Ad

Ad

4 January 2017

ນາຍົກອອກຄຳສັ່ງວ່າດ້ວຍມາດຕະການຄຸ້ມຄອງການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍ 2017

ເພື່ອຮັບປະກັນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ມີປະສິດທິຜົນ, ທັນຕາມກຳນົດເວລາ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳ ນົດ ແນໃສ່ເຮັດໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກງານບຳນານໃນຂອບເຂດທົ່ວປະເທດໄດ້ຮັບເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຂອງຕົນຕານະໂຍບາຍຂອງລັດຖະບານວາງອອກທັນຕາມກຳນົດເວລາ, ທ່ານນາຍົກລັດຖະມົນຕີຈຶ່ງໄດ້ອອກຄຳສັ່ງສະບັບເລກທີ 55 / ນຍ ລົງວັນທີ 30 ທັນວາ 2016 ເຖິງບັນດາລັດຖະມົນຕີ. ຫົວໜ້າອົງການຈັດຕ້ງທຽບເທົ່າກະຊວງ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນດັ່ງນີ້:

 1. ມອບໃຫ້ບັນດາລັດຖະມົນຕີກະຊວງ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າກະຊວງ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະຕິ ບັດການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດອັນດັບໜຶ່ງ ແລະ ຮັບປະກັນໃຫ້ສາ ມາດຈ່າຍເປັນປົກກະຕິແຕ່ລະເດືອນ ໂດຍປະຕິບັດດັ່ງນີ້: ປະຕິບັດນະໂຍບາຍເພີ່ມດັດຊະນີເງິນເດືອນໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກງານບຳນານ 500 ກີບຕໍ່ດັດຊະນີ (ຈາກ 6.700 ກີບ/ໜຶ່ງດັດຊະນີ ມາເປັນ 7.200 ກີບ/ໜຶ່ງດັດຊະນີ) ໂດຍເລີ່ມປະຕິບັດນັບແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປໃນຂອບເຂດທົ່ວປະເທດ ພາຍຫລັງໄດ້ຮັບການແຈ້ງແຜນລາຍຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍປະຈຳປີຕາມແຜນງົບປະມານທີ່ສະພາແຫ່ງຊາດຮັບ ຮອງແລ້ວແມ່ນໃຫ້ສ້າງເປັນແຜນເດືອນ, ແຜນງວດ ແລະ ແຜນປີລະອຽດ, ພ້ອມທັງສ້າງແຜນການ ດຸ່ນດ່ຽງຮັບປະກັນໃຫ້ມີເງິນພຽງພໍໃນແຕ່ລະເດືອນ, ງວດ ແລະ ປີໃນການເບີກຈ່າຍຕົວຈິງ, ປະກອບເອກະສານເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍນັບແຕ່ຂັ້ນເມືອງ, ຂັ້ນແຂວງ, ນະຄອນຫລວງວຽງຈັນ ແລະ ຂັ້ນສູນກາງໃຫ້ທັນກຳນົດເວລາ ເພື່ອສາມາດອະນຸມັດ ແລະ ປະຕິບັດການເບີກຈ່າຍໄດ້ຕາມແຜນການ. ສຳລັບພາກສ່ວນທີ່ມີລາຍຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕິດພັນກັບລາຍຮັບວິຊາການແມ່ນໃຫ້ປະກອບເອກະສານການສັ່ງມອບລາຍຮັບທີ່ສາມາດຈັດເກັບໄດ້ ແລະ ປະກອບເອກະສານຂໍເບີກຈ່າຍໃຫ້ທັນການເປັນແຕ່ລະເດືອນ ແລະ ງວດ; ໃຫ້ເປີດບັນຊີຮອງຮັບເງິນສະເພາະ ເພື່ອປະຕິບັດການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ເຊິ່ງແຫລ່ງເງິນແມ່ນມາຈາກລາຍຮັບຂອງແຂວງ, ນະຄອນຫລວງວຽງຈັນ, ລາຍຮັບວິຊາການ ແລະ ເງິນດຸ່ນດ່ຽງຈາກສູນກາງ, ແຕ່ໃນນີ້ແມ່ນໃຫ້ນຳໃຊ້ລາຍຮັບພາຍໃນຂອງບັນດາແຂວງ, ນະຄອນ ຫລວງວຽງຈັນ ແລະ ຂອງເມືອງກ່ອນເປັນຕົ້ນຕໍ ໂດຍບໍ່ໃຫ້ລໍຖ້າການເຄື່ອນຍ້າຍເງິນດຸ່ນດ່ຽງຈາກກະຊວງການເງິນ ຄືສຳລັບທ້ອງຖິ່ນທີ່ເກີນດູນແມ່ນໃຫ້ໂອນເງິນຈາກບັນຊີລາຍຮັບງົບປະມານພາຍໃນຂອງຕົນເຂົ້າບັນຊີຮອງຮັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພຽງພໍ ແລະ ປະຕິບັດການເບີກຈ່າຍໃຫ້ສຳເລັດເປັນປົກກະຕິທຸກເດືອນ. ຫລັງຈາກນັ້ນຈຶ່ງເບີກຈ່າຍລາຍຈ່າຍພາກອື່ນໆ. ສຳລັບທ້ອງຖິ່ນທີ່ຂາດດູນແມ່ນໃຫ້ໂອນເງິນຈາກບັນຊີລາຍຮັບງົບປະມານພາຍໃນຂອງຕົນເຂົ້າບັນຊີຮອງຮັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ຮັບປະກັນສາມາດເບີກຈ່າຍໄດ້ໂດຍພື້ນຖານກ່ອນ ສ່ວນທີ່ບໍ່ພຽງພໍຈຶ່ງນຳໃຊ້ແຫລ່ງດຸ່ນຈາກສູນກາງ ເພື່ອສືບຕໍ່ຈ່າຍໃຫ້ຄົບຖ້ວນ ແລະ ທັນເວລາ; ຕ້ອງໄດ້ມີການສະຫລຸບລາຍງານເປັນແຕ່ລະຂັ້ນນັບແຕ່ຂັ້ນເມືອງເຖິງຂັ້ນແຂວງ ແລະ ຂັ້ນແຂວງເຖິງສູນກາງເປັນແຕ່ລະເດືອນ ກ່ຽວກັບການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍປະຈຳເດືອນ ເພື່ອສາມາດສັງລວມ ແລະ ຕິດຕາມການຈັດຕັ້ງປະຕິບັດຕົວຈິງຢ່າງທັນການ ແລະ ສອດຄ່ອງກັບເປົ້າໝາຍການຈ່າຍ; ມອບໃຫ້ຂະແໜງການເງິນ (ຄັງເງິນແຫ່ງຊາດ) ໃນຂອບເຂດທົ່ວປະເທດປະສານສົມທົບກັບທະນາຄານ ແລະ ສາຂາທະນາຄານທຸລະກິດຂອງພາກລັດ ແລະ ເອກະຊົນ ເພື່ອປຶກສາຫາລື ແລະ ສ້າງກົນໄກການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຜ່ານລະບົບທະນາຄານ (ATM) ຢູ່ຂັ້ນເມືອງໃຫ້ທົ່ວເຖິງ ແລະ ມີປະສິດທິຜົນ ຄືເມືອງທີ່ມີສາຂາທະນາຄານຕັ້ງຢູ່ແມ່ນໃຫ້ສ້າງບັນຊີການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຂອງພະນັກງານ, ລັດຖະກອນແຕ່ລະຄົນຢູ່ທະນາຄານ ແລະ ປະຕິບັດການເບີກຈ່າຍຜ່ານລະບົບທະນາຄານໂດຍກົງເລີຍ, ສ່ວນເມືອງໃດທີ່ບໍ່ທັນມີສາຂາ ຫລື ໜ່ວຍບໍລິການທະນາຄານຕັ້ງຢູ່ ໃຫ້ຂະແໜງການເງິນສົມທົບກັບທະນາຄານຄົ້ນຄວ້າກົນໄກການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍເປັນອັນສະເພາະ ເພື່ອຮັບປະກັນການເບີກຈ່າຍໄດ້ເປັນປົກກະຕິທຸກເດືອນ.
