Ad

Ad

27 December 2016

ລາວຫາລືວຽກງານຜະລິດຢ່າງພາລາໃນທົ່ວປະເທດ

ວັນທີ 26 ທັນວານີ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມສຳມະນາບັນຫາ ແລະ ກາລະໂອກາດຢາງພາລາລາວຂຶ້ທີ່ນະ ຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງດັ່ງກ່າວ ແລະ ມີຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມຂອງສະພາແຫ່ງຊາດ, ຮອງເຈົ້າແຂວງ ແລະ ບໍລິສັດຢ່າງພາລາເຂົ້າຮ່ວມນຳດ້ວຍ.

          ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ: ເພື່ອປຶກສາຫາລືບັນຫາທີ່ຜູ້ປະກອບການ ແລະ ຊາວສວນຢາງພາລາພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນລາຄາຢາງພາລາຕົກຕ່ຳ, ກີດຢາງແລ້ວ
ຂາຍບໍ່ອອກ, ຕະຫລາດຮອງຮັບບໍ່ໜັ້ນທ່ຽງ, ທ່າອ່ຽງການຫັນປ່ຽນເນື້ອທີ່ດິນສວນໄປປູກພືດຊະນິດອື່ນເຊັ່ນ: ປູກກ້ວຍ, ໜາກນອດ ແລະ ອື່ນໆ ເພື່ອແກ້ໄຂສະພາບການຕ່າງໆໃນສະເພາະໜ້າ ແລະ ຍາວນານແນໃສ່ສ້າງຄວາມໜັ້ນໃຈໃຫ້ແກ່ຊາວສວນຢາງມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ສືບຕໍ່ປູກຢາງພາລາຕໍ່ໄປເພື່ອເຮັດໃຫ້ປະຊາຊົນມີລາຍຮັບທີ່ໜັ້ນທ່ຽງ, ຢຸດຕິການຖາງປ່າເຮັດໄຮ່ທັງເປັນການປະກອບສ່ວນສຳຄັນເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າເພີ່ມຂຶ້ນ, ເຖິງຢ່າງໃດກໍຕາມສະພາບການປູກຢາງພາລາໃນເມື່ອກ່ອນແມ່ນປູກແບບກະແຈກກະຈາຍ, ແຕ່ພາຍຫລັງມີກົດໜາຍສົ່ງເສີມການລົງທືນນັບແຕ່ປີ 2004 ເປັນຕົ້ນມາ, ນັກລົງທຶນ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະ ເທດໄດ້ເຂົ້າມາລົງທຶນໃສ່ການປູກຢາງພາລາຫລາຍຮູບແບບເປັນຕົ້ນຮູບແບບບໍລິສັດ, ຮ່ວມມືຕາມສັນຍານັບແຕ່ຂອດການປູກຈົນເຖິງຂັ້ນຕອນການປຸງແຕ່ງເບື້ອງຕົ້ນ, ມາຮອດປະຈຸບັນທົ່ວປະເທດມີໂຮງງານປຸງແຕ່ງຢາງພາລາທີ່ຂຶ້ນທະບຽນທັງໜົດ 24 ແຫ່ງ, ເນື້ອທີ່ປູກຢາງຫລາຍກວ່າ 280.000 ເຮັກຕາຕາມຂໍ້ມູນໃນປີ 2014 ໃນນີ້ພາກເໜືອກວມຫລາຍກວ່າ 110.000 ເຮັກຕາ, ພາກກາງ 38.000 ເຮັກຕາ ແລະ ພາກໃຕ້ 48.000 ເຮັກຕາ ແລະ ຖາຫາກໄດ້ປາດຢາງໝົດທຸກຕົ້ນໃນເນື້ອທີ່ດັ່ງກ່າວຄາດວ່າແຕ່ລະປີຈະໄດ້ຮັບຜົນຜະລິດຫຼາຍກວ່າ 3 ແສນໂຕນ, ແຕ່ຍ້ອນບັນຫາຕະຫຼາດ ແລະ ລາຄາຂອງຢ່າງພາ ລາ, ຊຶ່ງບໍ່ພຽງແຕ່ຢູ່ລາວເຮົາທເທົ່ານັ້ນແຕ່ຍັງເປັນບັນຫາໃນພາກພື້ນ ແລະ ໃນໂລກອີກດ້ວຍ, ເພາະສະ ນັ້ນໃນກອງປະຊຸມຄັ້ງນີ້ຈຶ່ງໄດ້ເຊື້ອຊວນເອົານັກຄົ້ນຄວ້າ, ຜູ້ຊ່ຽວຊານ, ຜູ້ວາງນະໂຍບາຍ ແລະ ນັກທຸລະກິດຜູ້ທີ່ມີບົດຮຽນ ແລະ ປະສົບການຈາກ ສປຈີນ ,ໂດຍສະເພາະແມ່ນບໍລິສັດຢາງພາລາຢູນນານລາວມາຮ່ວມປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ປະສົບການນຳກັນເພື່ອສາມາດແກ້ໄຂບັນຫາກ່ຽວກັບຢ່າງພາລາໃນປັດຈຸບັນ ແລະ ອະນາຄົດ, ພ້ອມນັ້ນຍັງຈະໄດ້ຮັບຟັງກ່ຽວກັບສະພາບການຜະລິດຢາງພາລາຢູ່ລາວ, ສະພາບການກະກຽມສ້າງຕັ້ງ ແລະເຄື່ອນໄຫວຂອງສະມາຄົມຢາງ ພາລາຂອງລາວ, ສະພາບຕະຫລາດຢາງພາລາພາກພື້ນ ແລະ ສາກົນ, ການນຳໃຊ້ຢາງພາລາທຳມະຊາດ ແລະ ຢາງທຽມ ເຂົ້າໃນການຜະລິດເປັນຜະລິິດຕະພັນ ແລະ ການນຳໃຊ້ວັດຖຸດິບທີ່ສາມາດທົດແທນກັນໄດ້ ລວມເຖິງບົດຮຽນການດຳເນີນທຸລະກິດຢາງພາລາຂອງບໍລິສັດດັ່ງກ່າວຕະຫລອດ 60 ປີຜ່ານມາເພື່ອແນໃສ່ສົ່ງເສີມຜູ້ຜະລິດຢ່າງພາລາຢູ່ປະເທດເຮົາມີທາງອອກດີຂຶ້ນ.

No comments:

Post a Comment