Ad

Ad

4 January 2017

ມົນລະພິດທາງອາກາດຄືເພັດຊະຄາດທີ່ໜ້າຢ້ານ!

ໂດຍ: ມຶກບໍ່ແຫ້ງ
ມົນລະພິດທາງອາກາດເປັນສັດຕູຮ້າຍອັນໜຶ່ງຕໍ່ສຸຂະພາບຂອງພວກເຮົາເຊິ່ງມັນບໍ່ແມ່ນຈະຂ້າຊີວິດເຮົາແບບກົງໆດອກແຕ່ມັນແມ່ນສ່ວນປະກອບສຳຄັນຂອງຢາພິດທີ່ເຮັດໃຫ້ພວກເຮົາຕ້ອງເຈັບປ່ວຍເຊັ່ນ: ໂຣກຫອບຫືດ (asthma), ການຕິດເຊື້ອທາງລົມຫາຍໃຈແລະແມ່ນແຕ່ໂຣກມະເຮັງກໍສາມາດ ເກີດຈາກພົນລະພິດທາງອາກາດໄດ້.
ອີງຕາມຂໍ້ມູນຂອງອົງການຮ່ວມມືທາງເສດຖະກິດແລະການພັດທະນາ (OECD) ໃນປີ 2012 ໃຫ້ຮູ້ວ່າມົນລະພິດທາງອາກາດແມ່ນເຊື່ອມໂຍງກັບການເສຍຊີວິດ 1 ໃນທຸກໆ 8 ຄົນໃນໂລກ. ຜົນກະທົບຂອງມົນລະພິດນີ້ຍິ່ງຮ້າຍແຮງຕໍ່ເດັກນ້ອຍແລະຜູ້ສູງອາຍຸ.

ອີງຕາມບົດລາຍງານຂອງອົງການອຸຍນີເຊບ (Unicef) ທີ່ມີຊື່ວ່າ: ກຳຈັດມົນລະພິດທາງ ອາກາດເພື່ອເດັກນ້ອຍ:ຜົນກະທົບຂອງມົນລະພິດທາງອາກາດຕໍ່ເດັກນ້ອຍທີ່ໄດ້ຈັດພິມໃນເດືອນຕຸລາ 2016ທີ່ຜ່ານມາເຊິ່ງຜົນໄດ້ຮັບຈາກການສຳຫຼວດແມ່ນເຮັດໃຫ້ຫຼາຍຄົນຕ້ອງປະຫຼາດໃຈເພາະເພິ່ນວ່າມົນລະພິດທາງອາກາດແມ່ນເປັນປັດໄຈຕົ້ນຕໍອັນໜຶ່ງເຮັດໃຫ້ເດັກນ້ອຍເສຍຊີວິດຈຳນວນ  6 ແສນຄົນໃນ ແຕ່ລະປີ,ນອກນັ້ນມົນລະພິດທາງອາກາດຍັງເປັນຕົວການເຮັດໃຫ້ການພັດທະນາຂອງເດັກນ້ອຍຊັກຊ້າ, ຂາດໂຮງຮຽນ, ສູນເສຍທາງດ້ານເສດຖະກິດເປັນຈຳນວນມະຫາສານອີກດ້ວຍ.
ເພິ່ນແບ່ງມົນລະພິດທາງອາກາດອອກເປັນສອງປະເພດຄືໃນຮົ່ມແລະກາງແຈ້ງ, ທັງສອງປະເພດແມ່ນພົວພັນກັບຄວາມທຸກຍາກເພາະສະນັ້ນ, ມົນລະພິດທາງອາກາດຈຶ່ງແຜ່ຫລາຍຢູ່ປະເທດທີ່ມີລາຍຮັບຕໍ່າຫາປານກາງ. ມົນລະພິດທາງອາກາດກາງແຈ້ງທີ່ວ່ານີ້ກໍແມ່ນການນຳໃຊ້ຍານພາຫະ ນະ, ອຸດສາຫະກຳການຜະລິດແລະການເຜົາຖ່ານຫີນເພື່ອການຜະລິດພະລັງງານຂະໜາດໃຫຍ່.ສຳລັບມົນລະພິດທາງອາກາດໃນຮົ່ມກໍລວມມີການດັງໄຟດ້ວຍໄມ້ຟືນ, ຖ່ານໃນຄົວເຮືອນເພື່ອແຕ່ງຢູ່ຄົວກິນ. ສຳລັບມົນລະພິດກາງແຈ້ງນັ້ນສ່ວນຫລາຍຈະແມ່ນບັນຫາຢູ່ເຂດຕົວເມືອງໃຫຍ່ໃນຂະນະທີ່ມົນລະພິດໃນຮົ່ມສ່ວນຫລາຍຈະແມ່ນເຂດຊົນນະບົດເຊິ່ງປະເພດນີ້ແມ່ນແຜ່ຫລາຍໃນເຂດຊົນນະບົດຂອງປະເທດເຮົາ. ທັງສອງປະເພດຂອງມົນລະພິດທາງອາກາດດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ປອດຂອງເດັກນ້ອຍທີ່ບໍ່ສາມາດພັດທະນາໄດ້ຕາມປົກກະຕິ.
ຈາກບົດລາຍງານຂອງອົງການອຸຍນິເຊບສະບັບນີ້ຖືວ່າຜ່ານການສຳຫຼວດແລະຄຳນວນຢ່າງລະອຽດຖີ່ຖ້ວນກ່ຽວກັບຜົນກະທົບທາງອາກາດຕໍ່ສຸຂະພາບຂອງຄົນໂດຍສະເພາະເດັກນ້ອຍແລະຜູ້ສູງອາຍຸ. ບາງຕົວເລກທີ່ອາດເຮັດໃຫ້ຫຼາຍຄົນຕົກສະເງີ້ກໍຄືໃນປີ 2012 ມີລາຍງານ 4,3 ລ້ານຄົນເສຍຊີວິດຍ້ອນມົນລະພິດໃນຮົ່ມແລະ 3,7 ລ້ານຄົນເສຍຊີວິດຍ້ອນມົນລະພິດກາງແຈ້ງ. ໃນນີ້ເປັນໜ້າສັງເກດເມື່ອອົງການອະນາໄມໂລກ(WHO) ກໍພົບວ່າເດັກນ້ອຍອາຍຸຕໍ່າກວ່າ 5 ປີຈຳນວນ 531.000 ຄົນເສຍຊີວິດຍ້ອນມົນລະພິດທາງອາກາດໃນຮົ່ມໃນປີ 2012 ແລະປະມານ 127.000 ຄົນຂອງເດັກນ້ອຍທີ່ມີເກນອາຍຸຮຸ່ນດຽວກັນກໍເສຍຊີວິດຈາກມົນລະພິດກາງແຈ້ງໃນປີ 2012.
ເປັນຫຍັງເດັກນ້ອຍຄືຜູ້ທີ່ມີຄວາມສ່ຽງຫຼາຍແທ້? ຕາມຊ່ຽວຊານສະເພາະດ້ານເພິ່ນເວົ້າວ່າເດັກນ້ອຍຍັງມີຮ່າງກາຍອັນບອບບາງທີ່ຈະຕ້ານທານກັບມົນລະພິດທາງອາກາດໄດ້ໂດຍສະເພາະປອດຂອງເຂົາເຈົ້າທີ່ກຳລັງເຕີບໃຫຍ່, ພູມຄຸ້ມກັນກໍກຳລັງພັດທະນາ, ສະນັ້ນ ເຂົາເຈົ້າຈຶ່ງແມ່ນກຸ່ມຄົນທີ່ມີຄວາມສ່ຽງຫລາຍທີ່ສຸດຕໍ່ການຕິດເຊື້ອທາງລົມຫາຍໃຈໂດຍສະເພາະໂຣກປອດອັກເສບ.

