ່າໝູ່ແມ່ນ ປະເພດກິລາເປຕັງແຂ່ງກັນໄປດົນເທົ່າໃດກໍແມ່ນເມົາເທົ່ານັ້ນ, ເຜີໆມາຈົນຫລຽວບໍ່ເຫັນໝູ. ສ່ວນກິລາປະເພດອື່ນນັ້ນ ແຂ່ງກັນຊະນະ ຫລື ບໍ່ຊະນະເມື່ອແຂ່ງແລ້ວກໍພາກັນໂຫ່ເຂົ້າຮ້ານເຫລົ້າຮ້ານເບຍ ເພື່ອສະຫລອງຄວາມເສຍກັບຄວາມໄດ້. ຕາມເຮົາວ່າຖ້າຈະເອົາກັນຈິງຈັງຄັກໆກໍຕ້ອງໄດ້ມີກົດໝາຍຄວບຄຸມກັນຄັກແນ່ ບໍ່ຊັ້ນຈະພາກັນເປັນກິລ່ອຍຕາມຄະເຍີມຕະຫລອດໄປ.


3 comments:

  1. ລົບເສຍ ເຂົາບໍ່ໂທດທະຫານດອກ, ເຂົາຕ້ອງໂທດແມ່ທັບ.
    ນາຍົກຕ້ອງຈັດຕັ້ງ ແລະ ກວດກາ,
    ເຫັນດີວ່າ ຄວນແຍກກະຊວງກິລາແຕ່ງຫາກ.
    ເຫັນດີວ່າ ປະທານກິລາຄວນຄິດເຕີ່ມ ເລື່ອງການພັດທະນາກິລາ ໂດຍແຍງເອົາແບບຂອງປະເທດທີ່ເຂົາກຳລັງພັດທະນາ
    ເຫັນດີວ່າ ຄວນເພີ່ມງົບປະມານເຂົ້າໃນກິລາເຕີ່ມອີກ.
    ເຫັນດີວ່າ ຄວນຈັດການແຂ່ງຂັນລີກລຸ້ນອາຍຸຕ່າງໆ ຂອງລາຍການຕ່າງໆ.
    ເຫັນດີວ່າ ຄວນປົກປ້ອງກຽດສັກສີຂອງປະເທດຊາດຢ່າງເຕັມທີ່, ໂດຍການເພີ່ມງົບຈ້າງຄູຝຶກທີ່ມີປະສົບປະການສູງຈາກຕ່າງປະເທດ.
    ເຫັນດີວ່າ ຄວນສົ່ງເສີມ ແລະ ໃຫ້ກຳລັງໃຈນັກກິລາ, ໃຫ້ຄວາມຫວັງ ເພື່ອຄວາມຕັ້ງໃຈໃນການພັດທະນາຕົນເອງ

    ReplyDelete
  2. ຂໍຊົມເຊີຍຜູ້ຂຽນຂ່າວຫຼາຍໆໆໆໆໆໆຢາກໄຫ້ນັກກິລາໄດ້ອ່ານເດ່ຈັກໜ້ອຍຊິເປັນນັກກິລ່ອຍໄປໝົດ

    ReplyDelete
  3. ກະແນວວ່າ ເບຍລາວ ເບຍຄົນຈີງໃຈ ເຮັດຫຍັງແລ້ວຕ້ອງສະຫລອງກັນ ແລະ ສະໜັບສະໜູນເພີ່ນ ສົ່ງເສີມໂຄສະນາກັນເຂົ້າໄປເດີ້ ລາວເຮົາກໍ່ຈະຕິດອັນດັບນື່ງປະເທດທີ່ດື່ມຂອງມືນເມົາ ໃນອາຊຽນ (ຝາກຜູ້ກ່ຽວຂ້ອງນຳໄປຄິດເດີ້)

    ReplyDelete