Ad

Ad

29 December 2016

ນາຍົກເນັ້ນໃຫ້ຂະແໜງແຮງງານເອົາໃຈໃສ່ຫລາຍບັນຫາສຳຄັນ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະ ເທດ ປະຈຳປີ 2016 ທີ່ໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້, ທີ່ນະຄອນ ຫລວງວຽງຈັນ, ໂດຍທ່ານໄດ້ເນັ້ນໃຫ້ຂະແໜງແຮງງານດັ່ງກ່າວເອົາໃຈໃສ່ພັດທະນາສີມືແຮງງານ, ຄວາມສາມາດ, ຄວາມເຂັ້ມແຂງ, ມີປະລິມານ ແລະ ຄຸນນະພາບ, ພ້ອມເອົາໃຈໃສ່ການຈັດສັນກຳລັງແຮງງານ, ສະຫວັດດີການສັງຄົມ ແລະ ຜົນປະໂຫຍດຂອງແຮງງານໃຫ້ລະອຽດ, ເພື່ອສ້າງໃຫ້ເປັນແຮງງານທີ່ສຳນານງານ ແລະ ມີສີມືທຽບເທົ່າກັບພາກພື້ນ ແລະ ສາກົນ. ສຳລັບວຽກງານສະຫວັດດີການສັງຄົມ, ໂດຍສະເພາະນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ນັກຮົບເກົ່າ ແລະ ອື່ນ
, ເຫັນວ່າການຈັດຕັ້ງປະຕິບັດຍັງບໍ່ທັນທົ່ວເຖິງ ແລະ ຍັງບໍ່ທັນຖືກເປົ້າໝາຍເປັນຕົ້ນ ຜູ້ທີ່ມີເປົ້າໝາຍໃຫ້ຊ່ວຍເຫລືອ ພັດບໍ່ໄດ້ຮັບນະໂຍບາຍ, ກົງກັນຂ້າມກັບຜູ້ທີ່ໄດ້ຮັບນະໂຍບາຍ ພັດບໍ່ແມ່ນເປົ້າໝາຍ, ຊຶ່ງມັນໄດ້ສ່ອງແສງເຖິງຕາໜ່າງການເຮັດວຽກ, ການເກັບກຳຂໍ້ມູນຂອງພະນັກງານວິຊາການທີ່ກ່ຽວ ຂ້ອງບໍ່ທັນຊັດເຈນ ແລະ ຄົບຖ້ວນເທົ່າທີ່ຄວນ, ພ້ອມນີ້ ຍັງມີການປອມແປງເອກະສານ ແລະ ອື່ນໆຢ່າງແພ່ຫລາຍ, ຊຶ່ງມັນໄດ້ກາຍເປັນບັນຫາໜຶ່ງທີ່ສ້າງຄວາມບໍ່ສະຫງົບ ແລະ ບໍ່ເປັນທຳ, ແຕ່ຖ້າຫາກມີຕາໜ່າງກວດກາຢ່າງເຂັ້ມງວດ ບັນຫາດັ່ງກ່າວກໍຈະບໍ່ເກີດຂຶ້ນຢ່າງແນ່ນອນ.

ທ່ານນາຍົກກ່າວວ່າ: ຜ່ານການຮັບຟັງການລາຍງານຂອງລັດຖະມົນຕີກະຊວງດັ່ງກ່າວເຫັນວ່າ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ມີຄວາມພະຍາຍາມປະຕິບັດພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ມີຫລາຍວຽກທີ່ໄດ້ຮັບການພັດທະ ນາດີຂຶ້ນ, ໂດຍສະເພາະການກຳນົດວິໄສທັດຮອດປີ 2020, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີຄັ້ງທີ IV ຮອດປີ 2020, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ, ພ້ອມນີ້ ນາຍົກລັດ ຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍພາກສ່ວນກ່ຽວຂ້ອງທີ່ສູ້ຊົນພັດທະນາກຳລັງແຮງງານລາວ ເມື່ອທຽບໃສ່ຫລາຍປີຜ່ານມາ ເຫັນວ່າມີຄຸນນະພາບດີຂຶ້ນ, ໂດຍສະເພາະມີສີມື, ຄວາມສາມາດ, ຄວາມເຂັ້ມງານດີຂຶ້ນເລື້ອຍໆເມື່ອທຽບໃສ່ປະເທດໃກ້ຄຽງ. 

No comments:

Post a Comment