Ad

Ad

3 January 2017

ລາວ ເປັນເຈົ້າພາບກອງປະຊຸມຂະແໜງການເງິນ-ທະນາຄານອາຊຽນ+3

            ສປປ ລາວ ໄດ້ຮັບກຽດເປັນປະທານຮ່ວມກອງປະຊຸມຮອງລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາ ຄານອາຊຽນ+3 ( AFCDM+3 ) ທີ່ຈັດຂື້ນໃນຕົ້ນເດືອນ 2016 ຜ່ານມາ ທີ່ເມືອງກຸຍຢາງ, ສປ ຈີນ   ໂດຍມີທ່ານນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເປັນປະທານຮ່ວມກັບຝ່າຍຈີນທີ່ມີກະຊວງການເງິນ ແລະທະນາຄານປະຊາຊົນຈີນ, ນອກນີ້ຍັງມີບັນດາຮອງ ລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາຄານກາງອາຊຽນ+3 ( ລວມມີເຂດປົກຄອງພິເສດ
ຮົງກົງ ), ກອງເລຂາອາຊຽນ, ຫົວໜ້າ ແລະຮອງຫົວໜ້າອົງການຈັດຕັ້ງສາກົນ ເປັນຕົ້ນ ທະນາຄານ ພັດທະນາອາຊີ (ADB), ກອງທຶນການເງິນສາກົນ (IMF), ຫ້ອງການຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາ ຊຽນ+3 (AMRO) ແລະອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.
            ກອງປະຊຸມໄດ້ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນພາຍໃຕ້ການຮ່ວມມືລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມືຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໂດຍສະເພາະວຽກງານທີ່ຕິດພັນກັບຂໍ້ລິເລີ່ມຊຽງໃໝ່ພາຍໃຕ້ການຮ່ວມມືແບບຫຼາຍຝ່າຍ (CMIM) ຊຶ່ງເປັນກົນໄກຊ່ວຍເຫຼືອທາງດ້ານການເງິນໃນເວລາຂາດສະພາບຄ່ອງໄລຍະສັ້ນ ເພື່ອປ້ອງກັນວິກິດການທາງດ້ານການເງິນໃນພາກພື້ນ ເປັນຕົ້ນການປັບປຸງເນື້ອໃນສັນຍາກົນໄກການກູ້ຢືມລະຫວ່າງສະມາຊິກໃນກອງທຶນ CMIM ໂດຍສະເພາະຄວາມເປັນໄປໄດ້ໃນການເພີ່ມອັດຕາສ່ວນການກູ້ຢືມໃຫ້ສາມາດກູ້ຢືມໄດ້ຫຼາຍຂຶ້ນ; ໄດ້ຮັບຮອງບັນດາຕົວຊີ້ວັດຕ່າງໆ ເພື່ອໃຊ້ໃນການປະເມີນສະພາບເສດຖະກິດມະຫາພາກ ຂອງແຕ່ລະປະເທດສະມາຊິກ ເພື່ອສາມາດຈັດຕັ້ງປະຕິບັດກົນໄກ CMIM ໄດ້ມີປະສິດທິພາບຍິ່ງຂຶ້ນ; ຮັບ ຮອງເອົາແຜນການທົບທວນ ສັນຍາ CMIM ແຕ່ນີ້ຈົນເຖິງປີ 2018 ຄຽງຄູ່ກັບການເຮັດທົດລອງເຫດການຕົວຈິງ (Test Run) ໃນເວລາປະເທດສະມາຊິກໃດໜື່ງມີຂໍ້ຫຍຸ້ງຍາກດ້ານສະພາບຄ່ອງ.

             ສ່ວນວຽກງານການປັບປຸງຫ້ອງການ ຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 (AMRO) ພາຍຫຼັງທີ່ຫັນເປັນອົງການຈັດຕັ້ງສາກົນເມື່ອບໍ່ດົນມານີ້ ກໍ່ມີການປຶກສາຫາລື ແລະຕົກລົງກັນຫຼາຍບັນ ຫາ, ສໍາຄັນແມ່ນການຮັບຮອງເອົາທິດທາງຍຸດທະສາດຂອງຫ້ອງການ AMRO ແລະການປັບປຸງຂີດຄວາມສາມາດຂອງຫ້ອງການ AMRO ເພື່ອຊ່ວຍຂັບເຄື່ອນວຽກງານ CMIM ອີກແຮງໜຶ່ງ; ນອກນີ້ຕິດພັນກັບວຽກງານຂໍ້ລິເລີ່ມຕະຫຼາດພັນທະບັດອາຊີ (ABMI) ເຫັນວ່າມີຄວາມຄືບໜ້າເປັນລໍາດັບ ເຊິ່ງກອງປະຊຸມໄດ້ເນັ້ນໜັກເອົາໃສ່ໃຈໃນການຈັດຕັ້ງປະຕິບັດແຜນທິດທາງໃນການພັດທະນາ ແລະຊຸກຍູ້ວຽກງານສົ່ງເສີມການອອກພັນທະບັດຂ້າມແດນໃນພາກພື້ນໃຫ້ເປັນຮູບປະທໍາ ໂດຍຜ່ານຫຼາຍຊ່ອງທາງໃນການຂະຫຍາຍຕາໜ່າງການລະດົມທຶນຈາກພາກພື້ນໃຫ້ຫຼາຍຂຶ້ນ ໂດຍສະເພາະໃນຊຸມປີຕໍ່ໜ້ານີ້ ຈະໄດ້ສຸມໃສ່ການອອກພັນທະບັດສີຂຽວ ແລະບັນດາຜົນສໍາເລັດທີ່ກ່າວມານັ້ນ ເປັນການຢັ້ງຢືນຜົນງານຄັ້ງຍິ່ງໃຫຍ່ໃນຮອບ 10 ປີ ຂອງການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ກໍຄື ທຫລ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງສົມກຽດ ແລະສໍາເລັດລົງຢ່າງຈົບງາມ.

No comments:

Post a Comment