Ad

Ad

28 December 2016

2016 ວຽກງານກະສິກຳ ແລະ ປ່າໄມ້ມີຫຼາຍດ້ານພົ້ນເດັ່ນ

ກະຊວງກະສິກຳ ແລເ ປ່າໄມ້ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກະ ສິກຳ - ປ່າໄມ້ ແລະ ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກປະຈປີ 2016 ຂຶ້ນຢ່າງເປັນທາງການໃນວັນທີ 27 ທັນວານີ້,ທີ່ສູນຝຶກອົບຮົມການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະ ຄອນ ຫລວງວຽງຈັນ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ,ທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຮອງລັດ ຖະມົນຕີ, ເຈົ້າ ແຂວງ ແລະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
 ໃນທີ່ປະຊຸມທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ລາຍງານສະພົ້ນເດັ່ນຂອງການຈັດຕັ້ງປະຕິບັດວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດໃນໜຶ່ງປີຜ່ານ ມາວ່າ:ປີ
2016 ການຜະລິດກະສິກຳ ແລະ ປ່າໄມ້ຂອງປະເທດເຮົາມີການຂະຫຍາຍຕົວຢ່າງຕໍ່ເນື່ອງຄື: ຢູ່ໃນລະດັບ 3,2 % ກວມເອົາລວມຍອດຜະລິດຕະພັນພາຍໃນ ( GDP ) 23 % ໃນນີ້ເດັ່ນກວ່າໝູ່ແມ່ນສາມາດຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໄດ້ໂດຍພື້ນຖານ, ສາມາດຜະລິດເຂົ້າໄດ້ 4,2 ລ້ານໂຕນ,ຕາມຄາດໝາຍແຜນການວາງໄວ້, ຮັບປະກັນການສະໜອງຊີ້ນ, ປາບໍ່ໃຫ້ຫຼຸດ 55 ກິໂລ/ຄົນ/ປີ ແລະ ການຜະລິດໄດ້ຫັນໄປສູ່ຈຸດສຸມ, ເປັນເຂດຜະລິດສະເພາະ,ເປັນຕົ້ນແມ່ນໄດ້ກຳນົດການປູກເຂົ້າຢູ່ເຂດຈຸດສຸມ 10 ແຂວງ, ການລ້ຽງສັດ ແລະ ລ້ຽງປາກໍໄດ້ຫັນເຂົ້າສູ່ລະບົບແບບເປັນຟາມເທື້ອລະກ້າວ, ອັນເປັນເງື່ອນໄຂຫັນໄປສູ່ອຸດສາຫະກຳ ແລະ ທັນສະໄໝ, ສາມາດຫຼຸດຜ່ອນຕົ້ນທືນ ແລະ ຮັບປະກັນດ້ານປະລິມາດ, ຄຸນນະພາບ ແລະ ຄວາມສະອາດ, ຄຽງຄູ່ກັນນ້ັນການປູກພືດເປັນສິນຄ້າອື່ນໆກໍໄດ້ສືບຕໍ່ຂະຫຍາຍຕົວຢ່າງເຕັ້ມໝ້າ ແລະ ໄດ້ລິເລີ່ມສົ່ງອອກເປັນສິນຄ້າທີ່ມີຄຸນະ ພາບສູງ, ເປັນຕົ້ນແມ່ນເຂົ້າສະອາດ, ກາເຟສະອາດ, ຊາສະອາດ, ພ້ອມນີ້ນການສົ່ງອອກສິນຄ້າກະສິກຳຕາມຊາຍແດນກໍເພີ່ມຂື້ນຕາມລຳດັບ:ເປັນຕົ້ນແມ່ນລາສີ, ອ້ອຍ, ຢາງພາລາ, ຊີ້ນປາ ແລະ ພືດຜັກຕ່າງໆ, ສຳລັບວຽກງານຄຸ້ມຄອງປ່າໄມ້ແມ່ນໄດ້ສຸມໃສ່ຈັ້ງຕິບັດຕາມຄຳສັ່ງເລກທີ 15 ຂອງທ່ານ ນາຍົກ, ໂດຍສະເພາະແມ່ນການຄຸ້ມຄອງ, ກວດກາການເຄື່ອນຍ້າຍໄມ້, ທຸລະກິດໄມ້, ພ້ອມທັງໄດ້ສົມທົບກັບກະຊວງອຸດສາຫະ ກຳ ແລະ ການຄ້າ, ຈັດຕັ້ງການຄຸ້ມຄອງໄມ້, ການສົ່ງອອກໄມ້,ໂດຍໄດ້ອອກລະບຽບການຈຳນວນໜຶ່ງເພື່ອຄຸ້ມຄອງໄມ້ ແລະ ດັດສົມໂຮງງານໄມ້.

ທ່ານ ລັດຖະມົນຕີກ່າວວ່າ: ສຳລັບວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກພາຍຫຼັງທີ່ຍົກຍາຍໃຫ້ມາຂື້ນກັບກະຊວງກະສິກຳ ແລະ ປ່າໄມ້, ກໍໄດ້ມີການປະສານສົບທົບກັບທ້ອງຖິ່ນ ແລະກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປັບປຸງກົນຈັກການຈັດຕັ້ງໃຫ້ເປັນໄປຕາມລະບົບ, ຊຶ່ງໂດຍລວມແລ້ວເຫັນວ່າ: ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃນໄລຍະຜ່ານມາກໍມີຜົນສຳເລັດ ແລະ ພົ້ນເດັ່ນຫຼາຍອັນເປັນຕົ້ນແມ່ນສາມາດຫຼຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນໄດ້ເທື່ອລະກ້າວ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢ່າງທີ່ດີຂຶ້ນ, ມີອາຊີບ ແລະ ມີລາຍຮັບເພີ່ມຂື້ນຕາມລຳດັບ, ເຖິງຢ່າງໃດກໍດີຕໍ່ຜົນສຳເລັດທີ່ຍາດມາໄດ້ນັ້ນ, ວຽກງານກະສິກຳ-ປາໄມ້ ແລະ ພັດທະນາຊົນນະບົດກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ແກ້ໄຂ, ຊຶ່ງຈະໄດ້ຍົກຂຶ້ນໃນກອງປະຊຸມຄັ້ງນີ້ເພື່ອພິຈາລະນາຄົ້ນຄ້ວາ ແລະ ຕີລາຄາຢ່າງຖືກຕ້ອງເພື່ອກຳນົດແນວທາງແກ້ໄຂໃຫ້ແທດເໝາະກັບຕົວຈິງ ແລະ ເປັນເອກະພາບກັນນັບແຕ່ສູນກາງຮອດທ້ອງຖິ່ນ, ທັງເປັນການຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການດັດແກ້ຕົວເລກມະຫາພາກແຜນໄລຍະ 4 ປີ ນັບແຕ່ 2017 ຫາ 2020 ຂອງແຜນພັດທະນາເສດຖະກິດແຫ່ງຊາດ ສະໄໝສາມັນເທື່ອ 2 ຊຸດທີ VIII ແລະ ຈັດຕັ້ງປະຕິບັດດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະຕິບັດແຜນພັດທະນາເສດຖະກິດແຫ່ງຊາດປະຈຳປີ 2017 ໃຫ້ເປັນຮູບປະທຳ.

No comments:

Post a Comment