Ad

Ad

29 December 2016

ປີໃໝ່ກະສິກຳ-ປ່າໄມ້ຈະຫັນປ່ຽນຄວາມຮັບຮູ້ເກົ່າໄປສູ່ອັນໃໝ່

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ໄດ້ກ່າວໃນພິທີປິດກອງປະຊຸມກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 28 ທັນວານີ້ວ່າ: ຕະຫລອດໄລຍະດຳເນີນກອງປະຊຸມຜູ້ແທນທັງສູນກາງ ແລະ ທອ້ງຖີ່ນໄດ້ສຸມໃສ່ຄົ້ນຄວ້າພິຈາລະນາບັນຫາຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອສະຫລຸບຕີລາຄາຄືນການເຄື່ອນໄຫວວຽກງານໃນໜື່ງປີຜ່ານມາ ແລະ ພ້ອມກັນກຳນົດທິດທາງ, ຄາດໜາຍສູ້ຊົນເພື່ອຈັດຕັ້ງປະຕິບັດວຽກງານໄລຍະ 4 ປີຕໍ່ໜ້າ ແລະ ປີ 2017 ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າໄປສູ່ຈິນຕະນາການອັນໃໝ່ໃນການຄິດ, ການວາງແຜນ ແລະ ວິທີຈັດຕັ້ງປະຕິບັດແນໃສ່ຕີຖອຍສີ່ງທ້າທາຍດ້ານ
ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ປະເທດເຮົາພວມປະເຊີນຢູ່ໃນປະຈຸບັນ ແລະ ອານາຄົດ, ທັງເປັນການສູ້ຊົນປະຕິບັດແຜນງານຄ້ຳປະກັນຄວາມໜັ້ນຄົງດ້ານສະບຽງອາຫານໃຫ້ພຽງພໍໄດ້ຫລາຍກວ່າ 3 ເດືອນ ໃນກໍລະນີເກີດມີໄພພິບັດຮ້າຍແຮງ, ສູ່ຊົນສະນອງຊີ້ນ, ປາຈາກຟາມ ໃຫ້ໄດ້ 30% ຈາກຄວາມຕ້ອງການທັງໝົດ ແລະ ເມື່ອຮອດປີ 2025 ໃຫ້ເພີ່ມຂຶ້ນ 50 % ເປັນຢ່າງຕ່ຈຶ່ງຈະຮັບປະກັນໃຫ້ການສະໜອງຄວາມຕ້ອງການມີຄວາມໝັ້ນທ່ຽງ, ພ້ອມນັ້ນ ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານການພັດທະນາວຽກງານກະສິກຳ ແລະ ປ່າ ໄມ້ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງບັນດາແຂວງ, ລວມເຖິງນະໂຍບາຍຕ່າງໆທີ່ກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງມີຕໍ່ກະ ຊວງກະສິກຳ ແລະ ປ່າໄມ້, ເປັນຕົ້ນແມ່ນກະຊວງອຸດສາກະກຳ  ແລະ ການຄ້າ, ກະຊວງການ ເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ, ຊຶ່ງລ້ວນແຕ່ເປັນທ່າແຮງທີ່ສຳຄັນໃນການຊຸກດັນການພັດທະນາຂະແໜງກະສິກຳໃຫ້ມີການເຕີບໃຫຍ່ຂະຍຫາຍຕົວ.

           ໂອກາດນີ້ທ່ານລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຍັງໄດ້ຮຽກຮ້ອງເຖິງທຸກພາກສ່ວນນັບແຕ່ສູນກາງ ແລະ ທ້ອງຖີ່ນ ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆຂອງວຽກງານກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດບັນລຸຜົນສຳເລັດຕາມລະດັບຄາດໜາຍທີ່ວາງໄວ້.

No comments:

Post a Comment