Ad

Ad

26 December 2016

ສະຫາຍເລຂາທິການໃຫຍ່ຊີ້ນໍາກະຊວງປ້ອງກັນປະເທດໃຫ້ມີແບບແຜນ-ທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ທີ່ໄຂຂຶ້ນໃນວັນທີ 22-23 ທັນວານີ້ ທີ່ນະຄອນຫລວງວຽງຈັນ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະ ເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດຍຸດທະສາດແນວທາງປ້ອງກັນຊາດຂອງພັກ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ, ສ້າງ
ໃຫ້ກອງທັບເປັນກໍາລັງຫລັກແຫລ່ງໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຊາຊົນບັນດາເຜົ່າຍູ້ທ້າງທໍາມາຫາກິນພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ໃນກອງປະຊຸມ, ສະຫາຍ ພົຈວ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ແລະ ທິດທາງແຜນການປະຈໍາປີ 2017ວ່າ: ປີ 2016 ນີ້ ກະຊວງປ້ອງກັນປະເທດໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງຕົນ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານໃນການເປັນກໍາລັງຫລັກແຫລ່ງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຊາດ, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດສືບຕໍ່ຂະ ຫຍາຍຕົວດ້ວຍທ່ວງທ່າອັນໜັກແໜ້ນ, ການປັບປຸງກໍ່ສ້າງກອງທັບກໍມີຫລາຍດ້ານທີ່ພົ້ນເດັ່ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບແບບແຜນ ແລະ ທັນສະໄໝເທື່ອລະກ້າວ.

No comments:

Post a Comment