Ad

Ad

4 January 2017

ຄາດໝາຍໃຫຍ່ໃນການພັດທະນາປະເທດປີ 2017

           ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານ ແລະ ເງິນຕາປະຈໍາປີ 2017 ລະບຸວ່າ: ປີ 2017 ເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ແລະ ເປັນປີທໍາອິດທີ່ເລີ່ມຈັດຕັ້ງປະຕິບັດແຜນປະຈໍາປີຕາມປີປະຕິທິນ, ຊຶ່ງລັດຖະບານໄດ້ກໍານົດຄາດໝາຍໃຫຍ່ຄື: ສືບຕໍ່ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງໜັກແໜ້ນ, ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ປັບປຸງວິສາຫະກິດຂອງລັດໃຫ້ເຂັ້ມແຂງມີປະສິດທິຜົນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມການ
ຜະລິດຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມ ແຂງສາມາດແຂ່ງຂັນໄດ້, ສືບຕໍ່ແກ້ໄຂຄວາມທຸກຍາກຕິດພັນກັບການປະຕິບັດວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ດີ ເພື່ອສ້າງເງື່ອນໄຂດຶງດູດການລົງທຶນ, ຊຸກຍູ້ການຜະລິດ, ຫລຸດຕົ້ນທຶນຂອງທຸລະກິດ, ທັງເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ປັບປຸງຄຸນນະພາບການສຶກສາ, ສາທາລະນະສຸກ, ຍົກລະດັບສີມືແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ, ຍົກສະມັດຕະພາບຂອງການຜະລິດ ແລະ ບໍລິການໃຫ້ສູງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເອກະຊົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ ເພື່ອຮັບປະກັນຜົນປະໂຫຍດຂອງລັດ, ແກ້ໄຂສະພາບຄ່ອງເສດຖະກິດ, ຄຸ້ມຄອງບໍລິຫານໜີ້ສີນໃຫ້ເຂັ້ມງວດ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນຕາມທິດຍືນຍົງສີຂຽວ.
           ສໍາລັບຄາດໝາຍສູ້ຊົນຕົ້ນຕໍແມ່ນຮັບປະກັນໃຫ້ລວມຍອດຜະລິດຕະພັນພາຍໃນ GDP ບໍ່ຫລຸດ 7%, ໃນນີ້ຂະແໜງກະສິກໍາເພີ່ມຂຶ້ນ 3,1% ກວມປະມານ 18,8%, ອຸດສະຫະກໍາເພີ່ມຂຶ້ນ 8,9% ກວມປະມານ 37,2%, ບໍລິການເພີ່ມຂຶ້ນ 7,8% ກວມປະມານ 34,7%, ພາສີ-ອາກອນ ແລະ ການນໍາເຂົ້າເພີ່ມຂຶ້ນ 5% ກວມປະມານ 9,3% ຂອງ GDP ແລະ ລາຍໄດ້ສະເລ່ຍຢູ່ໃນລະດັບ 2.341 ໂດລາສະຫະລັດຕໍ່ຄົນຕໍ່ປີ, ເກັບລາຍຮັບງົບປະມານໃຫ້ໄດ້ 23.941 ຕື້ກີບ, ລາຍຈ່າຍບໍ່ໃຫ້ເກີນ 32.402 ຕື້ກີບ, ຂາດດຸນບໍ່ໃຫ້ເກີນ 8.461 ຕື້ກີບ, ຜະລິດເຂົ້າໃຫ້ໄດ້ 4,35 ລ້ານໂຕນ, ຜະລິດໄຟຟ້າໃຫ້ໄດ້ 30 ພັນລ້ານກິໂລວັດໂມງ, ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ຫລາຍກວ່າ 5,4 ລ້ານຄົນ, ສ້າງລາຍຮັບປະມານ 875 ລ້ານໂດລາສະຫະລັດ, ອັດຕາການລອດເຫລືອຂອງນັກຮຽນ ປ1-ປ5 ໃຫ້ເພີ່ມຂຶ້ນຈາກ 79,6% ເປັນ 82%, ເຮັດໃຫ້ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນຈາກ 82,2% ເພີ່ມເປັນ 85% ແລະ ອັດຕາເຂົ້າຮຽນຊັ້ນມັດທະຍົມປາຍຈາກ 47,8% ເພີ່ມຂຶ້ນເປັນ 51%, ສ່ວນອັດຕາການຕາຍຂອງເດັກລຸ່ມ 1 ປີໃຫ້ຍັງເຫລືອ 43 ຄົນຕໍ່ເດັກເກີດມີຊີວິດພັນຄົນ, ອັດ ຕາເດັກນ້ອຍລຸ່ມ 5 ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຫລຸດລົງເຫລືອ 22%, ອັດຕາເດັກລຸ່ມ 5 ປີທີ່ເຕ້ຍໃຫ້ຍັງເຫລືອ 35% ແລະ ພັດທະນາດ້ານສີມືແຮງງານໃຫ້ໄດ້ຫລາຍກວ່າ 131 ພັນຄົນ, ນອກ ຈາກນີ້ຕ້ອງເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫລຸດລົງ 5.580 ຄອບຄົວ ແລະ ບ້ານທຸກຍາກຫລຸດລົງ 178 ບ້ານ.

          ດໍາລັດດັ່ງກ່າວຍັງລະບຸອີກວ່າ: ມອບໃຫ້ອົງການກວດກາລັດຖະບານເອົາໃຈໃສ່ຕິດຕາມກວດກາບັນດາກະຊວງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017 ເພື່ອຮັບປະກັນໃຫ້ການປະຕິບັດສອດຄ່ອງຕາມລະບຽບກົດໝາຍ ແລະ ປະຕິບັດມາດຕະການຕ່າງໆເພື່ອຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ.   

No comments:

Post a Comment