Ad

Ad

28 December 2016

ຊາວສ່ວນຢາງພາລາສະເໜີລັດຊ່ວຍຫລາຍດ້ານ

          ກະສິກອນປູກຢາງພາລາໃນຂອບເຂດທົ່ວປະເທດສະເໜີໃຫ້ລັດຖະບານຢືນມືເຂົ້າມາຊ່ວຍ ເຫລືອຫລາຍດ້ານ, ຫລັງຈາກເຫັນວ່າໄລຍະຜ່ານມາສະພາບການປູກຢາງພາລາມີແຜ່ຫລາຍແຕ່ການຄຸ້ມຄອງຍັງບໍ່ທັນດີ, ຈຶ່ງເຮັດໃຫ້ເກີດບັນຫາລາຄາຕົກຕໍ່າ, ຕະຫລາດສົ່ງອອກບໍ່ແນ່ນອນ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
           ບັນຫາດັ່ງກ່າວໄດ້ຍົກຂຶ້ນຢູ່ກອງປະຊຸມປືກສາຫາລືວຽກງານການຜະລິດຢາພາລາທົ່ວປະ ເທດໃນວັນທີ 26 ທັນວານີ້, ຊຶ່ງສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ແຫ່ງຊາດໄດ້ໃຫ້ຮູ້ວ່າ: ປັດຈຸບັນຢູ່ລາວມີ
ເນື້ອທີ່ປູກຢາງພາລາທັງໝົດ 281 ພັນກວ່າເຮັກຕາ, ໃນນີ້ພາກເໜືອກວມປະມານ 59%, ພາກກາງ 18% ແລະ ພາກໃຕ້ 23% ຂອງເນື້ອທີ່ປູກຢາງພາລາທັງໝົດທົ່ວປະເທດ, ສໍາລັບຮູບແບບການລົງທຶນສໍາປະທານກວມ 46%, ປະຊາຊົນປູກເອງ 30% ແລະ ບໍລິສັດຮ່ວມກັບປະຊາຊົນປູກມີປະມານ 24%.
           ນັບແຕ່ປີ 2012 ມາຮອດປັດຈຸບັນລາຄາຢາງພາລາໄດ້ຕົກຕໍ່າຫລາຍສະເລ່ຍ 3.000-5.000 ກີບຕໍ່ກິໂລ, ຈຶ່ງສົ່ງຜົນເຮັດໃຫ້ຊາວສ່ວນຈໍານວນບໍ່ໜ້ອຍຢຸດເຊົາການປາດຢາງເພື່ອລໍຖ້າໃຫ້ລາຄາສູງຂຶ້ນ, ຈໍານວນໜຶ່ງຂາຍສວນຢາງ ຫລື ຫັນໄປປູກພຶດຊະນິດອື່ນແທນ. ຈາກບັນຫາດັ່ງກ່າວຜູ້ປະກອບການ ກໍຄືຊາວສວນຕ້ອງການໃຫ້ພາກລັດມີນະໂຍບາຍ ແລະ ມາດຕະການສະໜັບສະໜູນຫລາຍກວ່າເກົ່າ ເຊັ່ນ: ດ້ານການຕະຫລາດ ຫລື ການຄໍ້າປະກັນລາຄາດັ່ງນີ້ເປັນຕົ້ນ. ນອກຈາກນີ້ຕ້ອງສ້າງຕັ້ງຄະນະກໍາມະການ ຫລື ທີມງານສະເພາະກິດເພື່ອຄົ້ນຄວ້າກ່ຽວກັບການພັດທະນາວຽກງານຢາງພາລາໃຫ້ເຂັ້ມແຂງ, ທັງຊຸກຍູ້ໃຫ້ມີການສ້າງຕັ້ງເປັນສະມາຄົມ, ກຸ່ມຜູ້ຜະລິດ, ຜູ້ປູກ ເພື່ອເພີ່ມອໍານາດໃນການຕໍ່ລອງລາຄາຜົນຜະລິດ ແລະ ມີເຄື່ອງໝາຍການຄ້າທີ່ສາມາດແຂ່ງຂັນໃນຕະຫລາດໂລກ, ສົ່ງເສີມໃຫ້ມີການສ້າງຕັ້ງໂຮງງານແປຮູບຢາງພາລາພາຍໃນປະເທດໃຫ້ຫລາຍ ແລະ ຄວນມີນະໂຍບາຍສົ່ງເສີມພິເສດໃຫ້ນັກລົງທຶນ ຫລື ຫົວໜ່ວຍທຸລະກິດເພື່ອເກັບຊື້ຢາງໃນລາຄາທີ່ເປັນທໍາຊ່ວງໄລຍະລາຄາຕົກຕໍ່າ, ການສະໜອງສີນເຊື່ອຂອງທະນາຄານໃຫ້ແກ່ການລົງທຶນປູກຢາງພາລາຄວນຫລຸດຜ່ອນດອກເບ້ຍ.

  ປັດຈຸບັນທົ່ວໂລກມີ 43 ປະເທດທີ່ປູກຢາງພາລາ, ມີເນື້ອທີ່ຫລາຍກວ່າ 13 ລ້ານເຮັກຕາ, ສ່ວນໃຫຍ່ແມ່ນປະເທດຢູ່ອາຊີ, ໃນປີ 2015 ຜົນຜະລິດຢາງທົ່ວໂລກມີຈໍານວນ 10 ລ້ານກວ່າໂຕນເພື່ອສະໜອງໃຫ້ບັນດາໂຮງຈັກໂຮງງານຜະລິດຢາງຕີນລົດ, ເກີບ, ທໍ່, ອະໄວຍະວະທຽມ, ເຄື່ອງອາໄຫລ່, ກາວ, ອຸປະກອນການແພດ ແລະ ຜະລິດຕະພັນອື່ນໆຫລາຍກວ່າແສນຊະນິດ.  

No comments:

Post a Comment