Ad

Ad

3 January 2017

62 ປີແຫ່ງການສ້າງຕັ້ງອົງການກາແດງລາວ

ເຊົ້າວັນທີ 30 ທັນວານີ້, ອົງການກາແດງລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນ ສ້າງອົງການກາແດງລາວ ຄົບຮອບ 62 ປີຂຶ້ນ, ທີ່ສຳນັກງານໃຫຍ່ ໃນນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານ ອົງການກາແດງລາວ ແລະ ໄດ້ມີຄຳເຫັນໃນພິທີວ່າ: ອົງການກາແດງລາວແມ່ນການຈັດຕັ້ງທາງສັງຄົມໜຶ່ງ ທີ່ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955, ມີພາລະບົດບາດເປັນເສນາທິ ການຊ່ວຍລັດຖະບານໃນການຈັດຕັ້ງປະຕິບັດວຽກງານບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກ ຍາກຂາດເຂີນ, ຜູ້ປະສົບໄພພິບັດຕ່າງໆ ແລະ ທັງຊ່ວຍປົກປັກຮັກສາສຸຂະພາບຂັ້ນພື້ນຖານຈັດຕັ້ງປະຕິບັດວຽກງານການບໍລິຈາກເລືອດ, ສະໜອງເລືອດປອດໄພ ແລະ ຄຸນຄ່າດ້ານມະນຸດ
ສະທໍາ, ຂົນຂວາຍແຫຼ່ງທຶນ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າໃນວຽກງານມະນຸດສະທໍາຕາມ 7 ຫຼັກການພື້ນຖານຂອງຂະບວນການກາແດງສາກົນ, ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ມີອົງການກາແດງແຂວງຢູ່ 18 ແຂວງທົ່ວປະເທດ, ຊຶ່ງຜ່ານມາອົງການກາແດງລາວ ໄດ້ເຄື່ອນໄຫວເຮັດໜ້າທີ່ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນ ແລະ ປະສົບໄພຕ່າງໆ, ເຮັດໃຫ້ການດຳລົງຊີວິດຂອງເຂົາເຈົ້າດີຂຶ້ນຕາມລຳດັບ. ໃນສົກປີນີ້, ອົງການກາແດງລາວ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ລວມມີມູນຄ່າຫລາຍກວ່າ 1 ຕື້ກີບ, ໂດຍສະເພາະເຂົ້າສານ ແລະ ອາຫານແຫ່ງປະເພດຕ່າງໆຮັບບໍລິຈາກເລືອດ ແລະ ຊ່ວຍເຫຼືອຄົນເຈັບ, ພ້ອມທັງກໍ່ສ້າງນໍ້າລິນ, ວິດຖ່າຍ, ຊ່ວຍເຝິກອົບຮົມປະຖົມພະຍາບານຂັ້ນພື້ນຖານໃຫ້ພະນັກງານຂອງອົງການ, ຊ່ວຍເຫຼືອຜູ້ປະສົບອຸປະຕິເຫດຕາມ ທ້ອງຖະໜົນ, ໂຄສະນາເຜີຍແຜ່ບົດບາດຂອງອົງການ ແລະ ໃນຕໍ່ໜ້າຈະສືບຕໍ່ເຄື່ອນໄຫວວຽກງານດັ່ງກ່າວໃຫ້ປະສົບຜົນສຳເລັດຫລາຍຂຶ້ນກວ່າເກົ່າ.

No comments:

Post a Comment