Ad

Ad

5 January 2017

ການໂຄສະນາມີສ່ວນສຳຄັນຫລາຍ ຕໍ່ການຜະລິດສິນຄ້າ

ຍຸກໂລກາພິວັດ ຍຸກແຫ່ງການນຳໃຊ້ຂໍໍ້ມູນຂ່າວສານ ເຊິ່ງໂລກທັງໂລກພວມເດີນໜ້າເປີດປະຕູສູ່ພາຍນອກໂດຍໄດ້ມີການເພິ່່່່ງພາກັນຫຼາຍຂຶ້ນ ຫຼື ເວົ້າໄດ້ວ່າ: ຍຸກແຫ່ງການເຊື່ອມໂຍງ ໂດຍການນຳໃຊ້ເທັກໂນໂລຊີ-ຂໍ້ມູນຂ່າວສານເປັນຕົວເຊື່ອມ ແລະ ຂະນະດຽວກັນເສດຖະກິດໂລກ ກໍເດີນຕາມກົນໄກຕະຫຼາດຢ່າງເຕັມຮູບແບບ ເຖິງວ່າຈະມີການແກ້ງແຍ່ງແຂ່ງຂັນກັນຢ່າງອອກໜ້າອອກຕາກໍຕາມ, ແຕ່ຕົວຊີ້ວັດຂອງມັນກໍແມ່ນ ຍອດຈໍາໜ່າຍສິນຄ້າສູງພວມກາຍເປັນຫົວໃຈຂອງການຕະຫຼາດທີ່ໄດ້ບົ່ງບອກເຖິງຈຸດເດັ່ນ-ຈຸດດ້ອຍໃນການບໍລິຫານ, ການຈັດການ, ການບໍລິການ, ຄຸນນະພາບ-ລາຄາ-ຮູບຮ່າງ... ທຸກຢ່າງຂອງກົນໄກທີ່ຂັບເຄື່ອນເຖິງຜົນ ສຳເລັດ ຫຼື ບໍ່ນັ້ນ ມັນອາດບໍ່ຕັດແຍກອອກຈາກການປະ ຊາສຳພັນ (ໂຄສະນາ), ເຖິງວ່າສິນຄ້າ ຫຼື ຜະລິດຕະພັນຈະດີ, ຈະງາມ, ລາຄາຈະຖືກ ຫລື ແພງ ມັນກໍຂຶ້ນກັບການໂຄສະນາ.

           ເມື່ອເປັນເຊັ່ນນັ້ນ ນັກທຸລະກິດ, ຜູ້ລົງທຶນ, ນັກບໍລິຫານ ແລະຜູ້ປະກອບການຈຳນວນຫຼວງ ຫຼາຍໄດ້ໃຫ້ຄວາມສໍາຄັນ ແລະຢຶດຖືການປະຊາສຳພັນເປັນວຽກງານອັນດັບຕົ້ນ, ເຖິງຈະຕ້ອງຈົກຖົງດຶງກ້ອນເງິນມະຫາສານ ທຸ້ມໃສ່ການໂຄສະນາ ເພາະງານນີ້ເປັນຕົວຊີ້ວັດເຖິງສິນຄ້າຈະ ດັງ ຫຼື ດັບ ກໍຂຶ້ນກັບການໂຄສະນາ. ໃນຂະນະນີ້ສື່ອອນລາຍ ພວມແຊງໜ້າ ແລະເຂົ້າເຖິງກຸ່ມຄົນຕ່າງໆຢ່າງວ່ອງໄວ ແລະກ້ວາງຂວາງ ເຊິ່ງມີນັກເສດຖະສາດຢືນຢັນວ່າ:  ຜົນຜະລິດ ຫຼື ຕົວສິນຄ້າ ປຽບເໝືອນວ່າວ, ການປະຊາສຳພັນ ປຽບເໝືອນລົມ ”. ສະນັ້ນ ທັງສອງພາກສ່ວນແມ່ນຕິດພັນກັນຢ່າງສະໜິດແໜ້ນເໝືອນວ່າວກັບລົມ. ນີ້ເປັນກົດເກນຂອງທຳມະຊາດ ແລະ ເສດຖະສາດ.
              ດ້ານສັງຄົມ ການໂຄສະນາຍິ່ງມີບົດບາດສໍາຄັນຫຼາຍ ເພາະມັນໄດ້ເປັນການບອກເລົ່າກ່າວເຕືອນເຖິງບັນຫາຕ່າງໆໃນທຸກມູມໂລກ ຈະແມ່ນຜົນກະທົບຈາກໄພທໍາມະຊາດ, ການສູ້ຮົບລົບຕີ, ການພັດທະນາຕ່າງໆ. ໃນປີ 2016 ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ແຕ່ທົ່ວໂລກຈະຮູ້ໄດ້ກໍຍ້ອນມີການນຳສະເໜີຂ່າວຄາວຕ່າງໆ ແລະ ຜູ້ທີ່ບໍລິໂພກຂ່າວກໍສາມາດຊື້-ຂາຍສິນຄ້າໄດ້ ໂດຍສະເພາະຢູ່ຕະຫຼາດຫຼັກຊັບ, ຢູ່ທະນາຄານ ເຖິງຈະຢູ່ໂລກໃດກໍສາມາດຊື້-ຂາຍຜ່ານເຄື່ອງມືທີ່ທັນສະໄໝ. 
ສະນັ້ນ. ການໂຄສະນາມີອິດທິພົນຕໍ່ຊີວິດຂອງຄົນໃນທຸກວັນ ແຕ່ເຮັດຈັ່ງໃດການຮັບເອົາຂໍ້ມູນກໍຕ້ອງມີການກັ່ນກອງຢ່າງຄັກແນ່ ແລະຄົນເຮັດຂ່າວ ຫຼື ໂຟສຂໍ້ມູນ ຕ້ອງມີຈັນຍາບັນ, ເຄົາລົບແນວ ທາງ, ປະຕິບັດລະບຽບກົດໝາຍ ໂດຍສະເພາະກົດໝາຍສື່ມວນຊົນຢ່າງເຂັ້ມງວດ, ການໂຄສະນາສິນຄ້າບາງຊະນິດຢ່າແອບອ້າງສັບພະຄຸນເກີນຈິງ ເຊິ່ງໃນຜ່ານມາເຄີຍພົບຢູ່ສື່ຈຳນວນໜຶ່ງ ຕົວຢ່າງວ່າມີຄຼີນິກບາງແຫ່ງ ສາມາດປິ່່ນປົວໂລກມະເລັງທຸກປະເພດໃຫ້ດີໄດ້, ແຕ່ຕົວຈິງກໍຍັງງົມມືດຢູ່.

                                                                                 # ໂດຍ: ຣັດສະໝີ ດວງສັດຈະ.

No comments:

Post a Comment