Ad

Ad

26 December 2016

ລາວ-ຈີນ ຕົກລົງຮ່ວມມືພັດທະນາລະບົບດີຈີຕອນ

ພິທີຮ່ວມລົງນາມໃນບົດບັນທຶກການຕົກລົງຮ່ວມມືໃນໂຄງການຫັນປ່ຽນລະບົບການຖ່າຍທອດອອກອາກາດຈາກລະບົບອານາລ໋ອກໄປສູ່ຂະບົບດີຈີຕອນທົ່ວປະເທດ ໄດ້ມີຂຶ້ນໃນວັນທີ 23 ທັນວານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຢິນ ຟານ ຮອງອໍານວຍການໃຫຍ່ ບໍລິສັດສື່ມວນຊົນໂທລະພາບດີຈີຕອນຢຸນນານ ສປ ຈີນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສະຫວັນ
ຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍຝ່າຍຈີນຈະໃຫ້ການຊ່ວຍເຫລືອທາງດ້ານອຸປະກອນ ແລະ ເຕັກນິກການປ່ຽນຖ່າຍລະບົບອອກອາກາດຂອງວິທະຍຸ ແລະ ໂທລະພາບແຫ່ງຊາດລາວຈາກອານາລ໋ອກໄປສູ່ລະບົບດີຈີຕອນໃຫ້ສຳເລັດໃນຂອບເຂດທົ່ວປະເທດ.

No comments:

Post a Comment