Ad

Ad

3 January 2017

ເປີດໃຫ້ບໍລິການສະຖາບັນການເງິນຈຸະພາກທີ່ບໍ່ຮັບເງິນຝາກພອນມະນີຢ່າງເປັນທາງການ

          ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກພອນມະນີ (ສກຈບ ພອນມະນີ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 29 ທັນວາ 2016 ຜ່ານມານີ້, ທີ່ສຳນັກງານຂອງຕົນ, ຖະໜົນສັນຕິພາບ, ບ້ານນາເລົ່າ, ເມືອງໄກສອນ ພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ບຸນວົງ ດວງດອກເກດ ຫົວໜ້າທະນາຄານແຫ່ງ ສປປ ລາວ ພາກກາງ ທີ່ແຂວງສະຫວັນນະເຂດ, ຈາກນີ້ກໍ່ມີບັນດາແຂກທີ່ຖືກເຊີນຈາກພາກລັດ-ພາກເອກະຊົນ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານຂອງ ສກຈບ ພອນມະນີເຂົ້າຮ່ວມ.

          ທ່ານ ບຸນເພັງ ເພັດສີນໍລາດ ປະທານສະພາບໍລິຫານ ສກຈບ ພອນມະນີ ໄດ້ຂຶ້ນກ່າວລາຍງານປະຫວັດຄວາມເປັນມາຂອງການສ້າງຕັ້ງຂອງສະຖາບັນການເງິນດັ່ງກ່າວ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ດ້ວຍເຫັນໄດ້ທ່າແຮງການຂະຫຍາຍ ຕົວທາງດ້ານເສດຖະກິດພາຍໃນແຂວງສະຫວັນນະເຂດ ທີ່ນັບມື້ນັບເພີ່ມຂຶ້ນເປັນຕົ້ນແມ່ນທຸລະກິດຂະໜາດນ້ອຍ, ຂະ ໜາດກາງທີ່ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ການສະໜອງທຶນຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງສັງຄົມ ຊຶ່ງກໍ່ເປັນອຸປະສັກອັນໜຶ່ງຂອງການຂະຫຍາຍຕົວທາງດ້ານທຸລະກິດຂອງບັນດາຜູ້ປະກອບການ. ດັ່ງນັ້ນ, ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ປະກອບການ, ກຳມະກອນ ແລະ ແມ່ຄ້າຊາວຂາຍພາຍໃນແຂວງ ພວກເຮົາຈິ່ງໄດ້ມີແນວຄິດສ້າງ ຕັ້ງສະຖາບັນການເງິນຂຶ້ນມາ ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນເຜົ່າຕາມທິດທາງທີ່ພັກ-ລັດວາງອອກ ສຳລັບການສ້າງຕັ້ງນີ້ແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດຈາກທະນາຄານແຫ່ງ ສປປ ລາວ, ຈົນມາຮອດເດືອນ 11/2016 ຈຶ່ງໄດ້ຮັບການອະນຸຍາດຖາ ວອນຈາກສາຂາທະນາຄານແຫ່ງ ສປປ ລາວ ພາກກາງທີ່ແຂວງສະຫວັນນະເຂດ, ດ້ວຍທຶນຈົດທະບຽນ 1 ຕື້ກີບ ຊຶ່ງໃຊ້ເປັນທຶນໝູນວຽນ 100%, ປະກອບມີຜູ້ຖືຮຸ້ນ 5 ທ່ານ. ສຳລັບການບໍລິການຂອງພວກເຮົາເບື້ອງຕົ້ນແມ່ນມີຜະລິດ ຕະພັນປ່ອຍກູ້ ແລະ ອື່ນໆຕາມທີ່ກຳນົດໄວ້ໃນດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະ ໃນອະນາຄົດ ຖ້າຫາກສະຖາບັນມີການຂະຫຍາຍຕົວ ແລະ ດຳເນີນໄດ້ດີ ພວກເຮົາຈະສ້າງເປັນສະຖາບັນການເງິນທີ່ໃຫຍ່ ສາມາດໃຫ້ບໍ ລິການຮັບຝາກຈາກມວນຊົນ. ສຳລັບເປົ້າໝາຍລູກຄ້າຕົ້ນຕໍທີ່ຈະໃຫ້ບໍລິການແມ່ນກຸ່ມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ພະນັກງານ-ລັດຖະກອນ, ປະຊາຊົນທົ່ວໄປ, ກຸ່ມຜະລິດສິນຄ້າກະສິກຳເປັນຕົ້ນການຜະລິດຜັກປອດສານພິດ, ເຊິ່ງການໃຫ້ບໍລິການເງິນກູ້ນີ້ ແມ່ນເປັນເງິນກູ້ມີດອກເບ້ຍຕ່ຳ ໃນນີ້ ຖ້າກູ້ໃນວົງເງິນບໍ່ເກີນ 5 ລ້ານແມ່ນມີອັດຕາດອກເບ້ຍພຽງ 2%, ແຕ່ຖ້າຫາກເກີນ 5 ລ້ານຂຶ້ນໄປແມ່ນອັດຕາດອກເບ້ຍແມ່ນ 3% ຊຶ່ງເປັນດອກທີ່ຫຼຸດລົງຕາມການຊຳລະ. ສຳລັບເອກະສານຄ້ຳປະກັນແມ່ນເປັນເອກະສານລົດ ແຕ່ຖ້າເປັນພະນັກງານແມ່ນບັນຊີເງິນ ເດືອນ.

ໂອກາດນີ້, ໃນພິທີກໍ່ໄດ້ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກຂັ້ນເທິງ, ຈາກນັ້ນ, ຄະນະປະທານ ພ້ອມດ້ວຍບັນດາທ່ານແຂກ ກໍ່ໄດ້ຮ່ວມກັນຕັດແຖບຜ້າເພື່ອເປັນການບໍລິການສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກພອນມະນີຢ່າງເປັນທາງການ.

No comments:

Post a Comment