ສຳລັບຢູ່ສປປລາວເຮົານັ້ນ, ຈາກການສຳຫຼວດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມໃນປີ 2012 ໄດ້ຊີ້ໃຫເຫັນວ່າມົນລະພິດທາງອາກາດຢູ່ປະເທດເຮົາໂດຍສະເພາະປະເພດກາງແຈ້ງນີ້ອາດຍັງບໍ່ທັນມີບັນຫາຫຍັງຫລາຍແຕ່ຜູ້ຂຽນກໍເປັນຫ່ວງເລື່ອງມົນລະພິດໃນຮົ່ມໂດຍສະ ເພາະໃນເຂດຊົນນະບົດຂອງສປປລາວທີ່ມີປະເພນີໃນການດັງໄຟໃນເຮືອນເພື່ອແຕ່ງຢູ່ຄົວກິນຍັງແຜ່ຫລາຍ, ຫາກມີການສຳຫຼວດລະອຽດມັນກໍບໍ່ແນ່ວ່າຜົນກະທົບທີ່ມີອາດບໍ່ແມ່ນໜ້ອຍເຊັ່ນກັນ, ເພາະ ສະນັ້ນພວກເຮົາຄວນພິຈາລະນາກ່ຽວກັບບັນຫານີ້ຫຼາຍຂຶ້ນເພື່ອກ້າວສູ່ການແກ້ໄຂໃນທາງທີ່ດີໃນອະນາຄົດເພື່ອບໍ່ໃຫ້ເດັກນ້ອຍແລະຜູ້ໃຫຍ່ ເຮົາຕົກເປັນເຫຍື່ອຂອງເພັດຊະຄາດມົນລະພິດທາງອາກາດດັ່ງກ່າວ.

No comments:

Post a Comment