Ad

Ad

27 December 2016

ກອງປະຊຸມເປີດກວ້າງປະຈຳປີ 2016 ຂອງຄະນະບໍລິຫານພັກກະຊວງ ຖວທ

ໃນວັນທີ 26 ທັນວານີ້, ອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເປີດກວ້າງປະຈຳປີ 2016 ແລະ ກອງປະຊຸມສາມັນຄົບຄະນະ ຄັ້ງທີ 6 ສະໄໝທີ IV ຂຶ້ນ, ທີ່ຫໍວັດທະນະທຳແຫ່ງຊາດ, ເຊິ່ງຈະດຳເນີນໄປເປັນເວລາ 3 ວັນ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ບໍ່ແສງຄຳ ວົງດາລາ ກຳມະ ການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງດັ່ງກ່າວ.
          ສະຫາຍ ບໍ່ແສງຄຳ ວົງດາລາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມນີ້ ມີຄວາມໝາຍຄວາມ
ສຳຄັນເລິກເຊິ່ງ ເພາະຈະໄດ້ຄົ້ນຄວ້າ ພິຈາລະນາແກ້ໄຂ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ໂດຍສະເພາະ ຄົ້ນຄວ້າພິຈາລະນາ ປະກອບຄຳຄິດເຫັນໃສ່ບົດສະຫລຸບການເຄື່ອນໄຫວຊີ້ນຳ, ນຳພາລວມຂອງຄະນະພັກກະຊວງປະຈຳປີ 2016, ທິດທາງແຜນການປະຈຳປີ 2017, ປະກອບຄຳເຫັນໃສ່ບົດສຳຫລວດການຊີ້ນຳນຳພາ ລວມຂອງຄະນະພັກກະຊວງປະຈຳປີ 2016 ແລະ ຄົ້ນຄວ້າພິຈາລະນາປະກອບຄຳເຫັນ ໃສ່ບົດສຳຫລວດຂອງແຕ່ລະສະຫາຍໃນຄະນະພັກກະຊວງປະຈຳປີ 2016 ກໍຄື ຈະໄດ້ປຶກສາຫາລືບັນຫາສຳຄັນ ແລະ ວຽກງານຮີບດ່ວນຈຳນວນໜຶ່ງ.

          ພ້ອມນີ້, ສະຫາຍ ບໍ່ແສງຄຳ ວົງດາລາ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກທຸກສະຫາຍ ຈົ່ງໄດ້ເອົາໃຈໃສ່ ສຸມທຸກສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ປະກອບຄຳເຫັນໃຫ້ເລິກເຊິ່ງ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມ ຖືກຮັບຮອງເອົາເປັນມະຕິທີ່ເປັນຜົນສັກສິດ ເພື່ອສາມາດນຳໄປເປັນທິດຊີ້ນຳນຳພາ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ບັນລຸຕາມທີ່ໄດ້ຄາດໝາຍທີ່ວາງໄວ້ເປັນຢ່າງດີ.

No comments:

Post a Comment