Ad

Ad

3 January 2017

ລາວສະຫລອງສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ຄສ 2017 ຢ່າງຄືກຄື້ນ

          ການສະເຫລີມສະຫລອງສົ່ງທ້າຍປີເກົ່າ 2016 ແລະ ຕ້ອນຮັບປີໃໝ່ 2017 ໄດ້ຈັດຂຶ້ນດ້ວຍບັນຍາກາດຄຶກຄື້ນໃນຄໍ່າຄືນວັນທີ 31 ທັນວາ 2016 ຜ່ານມາຢູ່ສວນປະຕູໄຊ, ນະຄອນຫລວງວຽງຈັນ, ໂດຍມີທ່ານເຈົ້າຄອງນະຄອນຫລວງວຽງຈັນ ສິນລະວົງ ຄຸດໄພທູນ, ພ້ອມດ້ວຍແຂກ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫລວງຫລາຍ.
            ໃນໂອກາດອັນຄືກຄື້ນນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄໍາເຫັນວ່າ: ປີ 2017 ຂໍໃຫ້ທຸກຄົນໃນຊາດຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມສຸກສາມັກຄີປອງດອງເປັນຈິດໜຶ່ງໃຈດຽວພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ປີ 2016 ຢູ່
ປະເທດເຮົາໄດ້ມີຫລາຍເຫດການປະຫວັດສາດທີ່ສໍາຄັນຂອງພັກ ແລະ ຂອງຊາດຄື: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ເປັນຄັ້ງປະຫວັດສາດຂອງປະເທດ, ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII, ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29, ການຢ້ຽມຢາມລາວຢ່າງເປັນທາງການຄັ້ງປະຫວັດສາດຂອງປະທານາທິບໍດີສະຫະລັດອາເມລິກາທ່ານ ບາຣັກ ໂອບາມາ ແລະ ເຫດການສໍາຄັນອື່ນໆ, ເຊິ່ງໄດ້ເຮັດໃຫ້ປະເທດເຮົາມີໃບໜ້າໃໝ່ໃນການພັດທະນາຫລາຍດ້ານ, ອັນໄດ້ຊ່ວຍຍົກສູງອິດທິພົນ ແລະ ບົດບາດຂອງຊາດພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້ຍັງເຫັນວ່າສັງຄົມມີຄວາມກ້າວໜ້າຫລາຍດ້ານ, ມີຄວາມສະຫງົບໂດຍພື້ນຖານ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນປີ 2017 ນີ້ກໍຍິ່ງຈະມີຂະບວນກາສ້າງສາ ແລະ ພັດທະນາໃນຫລາຍໆດ້ານ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ ກໍຄືປະຊາຊົນບັນດາ ເຜົ່າ ຈົ່ງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕ່າງໆ ໃຫ້ເປັນຂະບວນຟົດຟື້ນ, ເພື່ອປະກອບສ່ວນຄວາມຮູ້, ຄວາມສາມາດ, ເຫື່ອແຮງກໍາລັງວັງຊາ ກໍຄືຊັບສີນຂອງຕົນເຂົ້າໃນພາລະກິດ

ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ.

No comments:

Post a Comment