Ad

Ad

28 December 2016

ທຸລະກິດຈຳໜ່າຍເຄື່ອງມືວິທະຍາສາດພວມໄປໄດ້ດີ

          ເຄື່ອງມືວິທະຍາສາດເປັນຜະລິດຕະພັນໜຶ່ງທີ່ສຳຄັນ ເພື່ອນຳໄປໃຊ້ເຂົ້າໃນການຕິດຕາມດ້ານການຜະລິດ, ຄຸນນະພາບ ແລະ ມາດ ຕະຖານຕ່າງໆຢູ່ບັນດາໂຮງຈັກ-ໂຮງງານ, ໂຮງໝໍ, ມະຫາ ວິທະຍາ ໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ເພື່ອກວດສອບຄຸນນະພາບຂອງຜະລິດຕະພັນທີ່ຜະລິດອອກມາຮັບໃຊ້ສັງຄົມດ້ວຍຄວາມປອດໄພ ແລະ ເປັນທຳ.
          ທ່ານ ຄຳຊະນະ ຟອງສະນິດ ອຳນວຍການບໍລິສັດ ພີເຄແລບ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ຕົນເອງໄດ້ເລີ່ມເຮັດທຸລະກິດເຂົ້ານຳ ແລະ ຈຳໜ່າຍເຄື່ອງມືວິທະຍາສາດໃນທ້າຍປີ 2013, ໂດຍສິນຄ້າ
ສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງໆເຊັ່ນ: ເຄື່ອງມືໃຊ້ໃນຫ້ອງທົດລອງທົ່ວໄປ, ເຄື່ອງມືນຳໃຊ້ໃນຫ້ອງທົດລອງຂັ້ນສູງ, ເຄື່ອງວັດແທກສິ່ງແວດລ້ອມ, ດ້ານການທົດສອບ, ກວດຄຸນນະພາບນ້ຳມັນເຊື້ອໄຟ, ກວດຄຸນນະພາບນ້ຳ, ວັດແທກອັດຕາການໄຫລ, ວັດແທກດ້ານອຸນຫະພູມ, ໄຟຟ້າ ແລະ ເຟີນີເຈີສຳລັບຫ້ອງທົດລອງ, ໂດຍລູກຄ້າສ່ວນໃຫຍ່ແມ່ນບັນດາບໍລິສັດ, ອົງການ, ສະຖາບັນຕ່າງໆ ທັງພາກລັດ ແລະ ເອກະຊົນ, ນອກຈາກນີ້ ຍັງໃຫ້ການບໍລິການກວດສອບລະບົບ ແລະ ໃຫ້ການຮັບຮອງລະບົບມາດຕະຖານຕ່າງໆ, ຈັດຝຶກອົບຮົມ ນຳໃຊ້ເຄື່ອງມືວັດແທກມາດຕະຖານ ISO 17025 ແລະ ໃຫ້ຄຳປຶກສາກ່ຽວກັບລະບົບມາດຕະຖານອີກດ້ວຍ.

          ຜູ້ອຳນວຍການໃຫ້ຮູ້ຕື່ມວ່າ: ພາຍຫລັງຮຽນຈົບມະຫາວິທະຍາໄລແຫ່ງຊາດ ຕົນໄດ້ນຳເອົາຄວາມຮູ້ທີ່ໄດ້ສຶກສາ ມາສານຕໍ່ໃນທຸລະກິດທີ່ຕົນມັກ, ໂດຍເລັງເຫັນທຸລະກິດປະເພດນີ້ຈະເຂົ້າມາມີບົດບາດສຳຄັນໃນທຸກວຽກງານ ແລະ ຫົວໜ່ວຍທຸລະກິດຕ່າງໆໃຫ້ມີຄວາມເຕີບໃຫຍ່ໃນອະນາຄົດ.

No comments:

Post a Comment