Ad

Ad

28 December 2016

ອາກາດຈະເຢັນລົງປະມານ 2-4 ອົງສາຢູ່ທົ່ວທຸກພາກຂອງລາວ


        ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017, ມວນອາກາດໜາວເຢັນຈະມີກຳລັງແຮງເພີ້ມຂຶ້ນຕື່ມ, ປົກຄຸມຢູ່ທົ່ວພາກຂອງລາວ ສົມທົບກັບກະແສລົມຕາເວັນຕົກອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ ຫາແຮງ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ຕື່ມອີກ 2-4 ອົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 6-8 ອົງສາ ແລະ ສູງສຸດ 15-17 ອົງສາ, ພາກ
ເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 25-27 ອົງສາ, ນະຄອນຫລວງວຽງຈັນ: ອາກາດເຢັນຫາໜາວເຢັນລົງຕື່ມອີກ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 27-29 ອົງສາ. ພາກກກາງ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ໜາວຫລາຍຢູ່ເຂດແຂວງໄຊສົມບູນ, ຫລັກຊາວ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອ ກາດ, ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 26-28 ອົງສາ, ພາກໃຕ້: ອາກາດຈະເຢັນລົງຕື່ມອີກ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ.

          ກົມອຸຕຸຍັງໄດ້ເຕືອນເຝົ້າລະວັງສະພາບອາກາດໜາວ ແລະ ລົມພັດແຮງວ່າ: ໄລຍະ 27-30 ທັນວານີ້, ມວນອາກາດໜາວເຢັນທີ່ມີກຳລັງແຮງຈະປົກຄຸ້ມຢູ່ທົ່ວທຸກພາກຂອງລາວ ແລະ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນຫາໜາວເຢັນຫລາຍຢູ່ບັນດາແຂວງພາກກາງ, ດັ່ງນັ້ນ ຈຶ່ງເຕືອນປະຊາຊົນທີ່ອາໃສຢູ່ເຂດທີ່ມີຄວາມສ່ຽງ ຈົ່ງຮັກສາສຸຂະ ພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ພ້ອມນີ້ ກໍໃຫ້ລະວັງຕໍ່ສະພາບລົມພັດແຮງທີ່ອາດຈະເກີດຂຶ້ນໃນໄລຍະນີ້.

No comments:

Post a Comment