Ad

Ad

27 December 2016

ເສັ້ນທາງລົດໄຟລາວ-ຈີນສັນຍາລັກການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ


         ພາຍຫລັງພັກເຮົາໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານເປັນຕົ້ນ, ມາເສດຖະກິດຂອງປະເທດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະໄວ, ຈຶ່ງຮຽກຮ້ອງໃຫ້ປະເທດເຮົາມີພື້ນ ຖານໂຄງລ່າງດ້ານຄົມມະນາຄົມທີ່ດີຂຶ້ນ, ເຊິ່ງນອກຈາກສືບຕໍ່ປັບປຸງບູລະ ນະເສັ້ນທາງບົກ ແລະ ຂະຫຍາຍການຄົມມະນາຄົມທາງອາກາດແລ້ວ, ພັກ ແລະ ລັດຖະບານ ຍັງໄດ້ເອົາໃຈໃສ່ຊອກຫາວິທີທາງໃໝ່ທີ່ເໜາະສົມ, ນັ້ນກໍຄືການຄົ້ນຄວ້າສ້າງທາງລົດໄຟໃຫ້ປະກົດຜົນເປັນຈິງ.
          ຈາກແນວຄວາມຄິດດັ່ງກ່າວ, ພາຍຫລັງ ສ ປປ ລາວ ແລະ ສປຈີນ ໄດ້ເຫັນດີຕົກລົງເປັນເອກະ
ພາບກັນຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານນັບແຕ່ປີ 2009 ເປັນຕົ້ນມາ ແລະ ເຫັນວ່າການຮ່ວມມືສອງຝ່າຍນັບມື້ຂະຫຍາຍກວ້າງອອກໃນຫລາຍຂົງເຂດ ແລະ ມີຫລາຍໆໂຄງການທີ່ເປັນຍຸດທະສາດສໍາຄັນເກີດຂຶ້ນ, ອັນພົ້ນເດັ່ນແມ່ນໂຄງການຮ່ວມມືດ້ານດາວທຽມລາວທີ່ໄດ້ປ່ອຍຂຶ້ນສູ່ວົງໂຄຈອນໂລກໃນທ້າຍປີ 2015 ຜ່ານມາ ແລະ ໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ສໍາເລັດພິທີເປີດການກໍ່ສ້າງຢ່າງເປັນທາງການໃນວັນທີ 25 ທັນວານີ້ຢູ່ແຂວງຫລວງພະບາງ, ຊຶ່ງຈະເປັນສັນຍາລັກໃໝ່ຂອງການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
  ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແມ່ນມີໄລຍະທາງແຕ່ຊາຍແດນຈີນມາເຖິງນະຄອນ ຫລວງວຽງຈັນທັງໝົດ 417 ກິໂລແມັດ ແລະ ຖືວ່າເປັນທາງລົດໄຟທີ່ມີລະດັບເຕັກນິກມາດຕະຖານສູງສາຍໜຶ່ງໃນອາຊີ, ເປັນປະເພດລາງດ່ຽວ, ມີຄວາມກວ້າງຂອງລາງ 1.435 ມິນລີແມັດ, ຄວາມໄວອອກແບບສໍາລັບຂົນສົ່ງໂດຍສານແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ອອກແບບສໍາຮອງໄວ້ສໍາລັບຂົນສົ່ງໂດຍສານໃນເຂດທົ່ງພຽງນັບແຕ່ວັງວຽງຫານະຄອນຫລວງວຽງຈັນແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ສໍາລັບຂົນສົ່ງສີນຄ້າແມ່ນ 120 ກິໂລແມັດຕໍ່ຊົ່ວໂມງ, ການກໍ່ສ້າງປະກອບມີຂົວ 167 ແຫ່ງຍາວ 61 ກວ່າກິໂລແມັດກວມ 14,9%ກໍ່ສ້າງທໍ່ 649 ແຫ່ງຍາວ 20 ກິໂລແມັດ, ກໍ່ສ້າງອຸໂມງ 75 ແຫ່ງຍາວ 197 ກິໂລແມັດກວມ 47,7%, ໃນນີ້ອຸໂມງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດຢູ່ເມືອງກາສີ, ແຂວງວຽງຈັນ. ມີສະຖານີທັງໝົດ 32 ແຫ່ງ, ໃນນີ້ 21 ສະຖານີແມ່ນສຳລັບລົດໄຟຫຼີກກັນ, 11 ສະຖານີໂດຍສານ ແລະ ສະຖານີສິນຄ້າອີກ 1 ແຫ່ງລວມມູນຄ່າກໍ່ສ້າງທັງໝົດ 5,8 ຕື້ໂດລາສະຫະລັດ ແລະ ຈະໃຫ້ສໍາເລັດການກໍ່ສ້າງໃນປີ 2021.
           ໂຄງການເສັ້ນທາງລົດໄຟສາຍນີ້, ແມ່ນນອນໃນແຜນສ້າງທາງລົດໄຟເຊື່ອມຈອດອາຊີ, ໂດຍເບື້ອງຕົ້ນແມ່ນເຊື່ອມຈອດແຕ່ຄຸນໝິງ ສປຈີນ ຜ່ານຈຸດຊາຍແດນບໍ່ຫານ-ບໍ່ເຕັນເຂົ້າສູ່ນະຄອນຫລວງວຽງຈັນ ແລະ ຕໍ່ໃສ່ບາງກອກໂດຍຜ່ານແຂວງໜອງຄາຍ, ສໍາລັບໄລຍະຍາວແມ່ນສືບຕໍ່ກໍ່ສ້າງແຕ່ນະ ຄອນຫລວງວຽງຈັນ-ທ່າແຂກ-ມູຢາຕໍ່ໃສ່ທ່າເຮືອວຸງອ່າງ ສສ ຫວຽດນາມ ແລະ ຈະສ້າງແຕ່ທ່າແຂກ-ປາກເຊ-ຊາຍແດນກໍາປູເຈຍ ເພື່ອໃຫ້ເຊື່ອມຈອດກັນຫລາຍຂຶ້ນຂອງບັນດາປະເທດອາຊຽນ.

