Ad

Ad

28 December 2016

ຂະແໜງພາສີຕ້ອງປະຕິບັດລະບຽບຢ່າງເຂັ້ມງວດ

           ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ໄດ້ກໍານົດເຂັ້ມງວດຄື: ລາຍຮັບຈາກຂະແໜງພາສີບໍ່ອະນຸຍາດໃຫ້ທ້ອງຖິ່ນຈົດເຂົ້າເປັນລາຍຮັບຂອງຕົນໃຫ້ມອບລາຍຮັບທັງໝົດທີ່ຈັດເກັບລວມສູນເຂົ້າງົບປະມານສູນກາງ 100%. ສ່ວນມາດຕະການແມ່ນໃຫ້ກົມພາສີ, ດ່ານພາສີຊາຍແດນ, ກອງກວດກາພາສີໃນທົ່ວປະເທດສືບຕໍ່ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງຕົນໃຫ້ສອດຄ່ອງຕາມລະບຽບ, ສຶກສາອົບຮົມການເມືອງແນວຄິດພະນັກງານໃຫ້ໜັກແໜ້ນເຂັ້ມແຂງ ເພື່ອຮັບປະກັນການຄຸ້ມຄອງຈັດເກັບລາຍຮັບໃຫ້ໄດ້ຕາມແຜນການວາງໄວ້, ອັນສໍາຄັນແມ່ນສືບຕໍ່ເພີ່ມທະວີປະຕິບັດບັນດານິຕິກໍາຕ່າງໆຄື: ແຈ້ງການຂອງກະຊວງການເງິນວ່າດ້ວຍການແກ້ໄຂພາຫະນະ
ນໍາເຂົ້າບໍ່ຖືກຕ້ອງ ແລະ ການແຈ້ງເສຍພາສີປ່ຽນກໍາມະສິດພາຫະ ນະທີ່ນໍາເຂົ້າໃນລະບອບຍົກເວັ້ນ ແລະ ງົດເກັບພາສີທີ່ບໍ່ທັນໄດ້ເສຍພາສີອາກອນຕາມລະບຽບກົດໝາຍ, ແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກ່ຽວກັບການຢຸດເຊົາການຍົກເວັ້ນພາສີອາກອນນໍາເຂົ້ານໍ້າມັນເຊື້ອໄຟຂອງໂຄງການຕ່າງໆໃນທົ່ວປະເທດ, ແຈ້ງການກ່ຽວກັບຢຸດຕິການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີໃນທົ່ວປະເທດ, ປະຕິບັດຄໍາສັ່ງເລກທີ 15 ນຍ ວ່າດ້ວຍມາດຕະການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍ ແລະ ທຸລະກິດໄມ້, ພ້ອມທັງເພີ່ມທະວີປະສານສົມທົບກັບຂະແໜງກ່ຽວຂ້ອງເພື່ອຄຸ້ມຄອງ ແລະ ກວດກາການນໍາເຂົ້າວັດຖຸອຸປະກອນຍົກເວັ້ນພາສີອາກອນຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ຖືກເປົ້າໝາຍ, ເຂັ້ມງວດຄຸ້ມຄອງກວດກາສີນຄ້າຂອງບັນດາຮ້ານປອດພາສີ ແລະ ເອົາໃຈໃສ່ວຽກງານກວດສອບການແຈ້ງພາສີ, ການຕ້ານ ແລະ ສະກັດກັ້ນການລັກລອບໜີພາສີທຸກຮູບແບບໃຫ້ມີປະສິດທິຜົນ. 

No comments:

Post a Comment