Ad

Ad

29 December 2016

ທະນາຄານແຫ່ງ ສປປ ລາວ ຈະສະໜັບສະໜັບ 4 ແຜນງານຕົ້ນຕໍ່ຂອງວຽກງານກະສິກຳ ແລະ ປ່າໄມ້


          ທະນາຄານແຫ່ງ ສປປ ລາວ ຢືນຢັນວ່າ: ຈະໜັບສະໜູນ 4 ແຜນງານຕົ້ນຕໍຂອງວຽກງານກະສິ້ກຳ ແລະ ປ່າມໄມ້ໃນໄລຍະ 4 ປີຕໍ່ໜ້າຄື: ແຜນງານຄ້ຳປະກັນຄວາມໜັ້ນຄົງສະບຽງອາຫານ ແລະ ຮັບປະກັນດ້ານໂພສະນາການ, ແຜນສົ່ງເສີມການຜະລິດເປັນສິນຄ້າທີ່ເປັນທ່າແຮງໄດ້ປຽບ, ສະອາດແລະເປັນມິດຕໍ່ສີ່ງແວດລ້ອມ, ແຜນພັດທະນາຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້ໃຫ້ຍືນຍົງ ແລະ ແຜນພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ ເພື່ອປະກອບສ່ວນຊຸກຍູ້ໃຫ້ແຜນພັດ ທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ບັນລຸລະດັບຄາດໜາຍທີ່ສະພາແຫ່ງຊາດຮັບຮອງເອົາ.
          ໃນໂອກາດປະກອບຄໍາເຫັນຕໍ່ກອງປະຊຸມວຽກງານກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ
ປະຈຳປີ 2016 ໃນມື້ນີ້, ທ່ານນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ເຫັນດີເປັນເອກະພາບ ແລະ ຈະໃຫ້ການສະໜັບສະໜູນ 4 ແຜນງານຕົ້ນຕໍດັ່ງກ່າວ ເພື່ອຫັນໄປສູ່ລະບົບການຜະລິດແບບອຸດສະຫະກຳ ແລະ ທັນສະໄໜ, ການຜະລິດແບບເປັນຕ່ອງໂສ້ດ້ວຍການນຳໃຊ້ກົນໄກສຳພັນຮ່ວມມືໃນລະບົບ 4 ປະສານ 4ຮ່ວມ ໜາຍຄວາມວ່າພາກລັດ, ສະຖາບັນການເງິນ, ຜູ້ຜະລິດ ແລະຜູ້ປະກອບການ ລວມທັງບັນດາໜ້າວຽກຕົ້ນຕໍ ແລະນະໂຍບາຍທີ່ຈຳເປັນສຳລັບຜະລິດຕະພັນເຂົ້າ, ພືດ, ສັດ ແລະ ປ່າໄມ້ໂດຍຈະສືບຕໍ່ຄົ້ນຄ້ວາຊອກຫາແຫລ່ງທືນທີ່ມີຕົ້ນທືນເໜາະສົມຈາກພາຍໃນ ແລະຕ່າງປະເທດ ເພື່ອສົມທົບເຂົ້າໃນໂຄງການທີ່ເປັນບູລິມະສິດ, ນອນໃນບັນຊີກຳນົດ ຫລື ໃນແຜນການທີ່ບັນດາແຂວງໄດ້ຮັບຮອງເອົາໂດຍຜ່ານການເຫັນດີຈາກກະຊວງກະສິກຳ ແລະ ປ່າໄມ້  ແລະ ໜູນໃຊ້ທ່າແຮງຂອງທະນາຄານນະໂຍບາຍເພື່ອປ່ອຍສິນເຊື່ອຊຸກຍູ້ເຂົ້າໃນການຜະລິດກະສິກຳ.

ຮອງຜູ້ວ່າການທະນາຄານກ່າວວ່າ: ໄລຍະຜ່ານມາລະບົບທະນາຄານທຸລະກິດສາມາດປ່ອຍສິນເຊື່ອໃຫ້ຂະແໜງກະສິກໍາຫລາຍກວ່າ 4.500 ຕື້ກີບ ເທົ່າກັບ 6,23 % ຂອງສິນເຊື່ອທົ່ວລະ ບົບທະນາຄານລວມທັງທະນາຄານນະໂຍບາຍ,ເຖິງຢ່າງໃດກໍຕາມເພື່ອເຮັດໃຫ້ລະບົບທະນາ ຄານເອງດຳເນີນໄດ້ຢ່າງຄອງຕົວ ແລະ ມີເງິນປ່ອນສິນເຊື້ອເປັນປົກກະຕິນັ້ນ,ຜູ້ປະກອບການເອົງກໍຕ້ອງເຮັດການສຳລະສາງນານຜ່ານທະນາຄືນ,ໂດຍສະເພາະແມ່ນເມື່ອຂາຍສິນຄ້າແລ້ວກໍຕ້ອງນຳເງິນມາຜ່ານລະບົບທະນາຄານຈຶ່ງຈະເຮັດໃຫ້ວຽກງານສິນຄ້າຂອງທະນາຄານມີປະສິດຜົນພາບ ແລະ ກ້ວາງຂວາງໄດ້.

No comments:

Post a Comment