Ad

Ad

27 December 2016

ນະຄອນຫຼວງຕ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າໃນໄລຍະປີໃໝ່ໃຫ້ດີ

ດັ່ງທີ່ຮູ້ນໍາກັນແລ້ວວ່າວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2017 ກໍຫຍັບມໍ່ເຂົ້າມາທຸກມື້ ແລ້ວ ແລະ ປັດຈຸບັນຊຶ່ງມີຫລາຍສໍານັກງານ, ອົງການ, ບໍລິສັດ, ຫ້າງຮ້ານ ແລະ ຫຼາຍຄອບຄົວຕ່າງກໍພວມກະກຽມສະຫຼອງວັນຂຶ້ນປີໃໝ່ດັ່ງກ່າວໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ບັນຫາທີ່ຫລາຍຄົນເປັນຫວ່ງໃນຊ່ວງໄລຍະນີ້ກໍແມ່ນລາຄາສີນຄ້າອຸປະໂພກ-ບໍລິໂພກໃນທ້ອງຕະຫລາດ, ຊຶ່ງຜ່ານການຕິດຕາມກວດກາເບິ່ງລາຄາສີນຄ້າປະເພດຊີ້ນ, ປາ, ໝາກໄມ້ ແລະ ພຶດພັກຕ່າງໆຢູ່ຕະຫລາດໃຫຍ່ຫລາຍແຫ່ງໃນະຄອນ
ຫລວງວຽງຈັນ ໃນປັດຈຸບັນເຖິງວ່າລາຄາຈະຍັງຢູ່ໃນເກີນປົກກະຕິ, ແຕ່ຖ້າຫາກພາກສ່ວນກ່ຽວຂ້ອງຖືເບົາຕໍ່ການຕິດຕາມກວດກາ ແລະ ຄວບຄຸມລາຄາແລ້ວ, ກໍຈະເປັນຊ່ອງຫວ່າງໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາກໍເປັນໄດ້, ດັ່ງທີ່ເຄີຍເປັນມາ, ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ຜູ້ທີ່ມີລາຍຮັບຕໍ່າຢ່າງຫລີກລ້ຽງບໍ່ໄດ້ ແລະ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ດັ່ງນັ້ນຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງໄດ້ເພີ່ມທະວີຄຸ້ມຄອງລາຄາສິນຄ້າໃຫ້ດີຂຶ້ນ, ໂດຍສະເພາະແມ່ນສິນຄ້າບໍລິໂພກເຊັ່ນ: ຊິ້ນ, ປາ ແລະ ພືດຜັກຕ່າງໆ, ເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ, ບໍ່ມີຜົນກະທົບຮ້າຍແຮງຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ  ສິ່ງສຳຄັນແມ່ນຄວນແຕ່ງຕັ້ງພະນັກງານໜູນວຽນກັນລົງໄປສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຄະນະຄຸ້ມຄອງ ແລະ ຈັດສັນຕະຫຼາດ, ເພື່ອພ້ອມກັນຈັດຕັ້ງປະຕິບັດລະບຽບການຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການຕິດຕາມລາຄາສິນຄ້າເປັນປະຈຳເພື່ອເຮັດແນວໃດບໍ່ໃຫ້ມີການສວຍໂອກາດດັ່ງທີ່ເຄີຍເປັນມາ.  

No comments:

Post a Comment