Ad

Ad

3 January 2017

4 ວັນສະຫລອງປີໃໝ່ ມີຜູ້ເສຍຊີວິດ 16 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

          ເຈົ້າໜ້າທີ່ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ທັນວາ 2016 ຫາ ວັນທີ 1 ມັງກອນ 2017, ໃນທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 146 ກໍລະນີ, ສົ່ງຜົນໃຫ້ມີພາຫະນະເປ່ເພ 275 ຄັນ, ມີຜູ້ໄດ້ຮັບບາດເຈັບ 225 ຄົນ ແລະ ເສຍຊີວິດ 16 ຄົນ, ຍິງ 3 ຄົນ, ສະເພາະຄືນຕ້ອນຮັບປີໃໝ່ 2017 ມີອຸປະຕິເຫດເກີດຂຶ້ນ 53 ກໍລະນີ, ມີພາຫະນະເປ່ເພ 106 ຄັນ, ມີຜູ້ໄດ້ຮັບບາດເຈັບ 97 ຄົນ ແລະ ເສຍຊີວິດ 8 ຄົນ, ເປັນຍິງ 2 ຄົນ, ໃນນັ້ນ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 36 ກໍລະນີ, ມີພາຫະນະເປ່ເພ 69 ຄັນ, ມີຜູ້ໄດ້ຮັບບາດເຈັບ 55 ຄົນ ແລະ ເສຍຊີວິດ
5 ຄົນ, ເປັນຍິງ 1 ຄົນ, ສະເພາະ ວັນທີ 31 ທັນວາ 2016 ເປັນຄໍ່າຄືນຕ້ອນຮັບປີໃໝ່ ໄດ້ມີອຸປະຕິເຫດເກີດຂຶ້ນ 15 ກໍລະນີ, ມີພາຫະນະເປ່ເພ 28 ຄັນ, ມີຜູ້ໄດ້ຮັບບາດເຈັບ 26 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ, ເປັນຍິງ 1 ຄົນ, ທຽບໃສ່ປີຜ່ານມາ ເຫັນວ່າມີຈຳນວນເພີ່ມຂຶ້ນເກືອບເທົ່າຕົວ, ຍ້ອນປີນີ້ເປັນວັນພັກຍາວກວ່າ ຈຶ່ງພາໃຫ້ມີການສະຫລອງກັນຫລາຍ, ພ້ອມດື່ມສິ່ງມືນເມົາແລ້ວ ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດຈະລາຈອນ ຈຶ່ງສົ່ງຜົນໃຫ້ມີອຸປະຕິເຫດເພີ້ມຂຶ້ນ ແລະ ມີຜູ້ເສຍຊີວິດຫລາຍຂຶ້ນ, ເຖິງວ່າກຳລັງເຈົ້າໜ້າທີ່ໄດ້ເອົາໃຈໃສ່ກວດກາເວນຍາມຄວບຄຸມການຈະລາຈອນ, ຕັ້ງຈຸດກວດກາທາດເຫລົ້າ ແລະ ອື່ນໆ ແຕ່ກໍຍັງບໍ່ທັນເຮັດໃຫ້ອຸປະຕິເຫດຫລຸດລົງໄດ້.

No comments:

Post a Comment