Ad

Ad

26 December 2016

ເປີດການກໍ່ສ້າງ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ

             ພິທີເປີດການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ໄດ້ມີຂຶ້ນໃນວັນທີ 25 ທັນວານີ້  ທີ່ແຂວງຫຼວງພະບາງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດນາຍົກ ລັດຖະ ມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ພ້ອມນີ້ກໍມີທ່ານເອກອັກຄະລັດຖະທູດຈີນປະຈຳລາວ ແລະ ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າ ແຂວງ, ຮອງເຈົ້າແຂວງ-ນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າຈາກລັດວິສາຫະກິດລົດໄຟແຫ່ງຊາດ ສປ ຈີນ ເຂົ້າຮ່ວມນຳດ້ວຍ.

         ໃນພິທີ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ (ຊາຍແດນລາວ-ຈີນ) ຫາສະຖານີນະຄອນຫຼວງວຽງຈັນ ລວມມີຄວາມຍາວກວ່າ 417 ກິໂລແມັດ ເຊິ່ງໄດ້ອອກແບບເປັນທາງລົດໄຟມາດຕະຖານຊັ້ນ 1 ປະເພດລາງດ່ຽວ. ການກໍານົດຄວາມໄວອອກແບບສໍາລັບຂົນສົ່ງໂດຍສານເຂດພູດອຍແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ຢູ່ເຂດທົ່ງພຽງແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວອອກແບບສຳລັບການຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ. ການກໍ່ສ້າງປະກອບມີຂົວ 167 ແຫ່ງ ຍາວ 61 ກວ່າກິໂລແມັດ ກວມ 14,9%, ກໍ່ສ້າງທໍ່ 649 ແຫ່ງ ຍາວ 20 ກິໂລແມັດ, ກໍ່ສ້າງອຸມົງ 75 ແຫ່ງ ຍາວ 197 ກິໂລແມັດ ກວມ 47,7%, ໃນນີ້ອຸມົງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດ ຢູ່ເມືອງກາສີ ແຂວງວຽງຈັນ. ມີສະຖານີທັງໝົດ 32 ແຫ່ງ, ໃນນີ້ມີ 21 ສະຖານີສຳລັບລົດໄຟຫຼີກກັນ, ມີ11 ສະຖານີໂດຍສານ ແລະ ສະຖານີສິນຄ້າອີກ 1 ແຫ່ງ ລວມມູນຄ່າກໍ່ສ້າງຂອງໂຄງການ 5,8 ຕື້ໂດລາສະຫະລັດ.
ປັດຈຸບັນ, ໄດ້ສຳເລັດການສ້າງຕັ້ງ ບໍລິສັດ ຮ່ວມທຶນທາງລົດໄຟ ລາວ-ຈີນ, ການປະມູນຈັດຊື້-ຈັດຈ້າງ ກັບບັນດາບໍລິສັດຮັບເໜົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ  ແລະ ເຊັນສັນຍາ ກັບບໍລິສັດຮັບເໝົາກໍ່ສ້າງຫຼັກ 6 ສັນຍາ, ບໍລິສັດທີ່ປຶກສາ 3 ສັນຍາ ແລະ ທີ່ປຶກສາບຸກຄົນທີສາມ 3 ສັນຍາ. ຄາດຄະ ເນຈະໃຊ້ເວລາການກໍ່ສ້າງ 60 ເດືອນ ກໍຄືໃຫ້ສຳເລັດໃນທ້າຍປີ 2021. ມາຮອດມື້ນີ້ ຖືວ່າການກະ ກຽມເງື່ອນໄຂຕ່າງໆໃຫ້ແກ່ການລົງມືກໍ່ສ້າງທັງໝົດ 6 ຊ່ວງ ແມ່ນຄົບຖ້ວນສົມບູນແລ້ວ.

ການພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟດັ່ງກ່າວນີ້ ແມ່ນມີຄວາມສຳຄັນຕໍ່ການ ຈັດຕັ້ງຜັນຂະຫຍາຍມີຕິ X ຂອງພັກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນການເພີ່ມທະວີເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດເວົ້າສະເພາະ, ເວົ້າລວມແມ່ນເປັນການເພີ່ມທະວີການພົວພັນທາງດ້ານເສດຖະກິດຢູ່ໃນເຂດການຄ້າເສລີ ຈີນ-ອາຊຽນ ອີກດ້ວຍ ເຊິ່ງພາຍຫຼັງສຳເລັດການກໍ່ສ້າງຈະນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນລາວບັນດາເຜົ່າ ແລະ ຈະເຮັດໃຫ້ການຄົມມະນາຄົມ-ຂົນ ສົ່ງ, ການໄປມາຫາສູ່ກັນມີຄວາມສະດວກ, ວ່ອງໄວ ແລະ ປອດໄພ, ສາມາດປະຢັດຕົ້ນທຶນການຂົນ ສົ່ງ, ທັງເປັນການສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນໃຫ້ຂະຫຍາຍຕົວຂຶ້ນ ພ້ອມທັງຈະກະຕຸກຊຸກຍູ້ການພັດທະນາຂະແໜງການອື່ນໆເຊັ່ນ: ຂະແໜງກະສິກຳ, ອຸດສາຫະກຳ-ການຄ້າ, ການລົງທຶນ ແລະ ທ່ອງທ່ຽວໃຫ້ມີການຂະຫຍາຍຕົວສູງ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນໃນສະເພາະໜ້າ ແລະ ຍາວນານ.

No comments:

Post a Comment