Ad

Ad

3 January 2017

ເບິ່ງປີໃໝ່ບ້ານເພິ່ນ

# ວິເສດ ສະແຫວງສຶກສາ
     ປີໃໝ່ນອກຈາກຈະເປັນເວລາແຫ່ງການປ່ຽນຖ່າຍລະດູການແລ້ວ ຍັງເປັນຈຸດເລີ່ມຕົ້ນຊີວິດໃໝ່ຂອງຄົນເຮົາອີກ 365 ວັນ. ດັ່ງນັ້ນ ຄົນທຸກຊາດທຸກພາສາຈຶ່ງມັກຈະຖືເອົາໂອກາດນີ້ຕັ້ງຄຳໝັ້ນສັນຍາສາບານວ່າຈະປ່ຽນແປງໃໝ່ໃຫ້ດີກວ່າເກົ່າ. ໃນລະດັບປະເທດ ເພິ່ນກໍເອົາປີໃໝ່ນີ້ລະເປັນຈຸດເລີ່ມນະໂຍບາຍໃໝ່ໆ ເພື່ອຄວາມກ້າວໜ້າຜາສຸກຂອງປະຊາລາສະດອນ. ຖ້າຖາມວ່າ ຢູ່ບ້ານເຮົາມີຂໍ້ລິເລີ່ມໃໝ່ໆແນວໃດ ເພື່ອສານຕໍ່ຢ່າງຂະຫຍັນຂັນແຂງນັບແຕ່ຫົວປີໃໝ່ 2017. ຜູ້ຂຽນຂໍຕອບວ່າ
ແມ່ນນະໂຍບາຍປະຢັດມັດທະຍັດຕ້ານພະຍາດຟຸມເຟືອຍ ເພາະນີ້ເປັນນະໂຍບາຍທີ່ທ່ານນາຍົກ ລັດຖະ ມົນຕີ ພ້ອມດ້ວຍຄະນະລັດຖະບານຊຸດນີ້ເນັ້ນໜັກເນັ້ນໜາ ບໍ່ເຊື່ອກໍລອງສັງລວມຄຳເຫັນຂອງທ່ານນາຍົກ ທອງລຸນ ສີສຸລິດ ໃນກອງປະຊຸມຕ່າງໆແລ້ວຈະເຫັນວ່າ ພູດໃຫຍ່ໆຂອງຄຳເຫັນນັ້ນເນັ້ນມາດຕະການຕ້ານການສໍ້ລາດບັງຫລວງ, ການຕົກເຮ່ຍເສຍຫາຍຂອງຊັບສົມບັດຂອງລັດ ຍ້ອນພະຍາດຟຸມເຟືອຍ ແລະ ວ່າ ບັ້ນຮົບຕ້ານປາກົດການຫຍໍ້ທໍ້ເຫລົ່ານັ້ນ ຜູ້ນຳຕ້ອງອອກໜ້າພາທາງເປັນຕົວຢ່າງກ່ອນ.
     ຢູ່ ສປ ຈີນ, ມາດຕະການປະຢັດຮັດສາຍແອວເລີ່ມປະຕິບັດກັນຢ່າງຈິງຈັງຕັ້ງໜ້າກໍແມ່ນເລີ່ມໃນປີ 2012. ຕາມຂໍ້ມູນອ່ານພົບ, ທາງການຈີນໄດ້ຈັບເອົາໂອກາດບຸນປີໃໝ່ (ກຸດຈີນ) ຕົ້ນປີ 2013 ເປັນບັ້ນພິສູດຜົນສັກສິດຂອງມາດຕະການຕ້ານການສໍ້ລາດບັງຫລວງ ແລະ ການໃຊ້ຈ່າຍຟຸມເຟືອຍ ດ້ວຍຂໍ້ຫ້າມຕ່າງໆ ເພາະຍາມບຸນປີໃໝ່ນີ້ ພະຍາດສວຍໂອກາດມັກຈະທະວີຄູນຂຶ້ນລື່ນໂອກາດທຳມະດາຫລາຍທົບເທົ່າ. ຢູ່ບ້ານເຮົາກໍເຊັ່ນກັນ ຜູ້ຂຽນຢາກຈະໃຫ້ຖືເອົາຈຸດປີໃໝ່ນີ້ເປັນຕົວຊີ້ວັດກ່ຽວກັບມາດຕະການປະຢັດ. ຖ້າງວາກໄປທິດຕາເວັນອອກເບິ່ງຫວຽດກໍຈະພົບກັບມາດຕະການຕ່າງໆທີ່ທາງການປະກາດອອກ ເພື່ອແກ້ບັນຫາທີ່ເຊື່ອວ່າຈະເກີດຂຶ້ນໃນໂອກາດທັງປີໃໝ່ສາກົນ ແລະ ປີໃໝ່ປະຈຳຊາດ (ເຕດ) ເຊັ່ນການກະກຽມແກ້ໄຂລະບົບການຂົນສົ່ງບໍ່ໃຫ້ແອອັດດ້ວຍການເພີ່ມຈຳນວນລົດໂດຍສານຂຶ້ນເປັນຈຳນວນຫລວງຫລາຍ ເພາະຖ້າມີສະພາບແອອັດຕາມເສັ້ນທາງແລ້ວ ກໍຈະພາໃຫ້ເກີດອຸປະ ຕິເຫດ, ອັນທີສອງແມ່ນມາດຕະການຄວບຄຸມການລັກລອບນຳເຂົ້າຊື້-ຂາຍບັ້ງພຸ ແລະ ໝາກກະໂພກທີ່ນິຍົມຈູດກັນໃນໂອກາດບຸນປີໃໝ່. ໃນອາທິດຜ່ານມານີ້ ເຈົ້າໜ້າທີ່ຕຳຫລວດຫວຽດນາມສາມາດຍຶດວັດຖຸຊະນິດໄດ້ເປັນຈຳນວນຫລວງຫລາຍ. ການຈູດກະໂພກ ແລະ ບັ້ງພຸ ໂດຍບໍ່ມີການຄວບຄຸມນັ້ນ ສ້າງຄວາມບໍ່ສະຫງົບໃນສັງຄົມ ທັງເປັນອັນຕະລາຍເຖິງແກ່ຊີວິດ. ມາດຕະການອັນທີສາມ ກໍຄືການສັ່ງຫ້າມບໍລິໂພກຊີ້ນສັດປີກທີ່ບໍ່ຮູ້ທີ່ມາທີ່ໄປຄັກແນ່ ເພາະໃນປັດຈຸບັນ ໄຂ້ຫວັດສັດປີກພວມລະບາດໜັກຢູ່ຫລາຍປະເທດອ້ອມແອ້ມ. ນອກນັ້ນ ກໍຍັງມີການຫ້າມເຄື່ອນຍ້າຍສັດປີກທີ່ບໍ່ຮູ້ທີ່ມາຢ່າງຈະແຈ້ງ ແລະ ຮຽກຮ້ອງໃຫ້ເຈົ້າຂອງສັດປີກລາຍງານທາງການໂດຍດ່ວນ ຖ້າພົບວ່າສັດຂອງຕົນຕາຍໂດຍບໍ່ຮູ້ສາເຫດ. ບຸກຄົນໃດທີ່ມີອາການໄຂ້ຂຶ້ນສູງ ແລະ ຫາຍໃຈບໍ່ສະດວກກໍຕ້ອງໄປພົບແພດໂດຍໄວ. ຂ່າວບອກວ່າ ໃນໂອກາດບຸນປີໃໝ່ນີ້ ຊີ້ນສັດປີກຂາຍກັນປານເທນ້ຳເທທ່າຢູ່ຫວຽດນາມ.
    ຢູ່ປະເທດໄທນັ້ນ ປອດໄພໄວ້ກ່ອນຍັງເປັນຄຳຂວັນຫລັກສຳລັບການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2017 ໂດຍມີການຈັດກຳລັງຕຳຫລວດຈຳນວນໜຶ່ງແສນຄົນຕິດຕາມຄວບຄຸມການຈະລາຈອນ. ຜູ້ຂັບຂີ່ໃນສະພາບມືນເມົາຈະຖືກຍຶດໃບຂັບຂີ່ ແລະ ຖືກກັກລົດຈົນກວ່າແລ້ວປີໃໝ່ຈຶ່ງສາມາດຖອນລົດຄືນ. ນອກຈາກນັ້ນ ກໍຍັງມີນະໂຍບາຍ ຝາກເຮືອນໄວ້ນຳຕຳຫລວດພາສາໄທວ່າ ຝາກບ້ານໄວ້ກັບຕຳຣວດເພື່ອປ້ອງກັນການລັກເລັກຂະໂມຍໃຫຍ່ເວລາເຈົ້າຂອງເຮືອນບໍ່ຢູ່.

    ຈິງທີ່ວ່າ ປີໃໝ່ເປັນໂອກາດແຫ່ງຄວາມສຸກສັນຫັນສາ ແຕ່ມາພ້ອມກັບຄວາມສຸກນັ້ນ ກໍມີຮ້ອຍແປດບັນຫາທີ່ຈະຕາມມາ ຖ້າບໍ່ມີມາດຕະການປ້ອງກັນລ່ວງໜ້າ. ຂໍໃຫ້ພວກເຮົາຕ້ອນຮັບປີໃໝ່ 2017 ດ້ວຍຄວາມຫວັງໃໝ່ທີ່ໄດ້ຈາກການລົງມືປະຕິບັດຕົວຈິງກັນເນາະ.

No comments:

Post a Comment