   ສໍາລັບລາຍຮັບໂດຍກົງຈາກໂຄງການເສັ້ນທາງລົດໄຟລາວ-ຈີນກໍຄື: ການເພີ່ມຂຶ້ນຂອງປະລິມານການຈໍລະຈອນຂົນສົ່ງໂດຍສານ ແລະ ສີນຄ້າຜ່ານເສັ້ນທາງລົດໄຟໄປຍັງປະເທດອ້ອມຂ້າງ ແລະ ຂົນສົ່ງພາຍໃນປະເທດເຊັ່ນ: ຄາດຄະເນປະລິມານການຂົນສົ່ງໂດຍສານລະຫວ່າງຈີນ ແລະ 5 ປະເທດອາຊຽນໃນໄລຍະເລີ່ມຕົ້ນຈະມີປະມານ 9,65 ລ້ານເທື່ອຄົນ, ໄລຍະກາງຈະຫລາຍກວ່າ 11 ລ້ານເທື່ອຄົນ ແລະ ໄລຍະຍາວຈະມີປະມານ 16 ລ້ານກວ່າເທື່ອຄົນຕໍ່ປີ, ສ່ວນອັດຕາການຂົນສົ່ງສີນຄ້າໄລຍະຕົ້ນຈະມີປະມານ 2,59 ລ້ານໂຕນ, ໄລຍະກາງ 3,62 ລ້ານໂຕນ ແລະ ໄລຍະຍາວຈະມີປະມານ 5,46 ລ້ານໂຕນຕໍ່ປີ, ສ່ວນປະລິມານການຂົນສົ່ງສີນຄ້າພາຍໃນໄລຍະເບື້ອງຕົ້ນມີປະມານ 9,39 ລ້ານໂຕນ, ໄລຍະກາງ 13,66 ລ້ານໂຕນ ແລະ ໄລຍະຍາວຈະມີຫລາຍກວ່າ 25 ລ້ານໂຕນຕໍ່ປີ. ສະນັ້ນຈຶ່ງສະຫລຸບວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ນອກຈາກຕອບສະໜອງຄວາມຄອງຄອຍຂອງປະຊາຊົນລາວໃນການ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວເຕີບໃຫຍ່ຂະຫຍາຍຕົວແລ້ວຍັງຈະສ້າງລາຍຮັບໃຫ້ປະຊາຊົນທີ່ອາໃສຢູ່ຕາມເຂດແລວທາງລົດໄຟຜ່ານເພີ່ມຂຶ້ນ, ອໍານວຍຄວາມສະດວກໃນການຂົນສົ່ງສີນຄ້າໃນປະລິມານຫລາຍ, ວ່ອງໄວ, ລາຄາຖືກ ແລະ ເປັນທ່າແຮງໃຫ້ແກ່ການແຂ່ງຂັນຜະລິດຕະພັນໃນຕະຫລາດສາກົນ, ຊຸກຍູ້ການລົງທຶນ, ການທ່ອງທ່ຽວຢູ່ປະເທດເຮົາຫລາຍຂື້ນ ແລະ ອັນສໍາຄັນແມ່ນຊ່ວຍຫັນປະເທດລາວຈາກສະຖານະພາບປະເທດບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນເຊື່ອມຈອດ, ທັງສອດຄ່ອງກັບແນວຄວາມຄິດລິເລີ່ມ ໜຶ່ງແລວທາງ, ໜຶ່ງເສັ້ນທາງຂອງສະຫາຍເລຂາທິການໃຫຍ່ພັກກອມມູນິດຈີນ ແລະ ທັງປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຈີນ ກໍຄືລະຫວ່າງອາຊຽນກັບຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

No comments:

Post a Comment