Ad

Ad

29 December 2016

ແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

  ໃນວັນທີ 28 ທັນວານີ້, ໄດ້ມີການປະກາດແຕ່ງຕັ້ງທ່ານ ສົມບັດ ເຢຍລີເຮີ  ແລະ ທ່ານ ຄໍາຜາ ພີມມະສອນ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກຕາມມະຕິຕົກລົງຂອງຄະນະເລຂນທິການສູນກາງພັກ ເພື່ອຍົກສູງຄຸນນະພາບຂອງວຽກງານຫ້ອງວ່າການສູນກາງພັກໃນໄລຍະໃໝ່ໃຫ້ດີຂຶ້ນກວ່າເກົ່າ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການປັບປຸງຄະນະນໍາຫ້ອງວ່າການສູນກາງພັກໃນຄັ້ງນີ້, ເປັນການເພີ່ມທະວີບົດບາດ ແລະ ຄວາມສາມາດໃນການຊີ້ນໍາ-ນໍາພາ ແລະ ແບ່ງຄວາມຮັບພິຊອບພາຍໃນຄະນະພັກ ແລະ ຄະນະນໍາຫ້ອງວ່າການສູນກາງພັກ, ທັງເປັນການສ້າງທ່າແຮງ ແລະ ປະສິດທິພາບໃນການເປັນເສນາທິການຮັບໃຊ້ກົມການເມືອງສູນກາງພັກໃຫ້ດີກວ່າເກົ່າ.

No comments:

Post a Comment