           2. ມອບໃຫ້ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ ແລະ ບັນດາແຂວງ, ນະ ຄອນຫລວງວຽງຈັນ (ພະແນກການເງິນປະຈຳແຂວງ, ນະຄອນຫລວງວຽງຈັນ) ສົມທົບກັບກະຊວງພາຍໃນ, ພະແນກພາຍໃນຂອງແຂວງ, ນະຄອນຫລວງວຽງຈັນ ແລະ ຫ້ອງການພາຍໃນເມືອງ ເພື່ອຄົ້ນ ຄວ້າດັ່ງນີ້: ຄົ້ນຄວ້າມາດຕະການໃນການຕິດຕາມກວດກາການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕົວຈິງເປັນແຕ່ລະເດືອນ, ງວດ ແລະ ປີ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ ແລະ ມີປະສິດທິຜົນ, ກວດກາຄືນຈຳນວນພົນທີ່ມີໜ້າຕົວຈິງ ລວມທັງການເລື່ອນຊັ້ນ-ຂັ້ນເງິນເດືອນ, ພະນັກງານເຂົ້າໃໝ່ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງບັນຊີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕາມຈຳນວນພົນທີ່ມີໜ້າຕົວຈິງເປັນແຕ່ລະງວດ ແລະ ນຳສົ່ງໃຫ້ກະຊວງການເງິນ ແລະ ຂະແໜງການເງິນສັງລວມ ແລະ ຄາດຄະເນການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນໃຫ້ຖືກຕ້ອງ ແລະ ທັນການ.
 3. ມອບໃຫ້ກະຊວງການເງິນປະສານສົມທົບກັບກະຊວງພາຍໃນ, ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ ແລະ ທ້ອງຖິ່ນ ເພື່ອປະເມີນຄືນບັນດານິຕິກຳທີ່ຕິດພັນກັບເງິນເດືອນ ແລະ ເງິນນະໂຍບາຍ ເພື່ອຄົ້ນຄວ້າ ແລະ ປັບປຸງໃຫ້ມີຄວາມແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ເປັນຕົ້ນນິຕິກຳສະເພາະຂອງຂະແໜງການກ່ຽວກັບການປະຕິບັດເງິນ ເດືອນ, ເງິນອຸດໜູນ, ເງິນນະໂຍບາຍ ແລະ ອື່ນໆ.
 4. ສະເພາະກົນໄກການຈັດຕັ້ງປະຕິບັດລະອຽດທາງດ້ານວິຊາການຕໍ່ກັບເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ລວມທັງພະນັກງານກ່ອນເຂົ້າບຳນານ, ເງິນບຳນານ, ເງິນປະກັນສັງຄົມ, ພະນັກງານເຂົ້າໃໝ່, ພະນັກງານ 95% ແລະ ອື່ນໆ ແມ່ນມອບໃຫ້ຂະແໜງການກ່ຽວຂ້ອງສ້າງເປັນບົດແນະນຳທາງດ້ານວິຊາການສະເພາະຕ່າງຫາກ.

 5. ມອບໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການຈັດຕັ້ງທຽບເທົ່າກະຊວງ, ເຈົ້າຄອງນະ ຄອນຫລວງວຽງຈັນ ແລະ ບັນດາເຈົ້າແຂວງ ໃນຂອບເຂດທົ່ວປະເທດປຶກສາຫາລື ແລະ ຄົ້ນຄວ້າຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຕາມໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນດີ ແລະ ສຳເລັດຕາມລະດັບຄາດໝາຍ.

No comments:

Post a Comment