Ad

Ad

27 December 2016

ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2016

ລະຫວ່າງວັນທີ 26-27 ທັນວານີ້, ກະຊວງແຮງງານ ແລະ ສະຫວັດດີການສັງສົມ, ໄດ້ຈັດກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມທົ່ວປະເທດ ປະຈໍາ ປີ 2016, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຫົວ ໜ້າກົມ, ຫົວໜ່ວຍວິຊາການ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ-ນະຄອນຫຼວງ ແລະ ພະນັກງານຫຼັກແຫຼ່ງວິຊາການກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານລັດຖະມົນຕີ ຄຳແພງ ໄຊສົມແພງ ກ່າວເປີດກອງປະຊຸມວ່າ: ໄລຍະຜ່ານມາ, ຂະແໜງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພະຍາຍາມປະຕິບັດພາລະບົດບາດ ຂອງຕົນຢ່າງຕັ້ງໜ້າ ແລະ ມີຫຼາຍວຽກໄດ້ຮັບການພັດທະນາດີຂຶ້ນ, ແຕ່ກໍຍັງມີຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫຼາຍປະການທີ່ຈະຕ້ອງໄດ້ພ້ອມກັນຄົ້ນຄ້ວາຊອກຫາທາງອອກ ແລະ ມີມາດຕະການໃນການແກ້ໄຂໃຫ້ມີຜົນສຳ ເລັດດີຂຶ້ນ, ຊຶ່ງກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ ພ້ອມກັນຮັບຟັງການສະເໜີບົດຄົ້ນຄ້ວາວິຊາການກ່ຽວກັບແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ, ໂດຍສຸມໃສ່ຕົວຊີ້ວັດຕາມຕົວເລກຄາດໝາຍສູ້ຊົນແຕ່ລະດ້ານ, ບົດ ສະເໜີການຍົກສູງຮ່ວມມືສາກົນທີ່ມີປະສິດທິຜົນ, ບັນດາມາດຕະການໃນການຈັດຕັ້ງປະຕິ ບັດຕົວເລກຄາດໝາຍສູ້ຊົນເປັນຕົ້ນການພັດທະນາສີມືແຮງງານ, ການຈັດຫາງານ, ການຄຸ້ມຄອງແຮງງານ, ການຂະຫຍາຍອັດຕາປົກຄຸມປະກັນສັງຄົມ ແລະ ການບໍລິການ ປິ່ນປົວສຸຂະ ພາບໃຫ້ຜູ້ປະກັນຕົນ, ການປະຕິບັດນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນ ຄຸນຕໍ່ຜູ້ມີຜົນງານ, ການຄຸ້ມຄອງກອງທຶນສົງເຄາະ ແລະ ການຊ່ວຍເຫຼືອເດັກດ້ອຍໂອກາດ, ການເກັບກູ້ລະເບີດ ແລະ ວຽກງານກາແດງທີ່ເຫັນວ່າຍັງມີຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫຼາຍດ້ານ, ຊຶ່ງພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນດ້ານວິຊາ ການຕໍ່ເນື້ອໃນເອກະສານວິຊາການດັ່ງກ່າວຢ່າງເລິກເຊິ່ງ ແລະ ກ້ວາງຂວາງ ເພື່ອຄົ້ນໃຫ້ ເຫັນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ໃຫ້ມີຄວາມຊັດເຈນ, ແທດຕົວຈິງ, ມີການແບ່ງຄວາມ ຮັບຜິດຊອບລະຫວ່າງກະຊວງແລະພະແນກ ຮສສ ແຂວງ-ນະຄອນຫຼວງໃຫ້ຈະແຈ້ງ, ພ້ອມທັງມີມາດຕະການແກ້ໄຂແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໃນຊຸມປີຕໍ່ໜ້າ.

ທ່ານລັດຖະມົນຕີ ກ່າວວ່າ: ຄາດໝາຍສູ້ຊົນໃນສຸມປີຕໍ່ໜ້າ, ດ້ານແຮງງານ ຈະໄດ້ສືບຕໍ່ສ້າງລະບົບຂໍ້ມູນຂ່າວສານຕະຫລອດແຮງງານໃຫ້ສາມາດດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງ, ໂດຍສະເພາະແມ່ນກຳລັງແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ໄດ້ 143.230 ຄົນ ເຂົ້າສູ່ຕະຫລາດແຮງງານ ແລະ ຄາດວ່າອັດຕາສ່ວນແຮງງານທີ່ມີວຽກເຮັດງານທຳໃນຂົງເຂດກະສິກຳປະມານ 64,5%, ຂົງເຂດອຸດສາຫະກຳ ເພີ່ມຂຶ້ນປະມານ 11,8% ແລະ ຂົງເຂດການບໍລິການເພີ່ມຂຶ້ນປະມານ 23,7%, ຄວບຄຸມອັດຕາການວ່າງງານໃຫ້ຢູ່ໃນລະດັບ 2%, ສຳລັບດ້ານສະຫວັດດີການສັງຄົມ ຈະສ້າງຄຳແນະນຳກ່ຽວກັບການຄຸ້ມຄອງງົບປະມານກອງທຶນປະກັນສັງຄົມແຫ່ງຊາດ, ຄຳແນະນຳກ່ຽວກັບການອອກແຮງງານທີ່ມີຄວາມສ່ຽງອັນຕະລາຍຕໍ່ການເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ, ຄຳແນະນຳກ່ຽວກັບການກວດກາລະບອບການອຸດໜູນປະກັນສັງຄົມໃຫ້ສຳເລັດ, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານປະກັນສັງຄົມໃຫ້ແກ່ຜູ້ໃຊ້ແຮງານ, ຜູ້ອອກແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນໃນທົ່ວສັງຄົມໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ, ຂະຫຍາຍອັດຕາການປົກຄຸມປະກັນສັງຄົມສຳລັບຜູ້ອອກແຮງງານທີ່ເຮັດວຽກໃນລະບົບຕາມຫົວໜ່ວຍແຮງງານຕ່າງໆໃນຂອບເຂດທົ່ວປະເທດໃຫ້ໄດ້ 18.523 ຫົວໜ່ວຍແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈໃຫ້ໄດ້ 1.500 ຄົນ, ຄຸ້ມຄອງການພັດທະນາກອງທຶນປະກັນສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

No comments:

Post a Comment